你现在的位置:首页 > ທາງລົດໄຟຈີນ-ລາວ

ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 80 ລ້ານເທື່ອຄົນ

来源:ສະບາຍດີ时间:2026-10-28 10:44:29

老挝语

ມາຮອດວັນທີ 9 ຕຸລາ, ນັບຕັ້ງແຕ່ທາງລົດໄຟ ລາວ-ຈີນ ເປີດໃຫ້ນຳໃຊ້ ແລະ ບໍລິຫານການດຳເນີນງານທົ່ວເສັ້ນທາງເປັນເວລາເກືອບ 5 ປີເປັນຕົ້ນມາ,ປະລິມານການຂົນສົ່ງຜູ້ໂດຍສານສະສົມໄດ້ທະລຸ 80 ລ້ານເທື່ອຄົນ.

ນັບຕັ້ງແຕ່ທາງລົດໄຟຈີນ-ລາວ ໄດ້ເປີດໃຫ້ບໍລິການໃນວັນທີ 3 ທັນວາ 2021,ປະລິມານຜູ້ໂດຍສານປະຈຳເດືອນໄດ້ເພີ່ມຂຶ້ນເກືອບສາມເທົ່າ,ຈາກ 600,000 ຄົນໃນຕອນເລີ່ມຕົ້ນຂອງການດຳເນີນງານ ເປັນຈຸດສູງສຸດ 2,250,000 ຄົນ.ເສັ້ນທາງພາຍໃນປະເທດຈີນ ມີຂະບວນລົດໄຟຂົນສົ່ງຜູ້ໂດຍສານແລ່ນບໍລິການສະເລ່ຍຕໍ່ມື້ ເພີ່ມຂຶ້ນຈາກ 8 ຂະບວນ ເປັນສູງສຸດ 86 ຂະບວນ,ໂດຍຂົນສົ່ງຜູ້ໂດຍສານຕໍ່ມື້ສູງສຸດຫຼາຍກວ່າ 65,000 ເທື່ອຄົນ;ສ່ວນເສັ້ນທາງພາຍໃນປະເທດລາວ ມີຂະບວນລົດໄຟຂົນສົ່ງຜູ້ໂດຍສານແລ່ນບໍລິການສະເລ່ຍຕໍ່ມື້ ເພີ່ມຂຶ້ນຈາກ 4 ຂະບວນ ເປັນສູງສຸດ 18 ຂະບວນ,ໂດຍລົດໄຟໂດຍສານທຳມະດາໃນປັດຈຸບັນບັນທຸກຫຼາຍກວ່າ 10 ຕູ້, ໂດຍຂົນສົ່ງຜູ້ໂດຍສານຕໍ່ມື້ສູງສຸດ 12,000 ເທື່ອຄົນ.

中文

截至10月9日,中老铁路自全线开通运营近5年以来,累计发送旅客突破8000万人次。

自2021年12月3日中老铁路全线开通运营至今,中老铁路全线单月旅客发送量由开通初期的60万人次增至最高225万人次,增长近3倍。国内段日均开行旅客列车由8列增至最高86列,单日最高发送旅客超6.5万人次;老挝段日均开行旅客列车由4列增至最高18列,普速旅客列车单列扩编至10辆以上,单日最高发送旅客1.2万人次。

ບັນນາທິການ:ເກສອນ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港