你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ

ມາລາທອນອົງການຮ່ວມມືຊຽງໄຮ້ ຄຸນມິງ ປີ 2025: ອາລະຍະທຳ ແລະ ການແລ່ນແມ່ນປະສົມປະສານ

来源:ສະບາຍດີ时间:2025-12-09 17:07:13

老挝语

ສະບາຍດີ ນັກຂ່າວຄຳປະເສີດ)ເວລາ 8:00 ໂມງຂອງວັນທີ 30 ພະຈິກນີ້,ງານກິລາແລ່ນມາລາທອນອົງການຮ່ວມມືຊຽງໄຮ້ ຄຸນມິງ ປີ 2025 ໄດ້ໄຂຂຶ້ນຢູ່ຫໍໄຫເກີ່ງແຂວງຢຸນນານ.ນັກແລ່ນ 26,000 ຄົນໄດ້ເຕົ້າໂຮມກັນຢູ່ນະຄອນຄຸນມິງ,ໄດ້ຈູດການແຂ່ງຂັນດ້ວຍຄວາມກະຕືລືລົ້ນຂອງເຂົາເຈົ້າ ແລະສົ່ງເສີມການແລ່ນທີ່ມີອາລະຍະທຳ.

2012891_840x840

ວັນທີ 30 ພະຈິກນີ້,ງານກິລາແລ່ນມາລາທອນອົງການຮ່ວມມືຊຽງໄຮ້ ຄຸນມິງ ປີ 2025ໄດ້ໄຂຂຶ້ນ. (ພາບໂດຍ ນັກຂ່າວ ທ່ານ ນາງ ໂກອູສວນ)

ເມື່ອຕາເວັນຮຸ່ງເຊົ້າສ່ອງຜ່ານໝອກບາງໆຢູ່ເທິງໜອງແສ ດຽນຈີ່,ໄດ້ສ່ອງແສງໃຫ້ເຫັນ"ນະຄອນລະດູບານໃໝ່", ແລະເມື່ອນົກນາງນວນປາກແດງບິນໄປຄຽງຄູ່ກັບນັກແລ່ນຢູ່ເທິງເຂື່ອນໄຫເກັງ,ປີລະຄັ້ງ,ການແຂ່ງຂັນແລ່ນມາລາທອນອົງການຮ່ວມມືຊຽງໄຮ້ ຄຸນມິງໃນປີໃໝ່ໄດ້ເລີ່ມຂຶ້ນຢ່າງເປັນທາງການ. 

ການແຂ່ງຂັນອອກສູ່ການແລ່ນຈາກຫໍປະຊຸມໄຫເກີ່ງ ແຂວງຢຸນນານ,ເຊື່ອມຕໍ່ເສັ້ນທາງຜ່ານບັນດາສະຖານທີ່ສຳຄັນຂອງນະຄອນ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເຊັ່ນ:ບ້ານຊົນເຜົ່າຢຸນນານ,ສູນຝຶກອົບຮົມໄຫເກີ່ງ,ຕະຫຼາດດອກໄມ້ ໂດນານ ແລະ ອື່ນໆອີກຫຼາຍແຫ່ງ,ເພື່ອສະແດງໃຫ້ເຫັນຢ່າງເຕັມທີ່ເຖິງຄວາມງົດງາມພິເສດຂອງນະຄອນຄຸນມິງທີ່ວ່າ"ເມືອງຢູ່ໃນພູເຂົາແລະໜອງແສ,ພູເຂົາແລະໜອງແສຢູ່ໃນເມືອງ".

ເປັນມາລາທອນດຽວໃນໂລກທີ່ຕັ້ງຊື່ຕາມອົງການສາກົນ,ມາລາທອນອົງການຮ່ວມມືຊຽງໄຮ້ ຄຸນມິງ ນັບຕັ້ງແຕ່ກໍ່ຕັ້ງໃນປີ 2016 ເປັນຕົ້ນມາ ໄດ້ປະສົມປະສານກັບນະຄອນຄຸນມິງ ແລະ ແຂວງຢຸນນານ,ບໍ່ພຽງແຕ່ເປັນເວທີທີ່ນັກແລ່ນມາລາທອນທີ່ອອກກຳລັງກາຍເທົ່ານັ້ນ,ຫາກຍັງໄດ້ຮັບຜິດຊອບພາລະກິດສົ່ງເສີມການແລກປ່ຽນຮູ້ຈັກອາລະຍະທຳກັນ ແລະ ການແລກປ່ຽນວັດທະນະທຳ,ແນວຄິດ"ໃກ້ຊິດກັນຫຼາຍຂຶ້ນ,ໃກ້ເຂົ້າຫາກັນຫຼາຍຂຶ້ນ, ແລະ ປະສົມກົມກຽວຫຼາຍຂຶ້ນ"ທີ່ການແຂ່ງຂັນສົ່ງເສີມ ກໍ່ໄດ້ສະແດງອອກຢ່າງຕໍ່ເນື່ອງໃນການແຂ່ງຂັນ.

中文

11月30日8:00,2025上合昆明马拉松在云南海埂会堂鸣枪起跑。26000名跑者相聚于昆明,以热情点燃赛场,用文明助力奔跑。

当春城清晨的第一缕阳光穿透滇池的薄雾,当海埂大坝的海鸥与万众奔跑的脚步同频共振时,一期一会,新一年的上合昆明马拉松正式拉开奔跑的序幕。

赛事从云南海埂会堂启程,一路串联起云南民族村、海埂训练基地、斗南花卉市场等众多城市地标与知名景点,充分展现了昆明“城在山水中,山水在城中”的独特魅力。

作为全球唯一以国际组织命名的马拉松赛事,上合昆明马拉松自2016年创办以来,融入昆明、深耕云南,早已不仅是马拉松跑者奔跑的舞台,更承载着促进文明互鉴、人文交流的使命,赛事倡导的“更亲、更近、更和谐”理念在比赛中不断彰显。

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港