你现在的位置:首页 > ຄວາມງາມແຂວງຢຸນນານ
ສວນທົ່ງນາ ມີທິວທັດສວຍສົດງົດງາມ
来源:ສະບາຍດີ时间:2024-10-21 15:28:42
ໃນຍາມທອງຄຳລະດູໃບໄມ້ຫລົ່ນ, ສວນທົ່ງນາຊີຈ່ຽງທີ່ຕັ້ງຢູ່ຂ້າງຂົວຊ່ານລອງເມືອງຈ້ຽນຊຸຍ,ມີເຂົ້ານາເນື້ອທີ່ 80 ເຮັກຕາ ໄດ້ເຂົ້າມາໄລຍະເກັບກ່ຽວ,ທົ່ງນາສີທອງຄຳ ແລະ ທິວທັດວັດທະນະທຳທີ່ເປັນເອກະລັກສະເພາະສ້າງຮູບພາບທີ່ສວຍງາມຂອງເຂດຊົນນະບົດ. ສວນທົ່ງນາເປັນສະຖານທີ່ທ່ອງທ່ຽວໄດ້ປະສົມປະສານ 3 ວັດທະນະທໍາ ຄື:ຊົນນະບົດ,ກະສິກໍາ ແລະ ການພັກຜ່ອນຍ່ອມໃຈ,ຈະໄດ້ພະຍາຍາມສ້າງສະຖານທີ່ທ່ອງທ່ຽວແບບສົມບູນທີ່ເຊື່ອມໂຍງເຂົ້າກັບກະສິກຳນິເວດ, ການທ່ອງທ່ຽວ, ການພັກຜ່ອນ ແລະ ການບັນເທິງ ເພື່ອການຟື້ນຟູຊົນນະບົດ.