你现在的位置:首页 > ທາງລົດໄຟຈີນ-ລາວ

ເປີດໃຫ້ບໍລິການ ຂະບວນລົດໄຟລະຫວ່າງຕົວເມືອງ ບໍ່ເຕ່ນ-ວຽງຈັນ ຂະບວນທຳອິດ ຂອງທາງລົດໄຟ ລາວ-ຈີນ

来源:ສະບາຍດີ时间:2026-09-30 22:24:18

ໃນເວລາ 8:00 ໂມງ ຂອງເຊົ້າວັນທີ 28 ຕາມເວລາທ້ອງຖິ່ນ, ຂະບວນ C95 ໄດ້ອອກຈາກສະຖານີບໍ່ເຕ່ນ ປະເທດລາວຢ່າງລາບລື່ນ,ເຊິ່ງເປັນສັນຍານບອກເຖິງການເປີດບໍລິການລົດໄຟລະຫວ່າງເມືອງບໍ່ເຕ່ນ-ວຽງຈັນທີ່ປະສົບຜົນສຳເລັດໃນເສັ້ນທາງລົດໄຟຈີນ-ລາວ ໃນພາກສ່ວນລາວ.

ອີງຕາມບໍລິສັດທາງລົດໄຟລາວ-ຈີນ, ເຊິ່ງຮັບຜິດຊອບໃນການດຳເນີນງານທາງລົດໄຟຈີນ-ລາວ ໃນພາກສ່ວນລາວ,ຂະບວນ C95/C96 ທີ່ຫາກໍ່ເປີດຕົວໃໝ່ໄດ້ສ້າງເສັ້ນທາງການເດີນທາງທີ່ມີປະສິດທິພາບ ແລະ ສະດວກສະບາຍລະຫວ່າງບໍ່ເຕ່ນ-ວຽງຈັນ.ໃນນັ້ນ, ຂະບວນ C95 ອອກຈາກສະຖານີບໍ່ເຕ່ນເວລາ 8:00 ໂມງເຊົ້າ ແລະ ມາຮອດສະຖານີວຽງຈັນເວລາ 11:47 ໂມງເຊົ້າ;ຂະບວນ C96 ອອກຈາກສະຖານີວຽງຈັນເວລາ 14:05 ໂມງແລງ ແລະ ກັບຄືນມາສະຖານີບໍ່ເຕ່ນເວລາ 18:32 ໂມງແລງ. ລົດໄຟຢຸດຢູ່ຫົກສະຖານີຄື:ບໍ່ເຕ່ນ, ນາທຸຍ, ເມືອງໄຊ, ຫຼວງພະບາງ, ວັງວຽງ ແລະ ວຽງຈັນ. ປະຊາຊົນທີ່ອາໄສຢູ່ແຂວງພາກເໜືອສາມາດເດີນທາງໄປ-ກັບ ວຽງຈັນໃນມື້ດຽວກັນ ສຳລັບການເດີນທາງ, ທຸລະກິດ, ຫຼື ການຢ້ຽມຢາມຄອບຄົວ.

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ລະບຸວ່າ ການດຳເນີນງານຂອງລົດໄຟລະຫວ່າງເມືອງນີ້ຈະຊ່ວຍປັບປຸງເຄືອຂ່າຍການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວ ພາກລາວໃຫ້ດີຂຶ້ນຕື່ມອີກ,ເພີ່ມທາງເລືອກໃນການເດີນທາງໃຫ້ແກ່ປະຊາຊົນລາວ,ຊ່ວຍພັດທະນາອຸດສາຫະກຳວັດທະນະທຳ ແລະ ທ່ອງທ່ຽວຕາມເສັ້ນທາງ, ແລະ ໃຫ້ການສະໜັບສະໜູນການຂົນສົ່ງທີ່ໜັກແໜ້ນຫຼາຍຂຶ້ນ ສຳລັບການກໍ່ສ້າງແລວທາງເສດຖະກິດຈີນ-ລາວ ແລະ ການກໍ່ສ້າງຮ່ວມກັນຂອງຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ".

中文

当地时间28日早上8点,C95次列车平稳驶出老挝磨丁站,标志着中老铁路老挝段磨丁至万象城际列车顺利首发。

据负责中老铁路老挝段运营的老中铁路有限公司介绍,全新开行的C95/C96次城际列车搭建起磨丁与万象间高效便捷的通勤线路。其中,C95次列车当日8时从磨丁站始发,11时47分抵达万象站;C96次列车当日14时05分从万象站发车,18时32分返回磨丁站。列车停靠磨丁站、纳堆站、孟赛站、琅勃拉邦站、万荣站、万象站6个车站。北部省份民众出行万象通勤、商务、探亲可实现当日往返。

老中铁路有限公司表示,该城际列车的开行将进一步完善中老铁路老挝段客运网络,丰富老挝民众出行选择,助力沿线文旅产业发展,为中老经济走廊建设、共建“一带一路”提供更加坚实的交通支撑。

ບັນນາທິການ:ເກສອນ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港