你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ

ການທ່ອງທ່ຽວໃນລະດູຮ້ອນທີ່ເມືອງຄຸນມິງມີຄວາມນິຍົມຫຼາຍ, ນັກທ່ອງທ່ຽວໄດ້ຢູ່ທີ່ນີ້ເປັນເວລາດົນກວ່າທີ່ເຄີຍ.

来源:ສະບານດີ时间:2025-08-26 17:53:21

老挝语

ເມື່ອລະດູຮ້ອນປີ 2025 ໃກ້ຈະສິ້ນສຸດ,ຂໍ້ມູນຈາກເວັບໄຊ ທູຈຽວ(Tujia)  ສະແດງໃຫ້ເຫັນທ່າອ່ຽງການທ່ອງທ່ຽວແບບໃໝ່:ນັກທ່ອງທ່ຽວມັກເມືອງວັດທະນະທຳບູຮານ, ສະຖານທີ່ພັກຮ້ອນທີ່ຄົນຮູ້ຈັກບໍ່ຄ່ອຍຫຼາຍ,ແລະການທ່ອງທ່ຽວແບບເລິກເຊິ່ງ.ປີນີ້,ແຂວງຢຸນນານແມ່ນຈຸດໝາຍປາຍທາງການທ່ອງທ່ຽວພາຍໃນປະເທດທີ່ນິຍົມທີ່ສຸດ.

ອີງຕາມຂໍ້ມູນລ້າສຸດ,ໃນເຄິ່ງທໍາອິດຂອງປີ 2025,ແຂວງຢຸນນານໄດ້ດຶງດູດນັກທ່ອງທ່ຽວໄປທ່ຽວແລະຢູ່ອາໄສ 280.3 ລ້ານຄົນ,ເພີ່ມຂຶ້ນ 45.4% ເມື່ອທຽບກັບປີກ່ອນ.ຄວາມນິຍົມນີ້ຍັງສືບຕໍ່ເພີ່ມຂຶ້ນໃນລະດູຮ້ອນ,ໂດຍເວັບໄຊທ໌ທູຈຽວ(Tujia) ລະບຸຢ່າງຈະແຈ້ງວ່າແຂວງຢຸນນານແມ່ນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ດໍາລົງຊີວິດພາຍໃນປະເທດທີ່ເປັນນິຍົມທີ່ສຸດໃນລະດູຮ້ອນປີນີ້.

1

ຕ່າງຈາກການທ່ອງທ່ຽວແບບ"ເຂົ້າໄວ-ອອກໄວ"ໃນອະດີດ,ປີນີ້ນັກທ່ອງທ່ຽວຫຼາຍຄົນມັກປະສົບການ "ຊີວິດຊ້າ" ແບບເລິກເຊິ່ງໃນສະຖານທີ່ດຽວ.ຂໍ້ມູນສະແດງໃຫ້ເຫັນວ່າ,ໃນໄລຍະພັກຮ້ອນ,ປະລິມານຄໍາສັ່ງຈອງທີ່ພັກແບບບ້ານພັກທົ່ວປະເທດທີ່ນັກທ່ອງທ່ຽວເຂົ້າພັກເກີນ 7 ມື້ ໄດ້ເພີ່ມຂຶ້ນ 20% ເມື່ອທຽບກັບປີກ່ອນ,ນັກທ່ອງທ່ຽວທີ່ມີໄລຍະເວລາເຂົ້າພັກສະເລ່ຍ 11 ມື້,ແລະຍັງມີນັກທ່ອງທ່ຽວບາງຄົນເລືອກທີ່ຈະພັກອາໄສດົນນານຮອດ 5 ເດືອນ.

2

ທ່ານ ຈູເປົາເວີຍ ປະທານສະມາຄົມອຸດສາຫະກຳການທ່ອງທ່ຽວນະຄອນຄຸນມິງກ່າວວ່າ:"ໃນໄລຍະພັກຮ້ອນ,ສັດສ່ວນຂອງນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນແຂວງຢຸນນານ ທີ່ເລືອກການທ່ອງທ່ຽວແບບພັກເຊົາດົນນານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.ສະພາບອາກາດທີ່ໄດ້ປຽບເປັນເອກະລັກຂອງແຂວງຢຸນນານໄດ້ດຶງດູດນັກທ່ອງທ່ຽວຈາກພາກພື້ນທີ່ຮ້ອນຂອງພາກເໜືອຈຳນວນຫຼວງຫຼາຍ.ພວກເຂົາບໍ່ພໍໃຈກັບປະສົບການທ່ອງທ່ຽວໄລຍະສັ້ນໆອີກຕໍ່ໄປ,ແຕ່ມັກຈະຊອກຫາສະຖານທີ່ທີ່ຕົນເອງພໍໃຈໃນແຂວງຢຸນນານ,ບໍ່ວ່າຈະເປັນທ່າມກາງພູເຂົາ ແມ່ນໍ້າ ຫຼືປ່າໄມ້ ທົ່ງຫຍ້າ,ພວກເຂົາສາມາດຊອກຫາສະຖານທີ່ຢູ່ອາໄສໄລຍະຍາວທີ່ຕອບສະໜອງຄວາມຕ້ອງການດ້ານຄວາມສວຍງາມຂອງພວກເຂົາໄດ້.ຈາກມຸມມອງຂອງເສດຖະກິດການທ່ອງທ່ຽວ,ຍິ່ງນັກທ່ອງທ່ຽວຢູ່ໃນພື້ນທີ່ໜຶ່ງດົນເທົ່າໃດ,ຄວາມສາມາດໃນການບໍລິໂພກລວມຂອງພວກເຂົາຈະຍິ່ງສູງຂຶ້ນ,ແລະຜົນກະທົບຕໍ່ການພັດທະນາເສດຖະກິດທ້ອງຖິ່ນຈະຍິ່ງໃຫຍ່ຂຶ້ນ.ໂດຍສະເພາະໃນປີທີ່ຜ່ານມາ,ຈຳນວນນັກທ່ອງທ່ຽວທີ່ມາພັກເຊົາດົນນານໃນແຂວງຢຸນນານໄດ້ທະລຸເຖິງ 4 ລ້ານຄົນ."

3

ຈາກ"ເດີນຊົມດອກໄມ້"ສູ່"ຕັ້ງຖິ່ນປັກຫຼັກ",ຈາກ"ນັກທ່ອງທ່ຽວ"ສູ່"ຄອບຄົວ",ແຂວງຢຸນນານ ດ້ວຍຄວາມໄດ້ປຽບທີ່ເປັນເອກະລັກໃນດ້ານການດູແລສຸຂະພາບດ້ວຍສະພາບອາກາດ,ປະສົບການທາງວັດທະນະທຳ,ແລະການທ່ອງທ່ຽວແບບທຳມະຊາດ,ໃນຊ່ວງປີທີ່ຜ່ານມານີ້ ຄວາມໂດດເດັ່ນຂອງຍີ່ຫໍ້"ການທ່ອງທ່ຽວແລະດຳລົງຊີວິດຢູ່ຢຸນນານ"ມີຜົນສະທ້ອນທີ່ຊັດເຈນຍິ່ງຂຶ້ນ.ຄາດວ່າໃນເດືອນມັງກອນເຖິງເດືອນພຶດສະພາ,2.662 ລ້ານຄົນໄດ້ພັກອາໄສຢູ່ແຂວງຢຸນນານ,ເພີ່ມຂຶ້ນ50,3%ເມື່ອທຽບໃສ່ປີທີ່ຜ່ານມາ,ນະຄອນຄຸນມິງເປັນອັນດັບໜຶ່ງໃນຈຳນວນນັກທ່ອງທ່ຽວຈາກ 16 ແຂວງ(ນະຄອນ),ດຶງດູດ 714.900 ຄົນອາໄສຢູ່ນະຄອນຄຸນມິງ. 

4

ນັກທ່ອງທ່ຽວກ່າວວ່າ:"ທີ່ນີ້ອາກາດເຢັນ,ຈັງຫວະຊີວິດຊ້າ,ອຸນຫະພູມສົມຄວນ,ການຢູ່ໃນເຮືອນຊົນນະບົດຮູ້ສຶກສະບາຍຫຼາຍ.ສະພາບແວດລ້ອມສວຍງາມ,ຜ່ອນຄາຍກວ່າຊີວິດໃນເມືອງ."

5

ນັກທ່ອງທ່ຽວກ່າວວ່າ:"ຂ້ອຍຮູ້ສຶກວ່າອາກາດທີ່ນີ້ດີຫຼາຍ,ເໝາະສົມທີ່ສຸດສຳລັບການທ່ອງທ່ຽວ ແລະ ດຳລົງຊີວິດ.ຂ້ອຍຍັງຄິດວ່າຈະມາຕັ້ງຖິ່ນຖານຢູ່ທີ່ນີ້ຫຼັງຈາກບຳນານ."

6

ນັກທ່ອງທ່ຽວກ່າວວ່າ:"ຢູ່ບ້ານຂ້ອຍ,ຈັງຫວະຊີວິດໄວ,ມາຮອດຄຸນມິງຮູ້ສຶກທຸກຢ່າງຊ້າລົງ,ປະສົບການໂດຍລວມດີຫຼາຍ."

7

ນັກທ່ອງທ່ຽວ:"ຄັ້ງນີ້ຖືວ່າໄດ້ລອງພຽງເລັກນ້ອຍ.ຢຸນນານເໝາະສົມກັບການດຳລົງຊີວິດແບບຊ້າໆ,ຖ້າມາທ່ອງທ່ຽວແບບພັກເຊົ່າ,ອາຊີບຕ້ອງມີອິດສະລະ,ວັນພັກກໍຕ້ອງຍາວ.ຂ້ອຍກໍຢາກມາທ່ອງທ່ຽວຢູ່ຄືກັນ."

8

ບໍ່ພຽງແຕ່ນັກທ່ອງທ່ຽວພາຍໃນປະເທດທີ່ມັກການທ່ອງທ່ຽວຢູ່ຢຸນນານໃນຊ່ວງລະດູຮ້ອນ,ນັກທ່ອງທ່ຽວຕ່າງປະເທດກໍຕື່ນເຕັ້ນກັບວັນພັກລະດູຮ້ອນຂອງຢຸນນານເຊັ່ນກັນ. ຂໍ້ມູນຈາກທາງເວັບໄຊ ທູຈຽວ(Tujia) ສະແດງໃຫ້ເຫັນວ່າ,ໃນຊ່ວງລະດູຮ້ອນປີ 2025,ນັກທ່ອງທ່ຽວຕ່າງປະເທດໄດ້ຈອງທີ່ພັກແບບໂຮມສເຕຢ໌ໃນ 253 ເມືອງທົ່ວປະເທດ, ໃນນັ້ນ ດາລີ, ຄຸນມິງ, ແລະ ລີ່ຈ່ຽງ ສາມາດຕິດອັນດັບ 10 ເມືອງທີ່ມີຍອດຈອງໂຮມສເຕຢ໌ຈາກນັກທ່ອງທ່ຽວຕ່າງປະເທດຫຼາຍທີ່ສຸດ.

9

ແມ່ນແລ້ວ, ໃນຊ່ວງປີທີ່ຜ່ານມານີ້ ຄຸນມິງໄດ້ກາຍເປັນ"ສະຖານທີ່ແຫ່ງຄວາມຝັນ ແລະ ການເດີນທາງ"ໃນໃຈຂອງນັກທ່ອງທ່ຽວ,ຍັງລໍຖ້າຫຍັງຢູ່ຖ້າຢາກມາສຳຜັດກັບຄວາມ"ດີງາມ"ຂອງຄຸນມິງ?

中文

随着2025年暑假步入尾声,途家大数据揭示了旅游新趋势:文化古城、小众避暑地及深度旅居成为游客新宠。今年暑期,云南无疑是国内最炙手可热的旅居目的地。

据最新数据显示,2025年上半年,云南吸引了280.3万人前来旅居,同比增长高达45.4%。这股热潮在暑期持续升温,途家平台明确指出,云南是今年暑期最热门的国内旅居选择。

与以往“快进快出”的打卡式旅游不同,今年更多游客倾向于在一地深度体验“慢生活”。数据显示,暑期期间,全国各地游客入住时间超过7天的民宿订单量同比增长了两成,旅居游客平均入住天数达到11天,甚至有游客选择在此长住达5个月之久。

昆明市旅行社行业协会会长朱伯威:“今年暑期,入滇游客中旅居旅游占比大幅增加。云南得天独厚的气候条件吸引了大量北方炎热地区的游客。他们不再满足于短暂的旅游体验,而是更倾向于在云南寻找心仪之地,无论是山水之间还是森林草地,都能找到符合他们审美需求的长期居住地。从旅游经济的角度来看,游客在一个区域的停留时间越长,其综合消费能力就越强,对当地经济发展的推动作用也就越大。特别是去年,云南的旅居旅游人数已经突破了400万大关。”

从“走马观花”到“安家落户”,从“游客”到“家人”,云南凭借气候康养、文化体验、生态旅居等独特优势,近年来“旅居云南”的品牌效应日益显著。据测算,1月至5月,266.2万人在云南旅居,同比增长50.3%;昆明市排名16个州(市)旅居人数首位,吸引71.49万人在昆旅居。

游客:“这里天气凉爽,生活节奏慢,气温宜人,住在乡村房子里感觉非常舒适。环境优美,比城市生活更加放松。”

游客:“我觉得这里的天气特别好,非常适合旅居。我都打算退休后来这里定居。”

游客:“我家那边生活节奏快,来到昆明感觉一切都慢了下来,整体体验非常好。”

游客:“这次算是浅尝辄止。云南很适合慢生活,如果来旅居,职业得自由,假期也得长。我也想来旅居。”

不仅国内游客钟爱云南的暑期旅居,外国游客也对云南的暑假充满了期待。途家数据显示,2025年暑期,外国游客预订的民宿遍布全国253座城市,其中大理、昆明、丽江成功跻身外国游客民宿预订量前10榜单。

没错,近年来昆明成为游客心中的“诗和远方”,感受“好在”昆明还等什么呢?

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港