你现在的位置:首页 > ການດໍາເນີນທຸລະກິດແລະການລົງທຶນ
ໃນໄລຍະ 8 ເດືອນຕົ້ນປີນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດການຄ້າເສລີພາກພື້ນຢຸນນານໄດ້ບັນລຸ 28,21 ຕື້ຢວນ
来源:ສະບາຍດີ时间:2024-09-20 00:00:00
(ສະບາຍດີ ນັກຂ່າວໂລລາ)ເຂດການຄ້າເສລີພາກພື້ນ(ແຂວງຢຸນນານ) ສປ ຈີນ (ຕໍ່ໄປນີ້ເອີ້ນວ່າ "ເຂດການຄ້າເສລີຢຸນນານ") ໄດ້ສ້າງຕັ້ງຂຶ້ນໃນວັນທີ 30 ສິງຫາ 2019. ໃນໄລຍະ 5 ປີທີ່ຜ່ານມາ, ດ່ານພາສີຄຸນມິງໄດ້ເອົາໃຈໃສ່ລັກສະນະທີ່ມີ"ເຂດການຄ້າເສລີຂ້າມຊາຍແດນ"ຢ່າງແໜ້ນແຟ້ນຂອງເຂດການຄ້າເສລີຢຸນນານ,ຄົ້ນຄວ້າປະດິດສ້າງລະບົບກວດກາດ່ານພາສີໃໝ່ໃນຫຼາຍຂົງເຂດ; ສືບຕໍ່ເປີດເຜີຍນະໂຍບາຍ ແລະ ລະບົບທີ່ດີເດັ່ນຂອງເຂດການຄ້າເສລີຢຸນນານ; ຊຸກຍູ້ໃຫ້ເຂດການຄ້າເສລີຢຸນນານໄດ້ການພັດທະນາທີ່ມີຄຸນນະພາບສູງ ແລະ ສ້າງເຂດສູງໃຫມ່ສໍາລັບເປີດກວ້າງເຂດຊາຍແດນ. ແຕ່ເດືອນມັງກອນ ຫາ ເດືອນສິງຫາ2024ນີ້, ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງເຂດການຄ້າເສລີຢຸນນານໄດ້ບັນລຸ 28,21 ຕື້ຢວນ, ເພີ່ມຂຶ້ນ 18,9% ເມື່ອທຽບໃສ່ໄລຍະດຽວກັນ.