你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ
12 ບ້ານທີ່ເປັນຂຸມສົມບັດທີ່ເຊື່ອງໄວ້ຢູ່ໃກ້ໆເມືອງຄຸນມິງ
来源:ສະບາຍດີ时间:2025-08-22 16:49:03
ການດຳລົງຊີວິດທ່າມກາງຕຶກອາຄານຊີມັງມາດົນນານ,ຄວາມງຽບສະຫງົບ ແລະ ຄວາມບໍລິສຸດຂອງຊົນນະບົດກຳລັງກາຍເປັນທີ່ໜ້າປາຖະໜາຂອງຄົນໃນເມືອງຫຼາຍຂຶ້ນ.ໃນຊ່ວງວັນພັກ,ລອງອອກຈາກຕົວເມືອງໄປຫາບ້ານຊົນນະບົດຮອບໆເມືອງຄຸນມິງເພື່ອຫາປາ,ເກັບຜົນປູກ,ປິກນິກ,ແລະສຳຜັດກັບຄວາມສະບາຍຂອງການດຳລົງຊີວິດແບບຊ້າໆ.
ບ້ານຫາຍຢັນ
ສະຖານທີ່ລັບອັນມີຄ່າສຳລັບການເບິ່ງຕາເວັນຕົກຢູ່ຂ້າງໜອງແສ ດຽນຊື່.ຍາມຮຸ່ງແລງ,ຕາເວັນຕົກປະສົມປະສານກັບສາຍນ້ຳສາບ ເໝືອນກັບກ້າວເຂົ້າສູ່ດິນແດນມະຫັດສະຈັນ.ພາດ້ວຍກ້ອງຖ່າຍຮູບ,ອາຫານສຳລັບປິກນິກ,ແລະມາພ້ອມກັບຄອບຄົວ ຫຼື ໝູ່ເພື່ອນ ເພື່ອເກັບເອົາຊ່ວງເວລາທີ່ງົດງາມໄວ້.
ບ້ານຟຸກບາວ
ຕັ້ງຢູ່ແຫຼມທາງພາກໃຕ້ຂອງໜອງແສດຽນຊື່,ໄດ້ຮັບການຍ້ອງຍໍວ່າເປັນ"ອູ່ເຂົ້າອູ່ປາ".ບ່ອນນີ້ເປັນປ່ອງຢ້ຽມລະຫວ່າງຊົນນະບົດ ແລະ ຕົວເມືອງ,ສາມາດສຳຜັດກັບບັນຍາກາດແບບຊາວນາ ພ້ອມທັງເພີດເພີນກັບຄວາມສະບາຍແບບຕົວເມືອງ,ອຸດົມສົມບູນດ້ວຍອາຫານອັນດີ ແລະ ສະຖານທີ່ທ່ອງທ່ຽວ.
ບ້ານສຽວຢຸ້
ບ້ານສຽວຢຸ້ຢູ່ຕາແສງ ຊາງສວນ ໃນເມືອງ ຈິນນິງ,ຕັ້ງຢູ່ໃກ້ພູເຂົາ ແລະ ສາຍນ້ຳ,ບ່ອນທີ່ທົ່ງນາ ແລະ ທິວທັດທະເລສາບປະສົມປະສານກັນຢ່າງງົດງາມ,ເປັນຕົວແທນຂອງຊົນນະບົດທີ່ສວຍງາມ ທີ່ “ເໝາະແກ່ການຢູ່ອາໄສ,ທຳມາຫາກິນ, ແລະ ທ່ອງທ່ຽວ”.
ບ້ານປະມົງບູຮານວໍຫຼົງ
ສ້າງຂຶ້ນໃນປີ 1381,ມີປະຫວັດສາດຍາວນານກວ່າ 600 ປີ.ພາຍໃນບ້ານມີອາຄານສະໄໝຊິງ ແລະ ສະໄໝສາທາລະນະລັດຈີນຈຳນວນຫຼາຍ,ເປັນພື້ນທີ່ວັດທະນະທຳປະຫວັດສາດທີ່ສຳຄັນຂອງເມືອງຄຸນມິງ.ການຍ່າງທ່ຽວຢູ່ທີ່ນີ້ຄືກັບການຍ້ອນກັບໄປສູ່ຍຸກສະໄໝຂອງບ້ານປະມົງບູຮານ.
ບ້ານຟຸກອານ
ບ້ານບູຮານສະໄໝມິງ,ມີຖະໜົນປູດ້ວຍແຜ່ນຫີນສີຟ້າ,ຊອຍບູຮານເລິກລັບ ແລະ ງຽບສະຫງົບ.ຮອດປັດຈຸບັນຍັງຮັກສາ"ລິວຟາງລິວກູ"ພ້ອມດ້ວຍບ້ານພັກແບບດັ້ງເດີມ ແລະ ມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸເຊັ່ນ:ລະຄອນ ຮວາຕິ້ງ,ຫຍິບແສ້ວ,ການຟ້ອນມັງກອນ ແລະ ອື່ນໆ, ເປັນສະຖານທີ່ທີ່ປະສານປະສານລະຫວ່າງປະເພນີ ແລະ ຊີວິດປະຈຳວັນ.
ບ້ານບູຮານຢ່ານທາ
ມີປະຫວັດສາດຍາວນານກວ່າ 700 ປີ,ພາຍໃນບ້ານມີອາຄານດ້ວຍດິນຈີ່ແດງ ແລະ ກະເບື້ອງສີຟ້າ,ຕົ້ນໄມ້ດອກໄມ້ທີ່ຈັດວາງຢ່າງງົດງາມ.ຍາມຮຸ່ງແລງ,ຕາເວັນຕົກສາດສ່ອງແສງລົງມາຢູ່ເທິງທາງເດີນບູຮານ ແລະ ຫຼັງຄາບ້ານ,ແສງ ແລະ ເງົາປະສົມປະສານກັນ,ສະຫງົບ ແລະ ເຕັມໄປດ້ວຍຄວາມສຸຂຸມຄືກັບບົດກະວີ.
ບ້ານລຽງວາງ
ບ້ານບູຮານຢູ່ຝັ່ງໃຕ້ຂອງໜອງແສ ດຽນຊື່,ມີພື້ນທີ່ດິນຊຸ່ມປະມານ 200 ມູ(13.3ເຮັກຕາ)ທີ່ເປັນທີ່ຢູ່ອາໄສຂອງສັດປ່າຕ່າງໆ ເຊັ່ນ ເປັດປ່າ ແລະ ນົກນາງນວນ.ໃນພູເຂົາມີຖ້ຳ,ຕົ້ນໄມ້ບູຮານ,ປະຕູເມືອງຫີນ,ແລະ ວັດບູຮານ ທີ່ເປັນມໍລະດົກທາງມະນຸດສະທຳ,ເຮັດໃຫ້ບ້ານແຫ່ງນີ້ມີສະເໜ່ທັງທາງທຳມະຊາດ ແລະ ວັດທະນະທຳ.
ບ້ານຊາຕີ
ມີຊື່ສຽງໃນນາມ"ອູ່ເຂົ້າອູ່ປາບົນທົ່ງສູງ".ທ່າມກາງທົ່ງນາມີຕູ້ລົດໄຟ 6 ຕູ້ຖືກວາງໄວ້,ປັດຈຸບັນຖືກດັດແປງເປັນຮ້ານກາເຟ,ບາຣ໌,ແລະ ເຮືອພັກ,ກາຍເປັນຈຸດທີ່ນິຍົມສຳລັບການຖ່າຍຮູບ ແລະ ເຊັກອິນ.ລະດູຮ້ອນມີເຂົ້ານາ,ລະດູໜາວມີດອກຜັກກາດນ້ຳມັນ,ເປັນສະຖານທີ່ທີ່ຜະສົມຜະສານລະຫວ່າງຄວາມໂຣແມນຕິກ ແລະ ຄວາມຄິດຮອດບ້ານເກົ່າ.
ບ້ານດາມໍຢຸ້
ບ້ານບູຮານຂອງຊົນເຜົ່າຢີ ໃນເຂດຊີຊານ,ມີປະຫວັດສາດຍາວນານກວ່າ 300 ປີ.ພາຍໃນບ້ານຍັງຮັກສາປະເພນີຂອງຊົນເຜົ່າຢີຢ່າງຄົບຖ້ວນ, ພ້ອມທັງຜະສົມຜະສານກັບການສ້າງສັນແບບວັດທະນະທຳ ແລະ ງານວາງສະແດງສິລະປະ,ເປັນບ້ານວັດທະນະທຳທີ່ປະສານປະສານລະຫວ່າງປະເພນີ ແລະ ຄວາມທັນສະໄໝ.
ບ້ານລໍຈຸ້
ສ້າງຂຶ້ນໃນທ້າຍສະໄໝມິງຕົ້ນສະໄໝຊິງ,ຕໍ່ມາກາຍເປັນບ່ອນຢູ່ລວມກັນຂອງຊົນເຜົ່າຢີ.ກຸ່ມອາຄານພາຍໃນບ້ານມີລັກສະນະເປັນເອກະລັກ,ມີທັງບ້ານພັກແບບຊາວຮັນ"ຢີກໍຢິ້ນ"ແລະ ບ້ານແບບຊົນເຜົ່າຢີ"ຕູຈາງຟາງ".ປັດຈຸບັນບ້ານນີ້ໄດ້ຮັບການບັນຈຸເຂົ້າໃນ"ບັນຊີບ້ານດັ້ງເດີມຂອງຈີນ".
ບ້ານບາຍຊາວ
ບ້ານບູຮານຂອງຊົນເຜົ່າປາຍຢູ່ຂ້າງໜອງແສ ດຽນຊື່,ຢູ່ໃກ້ກັບພູ ກວນອິນ.ພາຍໃນບ້ານສາມາດເຫັນງານຫັດຖະກຳຂອງຊົນເຜົ່າປາຍຢູ່ທົ່ວໄປ ເຊັ່ນ ການຍ້ອມຜ້າແບບມັດຍ້ອມ ແລະ ການແກະສະຫຼັກໄມ້,ພ້ອມດ້ວຍວັດບູຮານ ແລະ ນ້ຳພຸທີ່ໃສສະອາດ.ຖ້າຍ່າງຈົນຮູ້ສຶກເມື່ອຍ,ລອງແວ່ພັກຜ່ອນທີ່ຮ້ານກາເຟທີ່ມີເອກະລັກສະເໝີ.
ບ້ານກູລຽນ
ບ້ານນ້ອຍທີ່ມີປະຫວັດສາດຫຼາຍຮ້ອຍປີຢູ່ທີ່ຕີນພູຊີຊານ,ບ້ານບູຮານສ່ວນໃຫຍ່ຖືກດັດແປງເປັນຮ້ານອາຫານແບບຊາວນາ.ສາມາດຕົ້ມຊາ,ຕັ້ງແຄມປ໌,ເກັບຜົນປູກ,ແລະ ຊົມທິວທັດໜອງແສ ດຽນຊື່ຈາກໄກ, ສຳຜັດກັບຊີວິດແບບຊ້າໆທີ່ມີຄວາມຈິງໃຈ ແລະ ສະບາຍໆ.
ບັນດາບ້ານທີ່ເຊື່ອງຢູ່ຮອບໆເມືອງຄຸນມິງ ບ່ອນທີ່ມີທັງກິ່ນອາຍຄວາມເກົ່າແກ່ທີ່ຍາວນານ,ທຳມະຊາດທີ່ມີຊີວິດຊີວາ,ແລະ ວັດທະນະທຳອັນອຸດົມສົມບູນ.ບໍ່ວ່າເຈົ້າຈະຊອກຫາຄວາມງຽບສະຫງົບຊົ່ວຂະນະ,ຫຼື ຢາກສຳຜັດຄວາມມ່ວນຊື່ນແບບຊົນນະບົດ,ທີ່ນີ້ຈະມີ"ບົດກະວີ ແລະ ຄວາມໄກ"ທີ່ເປັນຂອງເຈົ້າເອງ.ສວຍໂອກາດໃນຊ່ວງວັນພັກ,ຊວນໝູ່ເພື່ອນ ຫຼື ຄອບຄົວ,ມາຮ່ວມກັນຄົ້ນພົບຄວາມງົດງາມທີ່ຢູ່ໃກ້ໆກັນເຖິດ!
在钢筋水泥中久居,乡村的宁静与纯粹,正成为越来越多城里人的心头好。小长假,不妨走出都市,到昆明周边的村落里钓鱼、采摘、野餐,体验慢生活的惬意。
海晏村
滇池畔的日落宝藏地。黄昏时分,夕阳与湖水交织,仿佛走进仙境。带上相机、野餐食材,与家人好友一起定格美好瞬间。
福保村
位于滇池南郊半岛,被誉为“鱼米之乡”。这里是城乡交汇的窗口,既能感受农家风味,也能品味城市休闲气息,美食与观光资源丰富。
小渔村
晋宁区上蒜镇的“小渔村”,依山傍水,田园与湖景交融,是“宜居、宜业、宜游”的代表性美丽乡村。
卧龙古渔村
始建于1381年,至今已有600多年历史。村中分布大量清代与民国建筑,是昆明重要的历史文化片区,漫步其中仿佛回到古渔村岁月。
福安村
明代古村,青石板铺路,古巷幽深。至今仍保留“六坊六古”等古宅与非遗文化,如花灯、刺绣、舞龙等,是传统与生活交织的地方。
雁塔古村
已有700多年历史,村落里红砖青瓦、花木扶疏。黄昏时分,夕阳洒落在古道与屋顶,光影交错,安静又诗意。
梁王村
滇池南岸的古村,约200亩湿地孕育着野鸭、海鸥等物种。山中溶洞、古树与石城门、古寺等人文遗迹,让村落兼具自然与文化魅力。
沙堤村
素有高原“鱼米之乡”美誉。稻田间摆放的6节火车车厢,已改造成咖啡吧、酒吧和民宿,成为热门打卡地。夏有稻浪,冬有油菜花,是浪漫与乡愁并存的地方。
大墨雨村
西山区的彝族古村,已有300多年历史。村中完整保留彝族风俗,又融合文创与艺术展览,是传统与现代结合的文化村落。
乐居村
始建于明末清初,后逐渐发展为彝族聚居地。村落建筑群独特,既有汉族“一颗印”民居,又有彝族“土掌房”,如今已入选“中国传统村落名录”。
百草村
滇池边的白族古村,背靠观音山。村里随处可见扎染、木雕等白族工艺,还有古寺与清泉。走累了,不妨去特色咖啡厅坐坐。
古莲村
西山脚下的百年小村落,古宅多已改为农家乐。可煮茶、露营、采摘,远眺滇池,感受质朴悠闲的慢生活。
这些藏在昆明周边的村落,或古韵悠长,或自然灵动,或人文荟萃。无论你是想寻找片刻安宁,还是想体验乡野乐趣,都能在这里找到属于自己的“诗与远方”。趁着假期,约上亲友,一起去发现身边的美好吧!