你现在的位置:首页 > ທາງລົດໄຟຈີນ-ລາວ

ທາງລົດໄຟລາວ-ຈີນຊ່ວຍໃຫ້ການເຊື່ອມໂຍງ ແລະ ພັດທະນາເສດຖະກິດ ໃນອະນຸພາກພື້ນແມ່ນໍ້າຂອງ

来源:ສະບາຍດີ时间:2024-11-08 17:14:47

老挝语

640

ຂະບວນລົດໄຟ ຟູ່ຊິງ ຜ່ານຂົວຂ້າມແມ່ນ້ຳໜານຊີ ຕາມທາງລົດໄຟລາວ-ຈີນ.

ສະບາຍດີ ນັກຂ່າວຄຳປະເສີດ)ທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາ 2021ເປັນຕົ້ນມາ,ໄດ້ກາຍເປັນສູນກາງຄົມມະນາຄົມທີ່ສໍາຄັນລະຫວ່າງຈີນກັບລາວ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຢ່າງວ່ອງໄວໂດຍອີງໃສ່ລາຄາຕໍ່າ,ປະສິດທິພາບ,ຄວາມສະດວກສະບາຍ.ໄດ້ເພີ່ມພະລັງແຮງເຂົ້າສູ່ຄວາມຈະເລີນຮຸ່ງເຮືອງດ້ານການຄ້າ ແລະ ການພັດທະນາເສດຖະກິດຂອງອະນຸພາກພື້ນແມ່ນ້ຳຂອງ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟລາວ-ຈີນໄດ້ສະແດງໃຫ້ເຫັນທ່າອ່ຽງເຕີບໂຕຢ່າງແຂງແຮງ.ແຕ່ວັນທີ 1 ມັງກອນຫາວັນທີ 31 ຕຸລານີ້,ທາງລົດໄຟລາວ-ຈີນໄດ້ສົ່ງຜູ້ໂດຍສານຫຼາຍກວ່າ 16 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 16 ລ້ານໂຕນ, ໃນນັ້ນມີການຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 4 ລ້ານໂຕນ.ນັບແຕ່ໄດ້ເປີດນໍາໃຊ້ທາງລົດໄຟລາວ-ຈີນມາຮອດວັນທີ 3 ພະຈິກນີ້, ໄດ້ແລ່ນ ຂະບວນລົດໄຟ 60,000 ກວ່າຖ້ຽວ,ຂົນສົ່ງຜູ້ໂດຍສານ 41,7 ລ້ານຄົນ,ຂົນສົ່ງສິນຄ້າ46,7 ລ້ານໂຕນ ແລະ ສິນຄ້າຂ້າມຊາຍແດນ 10,7 ລ້ານໂຕນ.ຕົວເລກເຫຼົ່ານີ້ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມາດໃນການຂົນສົ່ງຂອງທາງລົດໄຟລາວ-ຈີນເທົ່ານັ້ນ,ຫາກຍັງສະແດງໃຫ້ເຫັນເຖິງໝາກຜົນທີ່ພົ້ນເດັ່ນໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ການແລກປ່ຽນວັດທະນະທຳ. 

中文

中老铁路自2021年12月正式开通运营以来,凭借经济高效、便捷舒适的特点,迅速成为中国与老挝,乃至东南亚地区的重要交通枢纽,为大湄公河次区域的,贸易繁荣和经济发展注入了新动力。

今年以来,中老铁路的客货运输呈现出强劲的增长态势。从1月1日至10月31日,中老铁路共发送旅客超过1600万人次,运输货物超过1600万吨,其中跨境货物运输在400万吨以上。中老铁路自开通运营以来,截至11月3日,累计开行旅客列车超过6万列,发送旅客达4170万人次,运输货物达4670万吨,跨境货物量达1070万吨。这些数字不仅彰显了中老铁路的运输能力,更体现了其在促进区域互联互通和人文交流方面的显著成效。(中文稿件来源:昆明发布)

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港