你现在的位置:首页 > ຄວາມງາມແຂວງຢຸນນານ
ພົບຄວາມສວຍງາມແຫ່ງກາງລະດູຮ້ອນຂອງພູຕາຊົ່ວ
来源:ສະບາຍດີ时间:2026-07-03 18:11:18
ໃນຊ່ວງກາງລະດູຮ້ອນ, ທົ່ວຜືນທົ່ງຫຍ້າ ແລະ ປ່າໄມ້ ໃນສວນສາທາລະນະແຫ່ງຊາດພູຕາຊົ່ວ ນະຄອນຊຽງກຣີລາ, ແຂວງຢຸນນານ ແມ່ນຂຽວອຸ່ມທຸ່ມ ແລະ ເຕັມໄປດ້ວຍຊີວິດຊີວາ.ໜອງນ້ຳໃສແຈ້ງດັ່ງກະຈົກສະທ້ອນພາບທ້ອງຟ້າສີຄາມ ແລະ ເມກຂາວ;ຜືນປ່າດົງດິບອັນກວ້າງໃຫຍ່ຂຽວສົດຕໍ່ເນື່ອງສຸດສາຍຕາ, ສາຍນ້ຳໃສເຢັນໄຫຼຜ່ານທົ່ງຫຍ້າພູສູງທີ່ຂຽວສົດ, ຝູງງົວ ແລະ ຝູງແກະພາກັນຍ່າງຫາກິນຢ່າງສະບາຍ ຮ່ວມກັນສ້າງເປັນພາບທິວທັດລະດູຮ້ອນເທິງພູພຽງສູງທີ່ງົດງາມ ແລະ ມີສະເໜ່.
ໃນຊຸມປີມໍ່ໆມານີ້, ທ້ອງຖິ່ນໄດ້ສືບຕໍ່ຊຸກຍູ້ໂຄງການອະນຸລັກ ແລະ ບູລະນະການເປັນເອກະພາບ ລະຫວ່າງ ດິນຊຸ່ມ, ປ່າໄມ້ ແລະ ທົ່ງຫຍ້າພູສູງ. ພ້ອມກັນນັ້ນ, ຍັງໄດ້ຈັດຕັ້ງການລາດຕະເວນປ່າໄມ້ ແລະ ການຕິດຕາມກວດກາດ້ານນິເວດຢ່າງເປັນປົກກະຕິ, ຄວບຄູ່ກັບການວາງແຜນ ແລະ ຄຸ້ມຄອງການພັດທະນາດ້ານວັດທະນະທຳ-ທ່ອງທ່ຽວ, ການບໍລິຫານເຂດທິວທັດຢ່າງເປັນລະບຽບແບບແຜນ, ເຮັດໃຫ້ຄຸນນະພາບດ້ານນິເວດດີຂຶ້ນຢ່າງໝັ້ນຄົງ ແລະ ຕໍ່ເນື່ອງ.
仲夏时节,云南省香格里拉市普达措国家公园草木葱茏、生机盎然。澄澈湖泊宛若明镜,映照着蓝天白云;原始林海叠翠连绵,清冽溪流漫过青绿草甸,成群牛羊悠然漫步,绘就一幅灵秀动人的高原夏日生态长卷。
近年来,当地持续开展湿地、森林、草甸一体化保护修复工程,常态化落实山林巡护、生态监测举措,统筹规范文旅开发与景区管理,生态品质稳步提升。































