你现在的位置:首页 > ທາງລົດໄຟຈີນ-ລາວ
ກະແສຄົນເຂົ້າເມືອງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ,ນັກທ່ອງທ່ຽວຈາກທົ່ວໂລກ"ເຊັກອິນ"ບຸນກຸດຈີນ
来源:ສະບາຍດີ时间:2025-02-07 16:10:26
ຢູ່ແຂວງຢຸນນານ,ຊ່ອງທາງຂ້າມຊາຍແດນຕ່າງໆໄດ້ກ້າວເຂົ້າສູ່ລະດັບສູງສຸດຂອງການໄຫຼວຽນຂອງຜູ້ໂດຍສານ,ແລະນັກທ່ອງທ່ຽວຈາກທົ່ວໂລກໄດ້ເຂົ້າເມືອງເພື່ອເລີ່ມຕົ້ນການເດີນທາງປະສົບການບຸນກຸດຈີນ.
ໃນໄລຍະບຸນກຸດຈີນ,ນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍໄດ້ເດີນທາງໄປຈີນໂດຍທາງລົດໄຟລາວ-ຈີນເພື່ອສຳຜັດກັບບັນຍາກາດ ແລະ ຄວາມຄຶກຄື້ນຂອງບຸນກຸດຈີນ.
ດ່ານບໍ່ຫານແຂວງຢຸນນານທີ່ຕັ້ງຢູ່ເຂດຊາຍແດນລາວ-ຈີນ,ຕາມສະຖິຕິຂອງສະຖານີກວດກາຊາຍແດນບໍ່ຫານ,4 ມື້ກ່ອນພັກບຸນກຸດຈີນ,ດ່ານທາງລົດໄຟ ບໍ່ຫານ ໄດ້ຕ້ອນຮັບການເຂົ້າ-ອອກຢ່າງສູງສຸດ,ລວມທັງຫມົດໄດ້ກວດກາຄົນເຂົ້າ-ອອກຫຼາຍກວ່າ17,000ເທື່ອຄົນ,ເພີ່ມຂຶ້ນ4%ເມື່ອທຽບໃສ່ປີຜ່ານມາ.ໂດຍສະເພາະໃນດ້ານກະແສຜູ້ໂດຍສານເຂົ້າເມືອງ,ມີຄົນຕ່າງປະເທດທີ່ເຂົ້າເມືອງທັງຫມົດ 3,300 ກວ່າຄົນຈາກ 22 ປະເທດ ແລະ ເຂດແຄວ້ນໄດ້ຖືກກວດກາ ແລະ ປ່ອຍຄົນເຂົ້າອອກເມືອງ.
ນັກທ່ອງທ່ຽວຝຣັ່ງ:ຂ້ອຍຫວັງວ່າຈະໄດ້ປະສົບກັບບຸນກຸດຈີນໃນເວລານີ້,ພວກເຮົາຈະຮູ້ສຶກເຖິງບັນຍາກາດຂອງບຸນກຸດຈີນ,ຂ້ອຍຄິດວ່າມັນຈະດີຫຼາຍ,ສະນັ້ນຂ້ອຍກໍ່ຕື່ນເຕັ້ນຫຼາຍ.
ນັກທ່ອງທ່ຽວອອສເຕີຍ:ພວກເຮົາມາຈີນເພື່ອສະເຫຼີມສະຫຼອງບຸນກຸດຈີນ,ລົດໄຟຄວາມໄວສູງແມ່ນສະດວກສະບາຍຫຼາຍ,ມັນເປັນການເດີນທາງທີ່ຜ່ອນຄາຍ ແລະ ມ່ວນຊື່ນສໍາລັບພວກເຮົາ.
ນັກທ່ອງທ່ຽວອີຕາລີ:ບຸນກຸດຈີນແມ່ນຊ່ວງເວລາທີ່ສຳຄັນທີ່ສຸດສຳລັບປະຊາຊົນຈີນທີ່ຈະມາເຕົ້າໂຮມກັນເພື່ອເພີດເພີນກັບອາຫານຫຼາກຫຼາຍ ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີຄວາມສຸກໃນປີໃໝ່ຈີນ.
ເພື່ອແນໃສ່ຄົນເຂົ້າ-ອອກເມືອງທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ,ກົມກວດກາຊາຍແດນໄດ້ເປີດຊ່ອງທາງພິເສດກວດກາຊາຍແດນຢ່າງທັນການ,ຮັບຮູ້ຄວາມຕ້ອງການຜ່ານດ່ານລ່ວງຫນ້າ,ໄດ້ສະໜອງການບໍລິການເຊັ່ນເກັບກະເປົ໋າໃຫ້ຜູ້ເຖົ້າ ແລະ ເດັກນ້ອຍເຂົ້າ-ອອກເມືອງ.ພ້ອມທັງເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງກັບດ່ານພາສີ, ທາງລົດໄຟ ແລະ ພະແນກອື່ນໆເພື່ອຮັບປະກັນຄົນເຂົ້າອອກເມືອງຢູ່ດ່ານຊາຍແດນຢ່າງສະດວກໃນໄລຍະບຸນກຸດຈີນ.
在云南,各跨境通道迎来客流高峰,来自世界各地的游客纷纷涌入,开启他们的中国春节体验之旅。
春节期间,许多外国旅客乘坐中老铁路入境中国,感受中国过年的氛围和热闹。
位于中老边境的云南磨憨铁路口岸,人头攒动、熙熙攘攘。据磨憨出入境边防检查站统计,春节假期前四天,磨憨铁路口岸就迎来了出入境流量高峰,共计验放出入境人员1.7万余人次,同比增长4%。特别是入境客流方面,共验放来自22个国家和地区的入境外国人3300余人次。
法国旅客:我很期待能够在这个时候体验中国的春节,我们会去感受春节的氛围,我认为这将非常棒,所以我也很兴奋。
奥地利旅客:我们来到中国庆祝新年,高铁很方便。对于我们来说,这是一次轻松愉快的旅行,非常有趣。
意大利旅客:春节对于中国人来说,是一个非常重要的时刻,聚在一起享受各式美食,祝福所有人度过一个美好的新年。
针对大幅增加的出入境流量,边检部门及时开通边检特别通道,提前了解通关需求、为出入境的老人和小孩提供代提行李等暖心服务,并强化与海关、铁路等部门的合作联动,确保春运期间口岸通关顺畅。(央视新闻)