你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ

ກອງປະຊຸມວ່າດ້ວຍວາລະຄົບຮອບ 70 ປີ ຂອງການຄົ້ນພົບກົດຄວາມບໍ່ຄົງຕົວຂອງພາຣິຕີ ແລະຟີຊິກສາດແນວໜ້າ ຈະຈັດຂຶ້ນທີ່ນະຄອນຄຸນໝິງ ໃນວັນທີ 15-17 ຕຸລາ

来源:ສະບາຍດີ时间:2026-10-14 11:00:00

老挝语

ໃນວັນທີ 15-17 ຕຸລາ 2026, ກອງປະຊຸມວ່າດ້ວຍວາລະຄົບຮອບ 70 ປີ ຂອງການຄົ້ນພົບກົດຄວາມບໍ່ຄົງຕົວຂອງພາຣິຕີ(Parity Nonconservation) ແລະຟີຊິກສາດແນວໜ້າ ຈະເປີດຂຶ້ນຢ່າງຍິ່ງໃຫຍ່ທີ່ນະຄອນຄຸນໝິງແຂວງຢຸນນານປະເທດຈີນ.

ປີ 2026 ເປັນປີຄົບຮອບ 100 ປີຊາດການຂອງທ່ານ ຫຼີເຈິ້ງຕ້າວ (Li Zhengdao) ແລະຄົບຮອບ 80 ປີ ຂອງການທີ່ມະຫາວິທະຍາໄລຮ່ວມຕາເວັນຕົກສຽງໃຕ້ (National Southwestern Associated University) ໄດ້ຍ້າຍກັບຄືນໄປທາງເໜືອຫຼັງສິ້ນສຸດສົງຄາມ. ເມື່ອ 70 ປີກ່ອນ, ທ່ານ ຢາງເຈີ້ນໜິງ (Yang Zhenning) ແລະທ່ານ ຫຼີເຈິ້ງຕ້າວ (Li Zhengdao) ໄດ້ສະເໜີທິດສະດີຄວາມບໍ່ຄົງຕົວຂອງພາຣິຕີ ແລະໃນປີຕໍ່ມາ ທັງສອງທ່ານໄດ້ຮັບລາງວັນໂນແບນສາຂາຟີຊິກສາດ. ເຫດການນີ້ຖືເປັນໝາຍໝັ້ນສຳຄັນທີ່ສະແດງວ່າ ນັກວິທະຍາສາດເຊື້ອສາຍຈີນໄດ້ກ້າວຂຶ້ນສູ່ແຖວໜ້າຂອງວົງການຟີຊິກສາດໂລກເປັນຄັ້ງທຳອິດ.

ກອງປະຊຸມຄັ້ງນີ້ຮ່ວມຈັດໂດຍ ສູນສົ່ງເສີມກຳລັງການຜະລິດຄຸນນະພາບໃໝ່ຂອງນະຄອນຄຸນໝິງ, ສະຖາບັນວິໄຈ ທ່ານ ຫຼີເຈິ້ງຕ້າວ ມະຫາວິທະຍາໄລ ຂົນສົ່ງ ຊຽງໄຮ້, ສະຖາບັນຊັ້ນສູງ ທ່ານ ຢາງເຈີ້ນໜິງ ມະຫາວິທະຍາໄລຊິງຮວາ, ມະຫາວິທະຍາໄລຄູຢຸນນານ ແລະເຂດຊຸມຊົນເວີ່ຍລາຍ ສີ່ຕ້ຽນຊຽງໄຮ້; ສ່ວນສູນສິລະປະວິທະຍາສາດ ທ່ານ ຫຼີເຈິ້ງຕ້າວ ແລະໜ່ວຍງານທີ່ກ່ຽວຂ້ອງຂອງນະຄອນຄຸນໝິງ ຈະຮ່ວມກັນຮັບຜິດຊອບຈັດກອງປະຊຸມ.

ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອສືບສານຈິດໃຈແຫ່ງວິທະຍາສາດທີ່ຍຶດໝັ້ນໃນການສະແຫວງຫາຄວາມຈິງ ແລະການປະຕິບັດຢ່າງເປັນຈິງ, ເສີມສ້າງການປະສານງານດ້ານວິທະຍາສາດແລະເຕັກໂນໂລຊີລະຫວ່າງນະຄອນຊຽງໄຮ້ກັບແຂວງຢູນນານ ພ້ອມທັງສະໜັບສະໜູນການສ້າງນະຄອນຄຸນໝິງໃຫ້ເປັນສູນກາງສາກົນດ້ານວິທະຍາສາດຄວາມຊັບຊ້ອນ (Kunming International Complex Science Center).

中文

2026年10月15-17日,宇称不守恒定律发现70周年暨前沿物理会议将在昆明盛大启幕。

2026年恰逢李政道先生百年诞辰、西南联大复员北返80周年。70年前,杨振宁、李政道两位先生提出宇称不守恒理论,并于次年荣获诺贝尔物理学奖,成为华人科学家首次屹立于世界物理学最前沿的标志性事件。

本次会议由昆明市新质生产力促进中心、上海交通大学李政道研究所、清华大学杨振宁高等研究院、云南师范大学、上海未来启点社区联合主办,李政道科学艺术中心与昆明市相关单位联合承办。本次大会旨在传承求真务实的科学精神,深化沪滇科技协同,赋能昆明国际复杂科学中心建设。



ບັນນາທິການ:ໂລລາ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港