你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ

ຂະບວນລົດໄຟທ່ອງທ່ຽວແບບວົງຮອບພາຍໃນແຂວງຢຸນນານເປີດບໍລິການແລ້ວ

来源:ສະບາຍດີ时间:2025-04-23 10:12:08

老挝语

ໃນພູເຂົາ ແລະ ແມ່ນໍ້າທີ່ສວຍງາມຂອງແຂວງຢຸນນານ,ເສັ້ນທາງລົດໄຟທ່ອງທ່ຽວແບບວົງຮອບແຂວງຢຸນນານທີ່ເຊື່ອມຕໍ່ກັນດ້ວຍພູຫິມະ,ປ່າໄມ້ຝົນ,ເມືອງບູຮານແລະເມືອງຊາຍແດນໄດ້ອອກເດີນທາງຢ່າງເປັນທາງການໃນວັນທີ18ເມສານີ້.ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ສາຂາຄຸນມິງ ໄດ້ເປີດຂະບວນລົດໄຟທ່ອງທ່ຽວຄຸນມິງ-ຕ້າຫລີ-ປາວຊ່ານ-ລີຈຽງ-ພູເອີ-ສິບສອງພັນນາ-ບໍ່ຫານດ້ວຍຮູບແບບທີ່ສະດວກສະບາຍຂອງ "ອອກເດີນທາງຕອນແລງ ແລະ ມາຮອດຕອນເຊົ້າ",ນັກທ່ອງທ່ຽວສາມາດໄປຢ້ຽມຢາມສະຖານທີ່ທ່ອງທ່ຽວໃນຕອນກາງເວັນ,ພັກຢູ່ລົດໄຟໃນຕອນກາງຄືນ ແລະ ເດີນທາງໄປເຂດພູດອຍ,ແມ່ນ້ຳ ແລະ ວັດທະນະທຳທີ່ຫຼາກຫຼາຍຂອງແຂວງຢຸນນານ.

1

ຂະບວນລົດໄຟທ່ອງທ່ຽວແບບວົງຮອບແຂວງຢຸນນານແມ່ນປະກອບດ້ວຍບ່ອນນອນຫມົດຂະບວນ,ຂະບວນລົດໄຟອອກເດີນທາງຈາກສະຖານີຄຸນມິງທຸກໆມື້,ຈອດຢູ່ເມືອງຕ້າຫລີ,ປາວຊ່ານ,ລີຈຽງ,ພູເອີ,ສິບສອງພັນນາ,ບໍ່ຫານ ແລະ ສະຖານີອື່ນໆກ່ອນທີ່ຈະກັບຄືນສູ່ນະຄອນຄຸນມິງ,ເຊື່ອມຕໍ່ແຫຼ່ງທ່ອງທ່ຽວຫຼັກໆຫຼາຍແຫ່ງໃນແຂວງຢຸນນານດ້ວຍຮູບແບບ"ອອກເດີນທາງຕອນແລງ ແລະ ມາຮອດຕອນເຊົ້າ".

ລົດໄຟທ່ອງທ່ຽວມີທັງບ່ອນນອນນຸ້ມແລະບ່ອນນອນແຂງໃຫ້ເລືອກ ແລະ ລາຄາປີ້ນອນຍັງມີລາຄາທີ່ຖືກກວ່າລົດໄຟຄວາມໄວສູງ,ຕົວຢ່າງ,ຂະບວນລົດໄຟ Y764 ຖ້ຽວທຳອິດຈາກສະຖານີຄຸນມິງໄປສະຖານີປາວຊ່ານຈະອອກເດີນທາງເວລາ 23:15 ໂມງຂອງວັນທີ 18 ເມສາ,ມາຮອດເມືອງຕ້າຫລີເວລາ 5:35 ໂມງເຊົ້າຂອງວັນທີ 19 ແລະ ມາຮອດປາວຊ່ານເວລາ 8:17 ໂມງເຊົ້າ,ລາຄາລົດໄຟໂດຍສານເຕັມ123 ຢວນ,ໃນຂະນະທີ່ລາຄາຂະບວນລົດໄຟຄວາມໄວສູງປົກກະຕິເລີ່ມຕົ້ນຈາກ 174 ຢວນ.

ມີຂໍ້ມູນວ່າການເປີດຂະບວນລົດໄຟທ່ອງທ່ຽວແບບວົງຮອບແຂວງຢຸນນານນີ້ແມ່ນເປັນແຜນການດຳເນີນງານຂອງລົດໄຟທີ່ກຳນົດເອງເປັນພິເສດສຳລັບຄວາມຕ້ອງການຂອງນັກທ່ອງທ່ຽວ,ສາມາດແກ້ໄຂບັນຫາການໂອນຍ້າຍລະຫວ່າງສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍຢ່າງມີປະສິດທິພາບ ແລະ ໃຫ້ຜູ້ໂດຍສານມີທາງເລືອກຫຼາຍຂຶ້ນໃນເວລາເດີນທາງແລະການເຊື່ອມຕໍ່ການເດີນທາງ,ຊ່ວຍໃຫ້ຜູ້ໂດຍສານປັບປຸງເສັ້ນທາງການເດີນທາງລ່ວງຫນ້າ,ສ້າງແຜນການເດີນທາງ.ນັ່ງລົດໄຟທ່ຽວໄປຫລິ້ນໄປຕະຫລອດທາງແມ່ນສະດວກຕໍ່ການສຳຜັດກັບທິວທັດແລະປະຫວັດສາດຂອງແຂວງຢຸນນານ.

ນອກນີ້,ພາກສ່ວນທາງລົດໄຟແນະນໍາວ່າ,ປີ້ລົດໄຟທ່ອງທ່ຽວແບບວົງຮອບໃນແຂວງຢຸນນານແມ່ນຄືກັບການຊື້ປີ້ລົດໄຟຕາມປົກກະຕິ,ປີ້ສາມາດຊື້ຜ່ານເວັບໄຊທ໌ 12306,12306 app ມືຖື,ປ່ອງຈຳຫນ່າຍປີ້ຢູ່ສະຖານີ ແລະ ຕູ້ຂາຍປີ້ອັດຕະໂນມັດ,ຜູ້ໂດຍສານສາມາດຊື້ປີ້ເຕັມການເດີນທາງໃນເວລາດຽວຫຼືຊື້ເທື່ອລະຊ່ວງກໍໄດ້.

2

ຂະບວນລົດໄຟທ່ອງທ່ຽວແບບວົງຮອບໃນແຂວງຢຸນນານເຊື່ອມຕໍ່ສະຖານທີ່ທ່ອງທ່ຽວທີ່ເປັນສັນຍາລັກຫຼາຍແຫ່ງຂອງແຂວງຢູນນານຄື ທະເລສາບເອີ້ຫາຍ ແລະ ພູເຂົາຊານສານ ຂອງແຂວງຕ້າຫຼີ ລວມເຖິງເຈດີສາມອົງແຫ່ງວັດຊົງຊິງ,ພູເຂົາໄຟແຫບ່ງນ້ຳພຸຮ້ອນເທິງຊົງແລະເມືອງບູຮານເຫີຊຸ່ນຂອງເມືອງປາວຊ່ານ,ພູເຂົາຫິມະຫຍົກມັງກອນ ແລະ ເມືອງເກົ່າລີ້ຈ່ຽງຂອງເມືອງລີ້ຈ່ຽງ,ເສັ້ນທາງບູຮານຊາມ້າຂອງເມືອງຜູເອີ ແລະ ສວນສັນຍາລັກເສັ້ນສູນສູດເຫນືອ,ຫຸບເຂົາຊ້າງປ່າ ແລະ ຫມູ່ບ້ານຊົນເຜົ່າໄຕຂອງເມືອງສິບສອງພັນນາ,ດ່ານຊາຍແດນບໍ່ຫານລະຫວ່າງລາວ-ຈີນ......ເສັ້ນທາງດັ່ງກ່າວກວມເອົາພູພຽງຫິມະ,ປ່າຝົນເຂດຮ້ອນ,ແມ່ນ້ຳ,ທະເລສາບພູພຽງ ແລະ ພູມສັນຖານອື່ນໆຂອງແຂວງຢຸນນານ,ນັກທ່ອງທ່ຽວສາມາດສຳຜັດກັບສະພາບອາກາດແບບຫລາກຫລາຍ ແລະ ທິວທັດທຳມະຊາດ "ຕັ້ງແຕ່ພູເຂົາຫິມະຈົນເຖິງປ່າຝົນ".

中文

在彩云之南的绮丽画卷中,一条串联起雪山、雨林、古城与边陲风情的铁路环线4月18日正式启程。中国铁路昆明局集团开行昆明-大理-保山-丽江-普洱-西双版纳-磨憨省内环线旅游列车,以“夕发朝至”的便捷模式,让游客白天游景点,晚上宿列车,穿越云南的山水风光与多元文化。

环线旅游列车采用全列卧铺编组,每日从昆明站始发,经停大理、保山、丽江、普洱、西双版纳、磨憨等站点后返回昆明,以“夕发朝至”模式串联起云南多个核心旅游目的地。

旅游列车有软卧和硬卧可供选择,且卧铺票价相较动车也十分优惠。如首趟昆明站开往保山站的Y764次列车,4月18日23:15发车,19日早上5:35到大理,8:17到保山,全程票价是123元起,而平时的动车票价是174元起。

据悉,此次开行的环线旅游列车,是专门针对游客出行需求定制开行方案,可以有效解决多个景点间中转换乘的烦恼,在出行时间、接续乘车等方面让旅客有了更多选择,有助于旅客提前优化出行线路,制定纯游玩攻略,乘着火车一路走一路玩,一站式体验云南山水风光和历史人文。

另外,铁路部门介绍,环线旅游列车车票跟平时买火车票是一样的,可以通过12306网站、12306手机APP和车站窗口、自动售票机购买,旅客既可以一次买全程,也可以分段购买。

环线列车串联起云南多个标志性旅游景点:大理的苍山洱海、崇圣寺三塔;保山的腾冲热海火山、和顺古镇;丽江的玉龙雪山、丽江古城;普洱的茶马古道、北回归线标志园;西双版纳的野象谷、傣族园;磨憨的中老边境口岸……线路覆盖了云南的高原雪峰、热带雨林、大江大河、高原湖泊等多样地貌,游客可感受“从雪山到雨林”的立体气候与自然景观。

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港