你现在的位置:首页 > ການດໍາເນີນທຸລະກິດແລະການລົງທຶນ
ວັດຖຸຢາຫຼາຍກວ່າ 2,000 ໂຕ້ນໄດ້ຖືກນໍາເຂົ້າຜ່ານດ່ານຊ່ານແດນສາກົນ ບໍ່ຫານ
来源:ສະບາຍດີ时间:2025-07-09 11:09:39
ເຈົ້າໜ້າທີ່ພາສີກວດກາວັດຖຸຢາທາງການແພດທີ່ນຳເຂົ້າຢູ່ເຂດກວດກາວັດຖຸຢາຂອງດ່ານສາກົນລົດໄຟ ບໍ່ຫານ.
ນັບຕັ້ງແຕ່ດ່ານຊາຍແດນສາກົນຂາເຂົ້າ-ຂາອອກ ບໍ່ຫານ ນຳເຂົ້າວັດຖຸຢາໄດ້ດຳເນີນເປັນເວລາ 4 ເດືອນນັບແຕ່ໄດ້ເລີ່ມບໍລິການຢ່າງເປັນທາງການໃນວັນທີ 27 ກຸມພາ 2025.ອີງຕາມການສະຖິຕິຂອງກົມການຕິດຕາມ ແລະ ການຄຸ້ມຄອງຕະຫຼາດຂອງນະຄອນຄຸນມິງ(ຕໍ່ໄປນີ້ເອີ້ນວ່າ"ກົມຄຸ້ມຄອງຕະຫຼາດເທດສະບານ"),ມາຮອດວັນທີ 30 ມິຖຸນາ 2025.ນັບມາຮອດວັນທີ 30 ມິຖຸນາປີ 2025,ວັດຖຸຢາໄດ້ 2,007.91 ໂຕ້ນໄດ້ນຳເຂົ້າຜ່ານດ່ານຊາຍແດນສາກົນແຫ່ງນີ້,ດ້ວຍມູນຄ່າທັງໝົດ 12 ລ້ານກວ່າຢວນ,ລວມມີ 8 ຊະນິດຄື: ເຄືອເລືອດໄກ່(Spatholobus Stem),ໝາກແໜ່ງ(Amomum villosum),ເຂືອງລາຍ(Smilax glabra),ຫົວສາມສິບ(Stemona japonica),ຫວ້ານຫອມ(Kaempferia galanga),ຂິງແຄງປາກກັ້ງ(Homalomena occulta),ໝາກລິນໄມ້(Oroxylum indicum) ແລະ Alpinia katsumadai Hayata.
ປະຈຸບັນ,ນະຄອນຄຸນມິງພວມອີງໃສ່ເສັ້ນທາງລົດໄຟລາວ-ຈີນ ແລະ ດ່ານຊາຍແດນສາກົນ ບໍ່ຫານ,ສືບຕໍ່ຊຸກຍູ້ ແລະ ປັບປຸງການພັດທະນາດ່ານຊາຍແດນນຳເຂົ້າສະຫມຸນໄພ ບໍ່ຫານ,ຊ່ວຍໃຫ້ແຂວງຢຸນນານສ້າງສູນການຄ້າສະຫມຸນໄພທາງການແພດທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກຕາເວັນຕົກສຽງໃຕ້ຈີນ,ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້.
ຕອນເຊົ້າວັນທີ 27 ກຸມພາ,ວັດຖຸຢາຊຸດທຳອິດໄດ້ນຳເຂົ້າຜ່ານດ່ານຊາຍແດນ ບໍ່ຫານ.
ວັນທີ27ກຸມພາປີນີ້,ຄຽງຄູ່ກັບສຽງແກຂອງລົດບັນທຸກ,ເຄືອເລືອດໄກ່(Spatholobus Stem) ແລະ ໝາກແໜ່ງ(Amomum villosum)ທີ່ມີມູນຄ່າ530,200ຢວນ, ນ້ຳໜັກລວມ110ໂຕ້ນຈາກປະເທດລາວໄດ້ເຂົ້າເມືອງປະເທດຈີນໂດຍຜ່ານດ່ານບໍ່ຫານ, ນັບເປັນການເປີດດ່ານຊາຍແດນນໍາເຂົ້າວັດສະດຸຢາ ບໍ່ຫານ ຢ່າງເປັນທາງການ ແລະ ເປີດບົດບາດໃຫມ່ຂອງການຮ່ວມມືລະຫວ່າງຈີນ-ລາວ ໃນຂົງເຂດການຄ້າວັດສະດຸຢາທາງການແພດ.
ດ່ານຊາຍແດນສາກົນບໍ່ຫານ.
ໃນເດືອນຕຸລາປີ2022,ນະຄອນຄຸນມິງໄດ້ຍື່ນສະເໜີໃຫ້ລັດເພີ່ມດ່ານຊາຍແດນສາກົນບໍ່ຫານ (ລວມທັງດ່ານຊາຍແດນສາກົນທາງລົດໄຟ ບໍ່ຫານ)ເປັນດ່ານຊາຍແດນສາກົນເພື່ອນຳເຂົ້າວັດຖຸດິບຢາ, ແລະໄດ້ສະເໜີໃຫ້ສ້າງດ່ານຊາຍແດນສາກົນ ບໍ່ຫານໃຫ້ເປັນດ່ານຊາຍແດນສາກົນທັນສະໄໝທີ່ມີລັກສະນະແບບຈີນ ແລະ ມາດຕະຖານສາກົນລະດັບໂລກ ເພື່ອເລັ່ງພັດທະນາອຸດສາຫະກຳວັດຖຸຢາຂອງປະເທດຈີນ.
ເປັນຫຍັງຕ້ອງເພີ່ມດ່ານດັ່ງກ່າວ?ມັນຈະນໍາເອົາຜົນປະໂຫຍດມາໃຫ້ໄດ້ແນວໃດ?ຄຸນມິງໄດ້ເຮັດການຄິດໄລ່ເສດຖະກິດບາງຢ່າງ.
ຕົ້ນທຶນດ້ານເວລາ
ໃນເມື່ອກ່ອນ,ບັນດາປະເພດວັດຖຸດິບຢາທີ່ນໍາເຂົ້າຈາກປະເທດລາວສ່ວນຫຼາຍແມ່ນເຂົ້າຜ່ານດ່ານ ເຮີໂຂ,ດ່ານຈິ່ງຫົງ, ເຊິ່ງຕ້ອງໃຊ້ເວລາເຖິງ 3-5 ວັນ.ແຕ່ຫຼັງຈາກທີ່ດ່ານ ບໍ່ຫານ ເພີ່ມເປັນດ່ານຊາຍແດນນໍາເຂົ້າວັດຖຸດິບຢາ,ການຂົນສົ່ງຢາລາວຜ່ານທາງຖະຫນົນໄປດ່ານບໍ່ຫານຈະໃຊ້ເວລພຽງ 1 ຫາ 2 ມື້ເທົ່ານັ້ນ.
ຕົ້ນທຶນດ້ານເງິນທຶນ
ຖ້າເຂົ້າເມືອງຜ່ານດ່ານ ເຮີໂຂ,ດ່ານຈິ່ງຫົງຈຳເປັນຕ້ອງເສຍພາສີ 900 ຫາ 1,200 ຢວນຕໍ່ໂຕນ, ແຕ່ຖ້າເຂົ້າເມືອງຜ່ານດ່ານຊາຍແດນສາກົນ ບໍ່ຫານ,ຈະສາມາດປະຫຍັດຄ່າທຳນຽມສ່ວນນີ້ໄດ້.
ຄວາມປອດໄພທີ່ສູງຂຶ້ນ
ການຂົນສົ່ງວັດຖຸຢາຮັບຜົນກະທົບໄດ້ງ່າຍຕໍ່ອຸນຫະພູມແລະຄວາມຊຸ່ມຊື່ນ.ໃນຖານະທີ່ເປັນດ່ານນໍາເຂົ້າວັດຖຸຢາແຫ່ງດຽວຂອງແຂວງຢຸນນານທີ່ມີທັງທາງຫຼວງ ແລະ ທາງລົດໄຟຮອງຮັບ,ສິນຄ້າສາມາດຂົນສົ່ງຜ່ານທາງລົດໄຟລາວ-ຈີນໄດ້.ໃນກໍລະນີທີ່ມີສະພາບອາກາດຮ້າຍແຮງ, ການຂົນສົ່ງທາງລົດໄຟຍັງຄົງຜ່ານໄປໄດ້ຢ່າງລຽບງ່າຍ.
ສະຖານີ ບໍ່ຫານ ທາງລົດໄຟລາວ-ຈີນ
ການສ້າງດ່ານດັ່ງກ່າວຈະນຳມາໃຫ້ທ່າແຮງດ້ານຕະຫຼາດອັນໃຫຍ່ຫຼວງ. ປີ 2024, ປະລິມານການນໍາເຂົ້າວັດຖຸດິບຢາຂອງປະເທດຈີນບັນລຸ 206,500ໂຕ້ນ ດ້ວຍມູນຄ່າສິນຄ້າ 2,920ຕື້ຢວນ, ແຂວງຢຸນນານໄດ້ນຳເຂົ້າວັດຖຸຢາ 58,400 ໂຕ້ນ ດ້ວຍມູນຄ່າ 616 ລ້ານຢວນ, ເປັນອັນດັບໜຶ່ງຂອງປະເທດຈີນທັງດ້ານປະລິມານການນຳເຂົ້າວັດຖຸດດິບຢາ ແລະ ມູນຄ່າ. ດ້ວຍການພັດທະນາຢ່າງວ່ອງໄວຂອງອຸດສາຫະກຳການແພດ ແລະ ສຸຂະພາບຢູ່ເມືອງຄຸນມິງ ແລະ ແຂວງຢຸນນານ, ຄວາມຕ້ອງການນຳເຂົ້າວັດສະດຸຢາແມ່ນເພີ່ມຂຶ້ນ. ອີງຕາມສະຖິຕິການຄົ້ນຄ້ວາທີ່ກ່ຽວຂ້ອງຂອງກົມຄຸ້ມຄອງຕະຫຼາດເທດສະບານ, ຂະໜາດເສດຖະກິດດ້ານວັດຖຸຢາ ແລະ ຄວາມຕ້ອງການນຳເຂົ້າຂອງແຂວງລ້ວນແຕ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ.
ນອກຈາກນີ້,ການສ້າງດ່ານຊາຍແດນດັ່ງກ່າວຈະເປີດປະຕູບານໃໝ່ໃຫ້ແກ່ປະເທດຈີນກັບອາຊີຕາເວັນອອກສ່ຽງໃຕ້ເພື່ອເສີມສ້າງການຮ່ວມມືດ້ານແພດສາດພື້ນເມືອງຂອງຈີນ,ລວມຕົວກັນຢ່າງມີປະສິດຕິພາບໃນການພັດທະນາເຊັ່ນ:ຊັບພະຍາກອນການແພດ,ການແປຮູບໃນພື້ນທີ່,ການຄ້າຢາປົວພະຍາດ,ການຂົນສົ່ງວັດຖຸຢາຢູ່ບໍ່ຫານ,ຊຸກຍູ້ການປູກຝັງຊີວະພາບ,ວິທະຍາສາດຊີວິດແລະອຸດສາຫະກຳອື່ນໆພາຍໃນເຂດຮ່ວມມືເສດຖະກິດ ບໍ່ຫານ-ເຕ່ນ.
磨憨药材进口边境口岸自2025年2月27日正式通关以来,已顺利运行4个多月。根据昆明市市场监督管理局(以下简称“市市场监管局”)统计数据,截至2025年6月30日,通过该口岸进口药材2007.91吨,货值1200余万元,涉及鸡血藤、砂仁、土茯苓、百部、山奈、千年健、木蝴蝶、草豆蔻8个品种。
当前,昆明市正依托中老铁路和磨憨口岸,持续推动和完善磨憨药材进口边境口岸发展,助力云南打造面向西南、辐射南亚东南亚的药材交易中心。
今年2月27日,随着货车的鸣笛声,货值53.02万元、重达110吨的老挝鸡血藤及砂仁通过磨憨口岸进入我国,标志着磨憨药材进口边境口岸正式启用,开启了中老两国在药材贸易领域的合作新篇章。
2022年10月,昆明市就向国家申报增设磨憨口岸(含磨憨铁路口岸)为药材进口边境口岸,提出要将磨憨打造为具有中国特色和国际一流水准的现代化口岸,加速我国药材相关产业发展。
为何要增设该口岸?它将带来怎样的收益?昆明算了一笔经济账。
时间成本
以前,老挝进口药材主要经河口、景洪口岸入境,运输时间需3至5天。磨憨增设为药材进口边境口岸后,老挝药材经公路运输到磨憨口岸仅需1至2天。
资金成本
河口、景洪口岸入境,需缴纳900至1200元/吨的税费,从磨憨口岸入境可节省这笔费用。
安全性更高
药材运输易受温湿度影响。作为省内唯一一个拥有公路、铁路的药材进口边境口岸,货物可通过中老铁路运输。在遇到恶劣天气时,铁路运输一般仍能保持通畅。
增设该口岸,还有巨大的市场潜力。2024年全国药材进口数量达20.65万吨,货值29.2亿元,云南省进口药材5.84万吨、货值6.16亿元,进口量、货值均居全国首位。随着昆明乃至全省生物医药和大健康产业的快速发展,对药材进口的需求量不断增加,根据市市场监管局的相关调研统计,全省药材经济规模和进口需求均呈逐年递增趋势。
此外,增设该口岸将开启我国与东南亚加强中医药合作的新门户,实现医药资源、落地加工、药材贸易、药材物流等发展要素在磨憨的集聚,促进磨憨—磨丁合作区内生物医药、生命科技等产业的培育。