你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ

ຊາຈອກໜຶ່ງ, ຊຶມຊັບສະເໜ່ແຫ່ງການເປີດກວ້າງຂອງແຂວງຢຸນນານ

来源:ສະບາຍດີ时间:2026-06-18 11:27:15

老挝语

ນັກທ່ອງທ່ຽວຕ່າງປະເທດຊີມລົດຊາດຊາຢຸນນານ

ໃນໂຊນວາງສະແດງຜະລິດຕະພັນຊາ ຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ແມ່ນມີແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຢາມຢ່າງຫຼວງຫຼາຍ, ກິ່ນຫອມອົບອວນຂອງຊາ ໄດ້ກາຍເປັນຂົວຕໍ່ ໃນການຊຸກຍູ້ການແລກປ່ຽນເສດຖະກິດ-ການຄ້າ ລະຫວ່າງຈີນ ແລະ ຕ່າງປະເທດ, ພ້ອມທັງສະແດງໃຫ້ເຫັນເຖິງ ສະເໜ່ອັນເອກະລັກພິເສດແຫ່ງການເປີດກວ້າງສູ່ໂລກພາຍນອກ ຂອງແຂວງຢຸນນານ.

ໃນງານວາງສະແດງຄັ້ງນີ້, ຜະລິດຕະພັນຊາທີ່ມີເອກະລັກເຊັ່ນ: ຊາພູເອີ, ຊາຕຽນຮົງ ແລະ ຊາຂາວ ໄດ້ນຳມາວາງສະແດງຢ່າງໂດດເດັ່ນ, ເຄື່ອງດື່ມຊາສະໄໝໃໝ່ ເຕັກນິກການປະສົມຊາ ແລະ ຂະບວນການໝັກຊາອັນປານີດ ໄດ້ດຶງດູດຄວາມສົນໃຈຈາກຜູ້ເຂົ້າຊົມ ຈົນຕ້ອງຢຸດຊົມຢ່າງບໍ່ຂາດສາຍ. ຊາແບບດັ້ງເດີມ ແລະ ຜະລິດຕະພັນນະວັດຕະກຳ ໄດ້ເສີມສ້າງຄຸນຄ່າໃຫ້ແກ່ກັນ ແລະ ກັນ, ກາຍເປັນລະບົບຜະລິດຕະພັນທີ່ຫຼາກຫຼາຍ ແລະ ຄົບວົງຈອນ. ໃນຂະນະດຽວກັນ, ຊາຈາກອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ກໍໄດ້ນຳມາຮ່ວງານໃນໃນງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງນີ້ເຊັ່ນກັນ.

ໃນຖານະເປັນປ່ອງຢ້ຽມສຳຄັນ ໃນການເຊື່ອມໂຍງການແລກປ່ຽນດ້ານເສດຖະກິດ-ການຄ້າ ແລະ ວັດທະນະທຳ ລະຫວ່າງ ຈີນ ແລະ ບັນດາປະເທດໃນພາກພື້ນອາຊີໃຕ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້  ໄດ້ສ້າງເວທີອັນກວ້າງໃຫຍ່ ໃຫ້ແກ່ຊາຂອງແຂວງຢຸນນານ ໃນການກ້າວສູ່ຕະຫຼາດສາກົນ.ຕະຫຼອດຫຼາຍປີຜ່ານມາ, ບັນດາວິສາຫະກິດຊາທ້ອງຖິ່ນຂອງແຂວງຢຸນນານ ໄດ້ອາໄສເວທີສາກົນແຫ່ງນີ້ ເພື່ອສືບຕໍ່ຂະຫຍາຍຕະຫຼາດໃນພາກພື້ນອາຊີໃຕ້.ໃນງານວາງສະແດງ, ບັນດານັກທຸລະກິດຊາທັງຈາກຈີນ ແລະ ຕ່າງປະເທດ ໄດ້ນຳໃຊ້ຊາເປັນພໍ່ສື່ ແລະ ໃນການຜູກມິດໄມຕີ ແລະ ສ້າງມິດຕະພາບ. ວັດທະນະທຳຊາ ແລະ ອຸດສາຫະກຳຊາ ໄດ້ຖືກປະສົມປະສານກັນ, ເຮັດໃຫ້ຊາຂອງແຂວງຢຸນນານ  ຄ່ອຍໆກ້າວອອກຈາກເຂດພູດອຍ ສູ່ຕະຫຼາດໂລກ, ພ້ອມທັງກາຍເປັນສັກຂີພິຍານອັນມີຊີວິດຊີວາ ຂອງການຮ່ວມມືສອງຝ່າຍ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.


ຊາທີ່ຜ່ານເຕັກໂນໂລຊີການສະກັດເຢັນ

ນັກທ່ອງທ່ຽວ ກຳລັງຊີມລົດຊາດ ຊາສາມລົດຊາດ ຂອງດາລີ

ນັກທ່ອງທ່ຽວຈີນໄດ້ຊີມຊາດຳສີລັງກາ

ຊາຈາກປະເທດລາວ

ນັກທ່ອງທ່ຽວ ຊີມເຄື່ອງດື່ມຊາທີ່ມີເອກະລັກຂອງຊາສົ້ມ ເຜົ່າເຕີອານ ຢູ່ກິ່ງແຂວງເຕີຮົງ

ນັກທ່ອງທ່ຽວມາຊີມຊາຢູ່ໃນເຂດວາງສະແດງ

ຊາຈາກກິ່ງແຂວງສິບສອງພັນນາ

外国游客品云南的茶

第10届中国—南亚博览会茶品展区宾客云集,一缕茶香串联起中外经贸往来,尽显云南对外开放的独特韵味。

本届展会,普洱茶、滇红、白茶等特色茶饮集中亮相,新式茶饮及精湛拼配、发酵工艺引得观众频频驻足,传统茶品与创新产品相得益彰,形成丰富多元的产品矩阵。同时,来自南亚、东南亚的茶叶也纷纷亮相南博会。

作为联通中国与南亚经贸文化交流的重要窗口,南博会为云茶出海搭建了广阔平台。多年来,云南本土茶企借助这一国际平台持续开拓南亚市场。展会上,中外茶商以茶为媒、以茶会友,茶文化与茶产业双向融合,让醇香云茶不断走出山野、走向世界,成为双边互利合作的生动见证。

用冷萃技术做的茶

游客品尝大理三道茶

中国游客品尝斯里兰卡红茶

来自老挝的茶叶

游客品尝德宏州德昂族酸茶特色茶饮

展区内,游客前来品茶

来自西双版纳的茶

ບັນນາທິການ:ເກສອນ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港