你现在的位置:首页 > ທາງລົດໄຟຈີນ-ລາວ

ຂໍ້ມູນສຳລັບທາງລົດໄຟລາວ-ຈີນແຈ້ງອອກໃໝ່: ສົ່ງຜູ້ໂດຍສານຫຼາຍກວ່າ 41 ລ້ານເທື່ອຄົນ

来源:ສະບາຍດີີ时间:2024-10-29 15:30:16

117505731_1ede01a3-b74a-48fb-b129-b7d2c9f78f3e

ຂ່າວຈາກສຳນັກງານທາງລົດໄຟຄຸນໝິງຈີນ: ນັບແຕ່ທາງລົດໄຟລາວ-ຈີນໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນທັນວາ ປີ2021 ເປັນຕົ້ນມາ, ດ້ວຍມີລາຄາຕ່ຳ, ຄວາມສະດວກສະບາຍ, ກາຍເປັນເສັ້ນທາງຄົມມະນາຄົມອັນສຳຄັນທີ່ເຊື່ອມຕໍ່ສອງປະເທດລາວ-ຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້ຢ່າງຫຼວງຫຼາຍ. ຊຸກຍູ້ການແລກປ່ຽນວັດທະນະທໍາ ແລະ ການພັດທະນາເສດຖະກິດລຽບຕາມທາງລົດໄຟລາວ-ຈີນ.

ມາຮອດວັນທີ 23 ຕຸລາປີນີ້, ຈໍານວນຂະບວນລົດໄຟຂົນສົ່ງຜູ້ໂດຍສານຕາມທາງລົດໄຟລາວ-ຈີນໄດ້ແລ່ນລົດຫຼາຍກວ່າ 60,000 ຖ້ຽວ ແລະ ຂົນສົ່ງຜູ້ໂດຍສານບັນລຸ 41,2 ລ້ານເທື່ອຄົນ.

117505731_6503966d-621f-4855-9aff-e32526227a9c

ຈໍານວນຂະບວນລົດໄຟຂົນສົ່ງຜູ້ໂດຍສານຕາມທາງລົດໄຟລາວ-ຈີນ ເຖິງ 85 ຖ້ຽວ ແລະ ຂົນສົ່ງຜູ້ໂດຍສານເກືອບ 90.000 ເທື່ອຄົນ ໃນມື້ດຽວ, ໄດ້ສະແດງໃຫ້ເຫັນຄວາມສາມາດດ້ານການຂົນສົ່ງອັນແຂງແຮງ ແລະ ຄວາມຕ້ອງການອັນໃຫຍ່ຫຼວງຂອງຕະຫຼາດ.

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະລິມານການຂົນສົ່ງຜູ້ໂດຍສານຕາມທາງລົດໄຟລາວ-ຈີນໄດ້ເຕີບໂຕຢ່າງວ່ອງໄວ.ຕາມສະຖິຕິ,ແຕ່ວັນທີ 1 ມັງກອນ ຫາ ວັນທີ 23 ຕຸລາປີນີ້,ໄດ້ດຳເນີນຂະບວນລົດໄຟຂົນສົ່ງຜູ້ໂດຍສານ 20.000 ກວ່າຖ້ຽວ,ຂົນສົ່ງຜູ້ໂດຍສານຫຼາຍກວ່າ 15,7 ລ້ານ ເທື່ອຄົນ.ໃນນັ້ນ, ວັນທີ 19 ຕຸລານີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນ 1.280 ກວ່າເທື່ອຄົນ, ໄດ້ສ້າງສະຖິຕິສູງສຸດ ນັບແຕ່ເປີດນໍາໃຊ້ເປັນຕົ້ນມາ.

117505731_b2f8da0e-b56e-40e6-9a5c-43af3d38c786

ການເປີດເສັ້ນທາງລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ໄດ້ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານຈາກທົ່ວໂລກໃນການເດີນທາງຂ້າມແດນ.

ມາຮອດປະຈຸບັນ, ມີຜູ້ໂດຍສານປະມານ 200.000 ຄົນທີ່ມາຈາກ 100 ກວ່າປະເທດ ແລະ ເຂດແຄວ້ນໄດ້ບັນລຸການເດີນທາງຂ້າມຊາຍແດນໂດຍຜ່ານທາງລົດໄຟລາວ-ຈີນ. ຜູ້ໂດຍສານເຫຼົ່ານີ້ສ່ວນຫຼາຍແມ່ນມາຈາກລາວ, ໄທ, ມາເລເຊຍ ແລະ ປະເທດອື່ນໆ ສ່ວນໃຫຍ່ຈະໄປຫຼວງພະບາງ ,ວຽງຈັນຂອງລາວ ແລະ ຄຸນມິງ, ດາລີ, ລີຈຽງ ແລະ ອື່ນໆຂອງຈີນ ເພື່ອການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳ.

117505731_d9b12776-933d-41c1-b935-8aed4e10f3a9

ໂລລາ Wen liron

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港