你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ
ໂຄງການຊ່ວຍເຫຼືອຈາກຈີນ ໃນການຍົກລະດັບໂຮງຮຽນມັດທະຍົມສົມບູນສັນຕິພາບ ແຂວງຫຼວງພະບາງ ໄດ້ເລີ່ມຕົ້ນການກໍ່ສ້າງຢ່າງເປັນທາງການ
来源:ສະບາຍດີ时间:2026-09-03 11:01:59
ພິທີເປີດໂຄງການຊ່ວຍເຫຼືອຈາກຈີນ ໃນການຍົກລະດັບໂຮງຮຽນມັດທະຍົມສົມບູນສັນຕິພາບ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ ຢູ່ຫຼວງພະບາງ.ໂດຍມີຜູ້ຕາງໜ້າຈາກຂະແໜງການລັດຖະບານ,ແຂກຜູ້ມີກຽດຈາກທຸກພາກສ່ວນຂອງທັງສອງຝ່າຍ ລາວ-ຈີນ ແລະ ຄູ-ອາຈານ ພ້ອມດ້ວຍນັກຮຽນທັງໝົດຂອງໂຮງຮຽນມັດທະຍົມສົມບູນສັນຕິພາບ ເຂົ້າຮ່ວມດັ່ງກ່າວ.
ທ່ານ ດາຣາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄຳປາໄສວ່າ: ໂຄງການນີ້ບໍ່ພຽງແຕ່ເປັນການປັບປຸງພື້ນຖານໂຄງລ່າງເທົ່ານັ້ນ ແຕ່ຍັງເປັນຫຼັກຖານອັນມີພະລັງທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບແບບດັ້ງເດີມລະຫວ່າງລາວ ແລະ ຈີນ. ການຍົກລະດັບ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນສັນຕິພາບ ແມ່ນມີຄວາມໝາຍສຳຄັນ ແລະ ຮີບດ່ວນ, ແລະ ຈະຊ່ວຍຍົກລະດັບການພັດທະນາຊັບພະຍາກອນມະນຸດໃນແຂວງຫຼວງພະບາງ ແລະ ແມ່ນແຕ່ທົ່ວປະເທດລາວຢ່າງມີປະສິດທິພາບ.
ທ່ານ ຫຼີ ຊີເຈີນ (Li Xizhen) ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ ຈາກສະຖານທູດຈີນປະຈຳລາວ ກ່າວວ່າ: ຈີນ ແລະ ລາວ ມີພູຜາ ແລະ ແມ່ນ້ຳເຊື່ອມຕໍ່ກັນ ແລະ ມີຊະຕາກໍາຮ່ວມກັນ.ຝ່າຍຈີນຈະຮ່ວມມືຢ່າງໃກ້ຊິດກັບລາວ ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວສຳເລັດດ້ວຍຄຸນນະພາບສູງ ແລະ ເຮັດໃຫ້ມັນກາຍເປັນໂຄງການແບບຢ່າງທີ່ສະແດງໃຫ້ເຫັນເຖິງມິດຕະພາບລະຫວ່າງຈີນ ແລະ ລາວ.
ໂຄງການຍົກລະດັບ ແລະ ປັບປຸງໂຮງຮຽນມັດທະຍົມສົມບູນສັນຕິພາບ ແມ່ນໜຶ່ງໃນ 10 ໂຮງຮຽນໃນລາວ ທີ່ໄດ້ຮັບທຶນຈາກຈີນ.ໂຄງການດັ່ງກ່າວ ດຳເນີນໂດຍບໍລິສັດກໍ່ສ້າງທາງລົດໄຟຈີນ ມີເນື້ອທີ່ກໍ່ສ້າງທັງໝົດປະມານ 9,417 ຕາແມັດ ແລະ ຈະປະກອບມີອາຄານສອນໃໝ່,ຫໍກິລາໃນຮົ່ມ,ປະຕູຫຼັກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ,ປະກອບສ່ວນເຂົ້າໃນການພັດທະນາການສຶກສາໃນທ້ອງຖິ່ນ.
中国援老挝琅勃拉邦省和平中学升级改造项目开工仪式8月31日在琅勃拉邦举行。中老两国政府部门代表、双方各界嘉宾、和平中学全体师生等共同出席仪式。
老挝教育体育部副部长达拉翁致辞表示,这一项目不仅是基础设施建设提升,更是老中传统友谊的有力见证。和平中学升级改造具有重要且紧迫的意义,将有效提升琅勃拉邦省乃至老挝全国人力资源开发水平。
中国驻老挝大使馆经济商务处参赞李习臻表示,中老两国山水相连、命运与共。中方将与老方密切配合,确保项目高质量完成,将其建设成为展现中老友谊的示范工程。
和平中学升级改造项目是中方援老10所学校之一。项目由中铁建工集团承建,总建筑面积约9417平方米,将新建教学楼、风雨操场、大门及配套设备用房,助力当地教育事业发展。


