你现在的位置:首页 > ທາງລົດໄຟຈີນ-ລາວ
ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານເຂົ້າ-ອອກເມືອງຫຼາຍກວ່າ 1 ລ້ານເທື່ອຄົນ
来源:ສະບາຍດີ时间:2026-10-19 17:28:15
ນັກຂ່າວໄດ້ຮັບຈາກດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານແຂວງຢຸນນານຈີນ ວ່າ, ນັບຮອດວັນທີ 15 ຕຸລາ, ຂະບວນລົດໄຟໂດຍສານສາກົນທາງລົດໄຟລາວ-ຈີນ ໄດ້ໃຫ້ບໍລິການສະສົມຫຼາຍກວ່າ 4,000 ຖ້ຽວ, ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 1 ລ້ານເທື່ອຄົນ ຈາກຫຼາຍກວ່າ 120 ປະເທດ ແລະ ເຂດແຄວ້ນທົ່ວໂລກ, ອັດຕາການເຕີບໂຕສະເລ່ຍຕໍ່ປີຂອງຈຳນວນຜູ້ໂດຍສານເຂົ້າ-ອອກເມືອງສູງກວ່າ 30%.
ນັບຕັ້ງແຕ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການໃນວັນທີ 13 ເມສາ 2023, ຄວາມສາມາດໃນການຂົນສົ່ງຂອງທາງລົດໄຟລາວ-ຈີນໄດ້ຮັບການຂະຫຍາຍ ແລະ ຍົກລະດັບຢ່າງຕໍ່ເນື່ອງ. ຈຳນວນຖ້ຽວຂະບວນລົດໄຟໂດຍສານສາກົນໄດ້ເພີ່ມຈາກ 2 ຖ້ຽວຕໍ່ມື້ໃນໄລຍະເລີ່ມຕົ້ນ ເປັນ 4 ຖ້ຽວຕໍ່ມື້, ຈຳນວນບ່ອນນັ່ງສຳລັບຜູ້ໂດຍສານຂ້າມແດນເພີ່ມຈາກ 250 ບ່ອນ ເປັນ 420 ບ່ອນ, ໂດຍສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກເມືອງສູງສຸດເຖິງ 1,640 ຄົນຕໍ່ມື້. ໄລຍະເວລາຜ່ານດ່ານໄດ້ຫຼຸດຈາກ 90 ນາທີ ເຫຼືອ 52 ນາທີ. ການເດີນທາງຈາກສະຖານີຄຸນໝິງໃຕ້ໄປຫາວຽງຈັນໂດຍກົງໃຊ້ເວລາໄວທີ່ສຸດພຽງ 9 ຊົ່ວໂມງ 36 ນາທີ, ເຮັດໃຫ້ການອອກເດີນທາງໃນຕອນເຊົ້າ ແລະ ເຖິງຈຸດໝາຍໃນຕອນແລງ ກາຍເປັນເລື່ອງປົກກະຕິສຳລັບການເດີນທາງຂ້າມແດນ.
ນັບຕັ້ງແຕ່ເປີດໃຫ້ບໍລິການ, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານສັນຊາດຕ່າງປະເທດທີ່ເດີນທາງເຂົ້າ-ອອກເມືອງສະສົມກວ່າ 151,000 ເທື່ອຄົນ. ໃນຈຳນວນຜູ້ໂດຍສານຕ່າງປະເທດດັ່ງກ່າວ, ຜູ້ໂດຍສານສັນຊາດລາວ, ໄທ ແລະ ມາເລເຊຍ ມີຈຳນວນຫຼາຍສຸດສາມອັນດັບທຳອິດ. ຜູ້ໂດຍສານຕ່າງປະເທດທີ່ເຂົ້າຈີນດ້ວຍນະໂຍບາຍຍົກເວັ້ນວີຊາມີສັດສ່ວນກວ່າ 55%, ສະທ້ອນໃຫ້ເຫັນວ່າຜົນປະໂຫຍດຈາກນະໂຍບາຍດັ່ງກ່າວກຳລັງເກີດຜົນຢ່າງຕໍ່ເນື່ອງ.
ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານຈາກຫຼາຍປະເທດ ແລະ ຮັບປະກັນໃຫ້ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນດຳເນີນງານຢ່າງມີປະສິດທິພາບ,ດ່ານກວດກາຄົນເຂົ້າ-ອອກເມືອງບໍ່ຫານແຂວງຢຸນນານຈີນໄດ້ປັບປຸງວິທີການໃຫ້ບໍລິການ ໂດຍນຳໃຊ້ມາດຕະການອຳນວຍຄວາມສະດວກໃນການຜ່ານດ່ານຫຼາຍກວ່າ 10 ມາດຕະການ, ເຊັ່ນ: ການແບ່ງປະເພດ ແລະ ແຍກສາຍຜູ້ໂດຍສານ, ການຈອງເວລາຜ່ານດ່ານລ່ວງໜ້າສຳລັບຄະນະເດີນທາງ, ການເປີດຊ່ອງທາງສະເພາະສຳລັບຜູ້ທີ່ຂໍຍົກເວັ້ນວີຊາຜ່ານແດນ 240 ຊົ່ວໂມງ ແລະ ການຍື່ນແບບຟອມບັດຂາເຂົ້າຂອງຊາວຕ່າງປະເທດຜ່ານອອນລາຍ. ນອກນີ້, ຍັງໄດ້ນຳໃຊ້ອຸປະກອນກວດຢືນຢັນຂໍ້ມູນອັດສະລິຍະ, ຊ່ອງທາງດ່ວນ ແລະ ເຄື່ອງແປພາສາ. ມາດຕະການເຫຼົ່ານີ້ຊ່ວຍຫຼຸດເວລາກວດກາຂອງຜູ້ໂດຍສານຢູ່ດ່ານກວດຄົນເຂົ້າ-ອອກເມືອງລົງຫຼາຍກວ່າ 30%, ແລະ ອັດຕາການຜ່ານດ່ານຂອງຜູ້ໂດຍສານບັນລຸເຖິງ 100%.
记者从磨憨出入境边防检查站获悉,截至10月15日,中老铁路国际旅客列车累计开行4000余列次,累计运送来自世界120余个国家和地区的出入境人员超100万人次,出入境人员年平均增长率超30%。
自2023年4月13日中老铁路国际旅客列车开通以来,中老铁路运力不断扩容升级,国际旅客列车从开通初期的每日2列增至4列,跨境旅客席位由250个提升至420个,单日出入境人员最高可达1640人次。通关时间由90分钟压缩至52分钟,昆明南直达万象最快仅需9小时36分,朝发夕至成为跨境出行常态。
自开通以来,中老铁路国际旅客列车累计运送出入境外国籍旅客超15.1万人次。在出入境外国籍旅客中,老挝、泰国、马来西亚籍旅客人数排名前三,免签入境外国籍旅客占比超55%,政策红利持续释放。
为积极应对多国旅客出行需求,保障中老铁路国际旅客列车高效运营,磨憨出入境边防检查站创新推行旅客分类分流、团队预约通关、开设240小时过境免签专用通道、《外国人入境卡》网上申报等10余项通关便利化措施,启用智能验证台、快捷通道、实时翻译机等设备,旅客边检查验时间缩短30%以上,常旅客验放率达100%。







