你现在的位置:首页 > ການດໍາເນີນທຸລະກິດແລະການລົງທຶນ
ຄົນເຂົ້າ-ອອກເມືອງດ່ານບໍ່ຫານໃນວັນພັກວັນກໍາມະກອນສາກົນມີເຖິງ 27,000 ເທື່ອຄົນ,ມີນັກທ່ອງທ່ຽວຕ່າງປະເທດກວມກວ່າ 40%
来源:ສະບາຍດີ时间:2025-05-12 16:35:54
ວັນພັກວັນກໍາມະກອນປີ 2025,ດ່ານຊາຍແດນແຂວງຢຸນນານໄດ້ຕ້ອນຮັບຈຸດສູງສຸດຂອງກະແສຜູ້ໂດຍສານ.ນັກຂ່າວໄດ້ຮັບຂໍ້ມູນຈາກສະຖານີກວດກາຊາຍແດນບໍ່ຫານວ່າ:ນັບແຕ່ວັນທີ1-5ພຶດສະພານີ້,ດ່ານບໍ່ຫານ(ທາງດ່ວນ+ທາງລົດໄຟ)ໄດ້ກວດກາ ແລະ ປ່ອຍຄົນເຂົ້າ-ອອກຢູ່ດ່ານບໍ່ຫານມີເຖິງ27,000ເທື່ອຄົນ,ທຽບໃສ່ປີຜ່ານມາເພີ່ມຂຶ້ນ27%.ໃນນັ້ນ,ມີຄົນຕ່າງປະເທດເກືອບ 11,000 ຄົນ,ກວມເອົາຫຼາຍກວ່າ 40% ຂອງຄົນເຂົ້າ-ອອກເມືອງ,ສະທ້ອນໃຫ້ເຫັນເຖິງຄວາມດຶງດູດຂອງແຂວງຢຸນນານທີ່ນັບມື້ນັບເປັນແຫຼ່ງທ່ອງທ່ຽວສາກົນ.
ດ່ານທາງບົກ ບໍ່ຫານ
ດ່ານ ບໍ່ຫານ ເປັນເສັ້ນທາງບົກທີ່ສໍາຄັນຈາກປະເທດຈີນສູ່ ລາວ ແລະ ເປັນສະຖານີທີ່ສໍາຄັນຂອງລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວ.ໃນໄລຍະວັນພັກກຳມະກອນສາກົນ,ນັກທ່ອງທ່ຽວຈາກລາວ,ໄທ,ຫວຽດນາມ ແລະ ປະເທດອື່ນໆເຂົ້າເມືອງຜ່ານດ່ານສາກົນຊາຍແດນແຫ່ງນີ້ ແລະ ເດີນທາງໄປກິ່ງແຂວງ ສິບສອງພັນນາ,ນະຄອນຄຸນມິງ,ກິ່ງແຂວງຕ້າລີ,ເມືອງ ແຊນກຣີ-ລາ ແລະ ສະຖານທີ່ອື່ນໆ ເພື່ອທ່ອງທ່ຽວ,ຢ້ຽມຢາມຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ແລະ ການບໍລິໂພກຂ້າມຊາຍແດນ.ສະແດງໃຫ້ເຫັນ "ການຂະຫຍາຍຕົວຂອງການທ່ອງທ່ຽວຂ້າມຊາຍແດນ".
ນັກທ່ອງທ່ຽວເຂົ້າຮ່ວມການທ່ອງທ່ຽວຂ້າມຊາຍແດນ
ໃນຊຸມປີມໍ່ໆມານີ້,ຄຽງຄູ່ກັບການດໍາເນີນງານສາກົນຂອງທາງລົດໄຟລາວ-ຈີນໄດ້ຊຸກຍູ້ໄປຫນ້າຢ່າງບໍ່ຢຸດຢັ້ງ,ການສ້າງ "ວົງການທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ໄດ້ກ້າວເຂົ້າສູ່ລວງເລິກ,ການແລກປ່ຽນດ້ານການທ່ອງທ່ຽວ,ວັດທະນະທໍາ,ເສດຖະກິດການຄ້າລະຫວ່າງແຂວງຢຸນນານກັບບັນດາປະເທດອາຊີຕາເວັນອອກສຽງໃຕ້ນັບມື້ນັບແຫນ້ນແຟ້ນຂຶ້ນ.ໂດຍອີງໃສ່ທິວທັດທໍາມະຊາດທີ່ອຸດົມສົມບູນ,ວັດທະນະທໍາຊົນເຜົ່າທີ່ມີສີສັນ ແລະ ທ່າໄດ້ປຽບຂອງສະຖານທີ່ ແລະ ການຂົນສົ່ງທີ່ສະດວກ,ແຂວງຢຸນນານພວມເລັ່ງລັດການກໍ່ສ້າງສູນສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້,ກາຍເປັນ"ທາງເລືອກທໍາອິດສໍາລັບການເຊັກອິນ"ຂອງນັກທ່ອງທ່ຽວຕ່າງປະເທດ.
2025年“五一”假期,云南边境口岸迎来客流高峰。记者从磨憨边检获悉,5月1日至5日,磨憨口岸(公路+铁路)累计验放出入境人员超2.7万人次,同比增长27%。其中外国籍人员近1.1万人次,占总数超四成,折射出云南作为国际旅游目的地的吸引力不断上升。
磨憨口岸是我国通往老挝的重要陆路通道,也是中老铁路国际旅客列车的重要站点之一。假日期间,来自老挝、泰国、越南等国的游客经此口岸入境,前往西双版纳、昆明、大理、香格里拉等地旅游观光、探亲访友、跨境消费,展现出浓厚的“跨境游热潮”。
近年来,随着中老铁路国际化运营的不断推进、“澜湄旅游圈”建设逐步深化,云南与东南亚国家在旅游、文化、经贸等方面的交流日益密切。依托丰富的自然风光、多彩的民族文化和便捷的区位交通优势,云南正加快建设面向南亚东南亚辐射中心,成为越来越多外国游客心中的“打卡首选”。(央广网 记者魏文青)