你现在的位置:首页 > ການດໍາເນີນທຸລະກິດແລະການລົງທຶນ

ຈໍານວນນັກທ່ອງທ່ຽວຜ່ານດ່ານສາກົນບໍ່ຫານເພີ່ມຂຶ້ນຢ່າງຫຼວງຫຼາຍ

来源:ສະບາຍດີ时间:2024-07-04 15:51:05

老挝语

2

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ1ກໍລະກົດ2024,ນະໂຍບາຍຍົກເວັ້ນວິຊາຕໍ່ ສປ ຈີນຂອງ ສປປ ລາວມີຜົນບັງຄັບໃຊ້ຢ່າງເປັນທາງການ. ຕາມສະຖິຕິຂອງສະຖານີກວດກາຊາຍແດນບໍ່ຫານ,ນັບແຕ່ປີນີ້ເປັນຕົ້ນມາ,ສະຖານີແຫ່ງນີ້ໄດ້ກວດກາ ແລະ ປ່ອຍຕົວກຸ່ມນັກທ່ອງທ່ຽວເຂົ້າອອກເມືອງທັງໝົດ 2900ກວ່າກຸ່ມມີ38.000ກວ່າເທື່ອຄົນ,ເພີ່ມຂຶ້ນຫຼາຍກວ່າ1400% ແລະ 900%ເມື່ອທຽບໃສ່ປີຕໍ່ປີຕາມລໍາດັບ,ສະຖິຕິສູງສຸດຂອງກຸ່ມນັກທ່ອງທ່ຽວເຂົ້າອອກເມືອງໃນມື້ດຽວມີເຖິງ 60 ກວ່າກຸ່ມ 1200 ກວ່າເທື່ອຄົນ. 

ວັນທີ 26 ມິຖຸນານີ້ຕາມເວລາທ້ອງຖິ່ນ, ລັດຖະມົນຕີຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວໄດ້ອອກເອກະສານສະບັບເລກທີ 29 ຂອງ《ການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍວີຊາ ແລະ ໄລຍະການພັກເຊົາຢູ່ ສປປ ລາວ ສຳລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024》.ອີງຕາມເນື້ອໃນເອກະສານດັ່ງກ່າວ,ສປປລາວໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາ15ວັນໃຫ້ແກ່ນັກທ່ອງທ່ຽວຈີນແຜ່ນດິນໃຫຍ່(ແຜ່ນດິນໃຫຍ່ຈີນ)ແລະນັກທ່ອງທ່ຽວຮົງກົງ-ມາກາວ-ໄຕ້ຫວັນທີ່ຜ່ານການຈັດຕັ້ງບໍລິສັດທ່ອງທ່ຽວລາວ,ຜູ້ທີ່ຖືຫນັງສືຜ່ານແດນທໍາມະດາ.ເອກະສານດັ່ງກ່າວໄດ້ກຳນົດວ່າໃຫ້ການເດີນທາງຕ້ອງໄດ້ຮັບການຈັດຕັ້ງໂດຍບໍລິສັດທ່ອງທ່ຽວລາວ ແລະ ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ການທ່ອງທ່ຽວ ລາວ.ນະໂຍບາຍດັ່ງກ່າວໃຊ້ໃນວັນທີ 1 ກໍລະກົດນີ້ຢ່າງເປັນທາງການ ເປັນຕົ້ນໄປ ຈົນຮອດວັນທີ 31 ທັນວາ 2024.  

3

ຕາມຂ່າວແຈ້ງວ່າ,ປະເທດລາວແມ່ນຫນຶ່ງໃນຈຸດຫມາຍປາຍທາງທີ່ນັກທ່ອງທ່ຽວຈີນນິຍົມຊົມຊອບມາໂດຍຕະຫຼອດ,ສອງປະເທດ ລາວ-ຈີນ ໃນຂົງເຂດການທ່ອງທ່ຽວ, ກໍໄດ້ມີການຮ່ວມມືກັນຢ່າງເລິກເຊິ່ງຕະຫຼອດມາ,ໃນຊຸມປີມໍ່ໆມານີ້, ຈໍານວນນັກທ່ອງທ່ຽວສອງສົ້ນລະຫວ່າງຈີນ-ລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.ດ່ານສາກົນບໍ່ຫານເປັນດ່ານທາງບົກລະດັບຊາດທີ່ໃຫຍ່ທີ່ສຸດຂອງສອງປະເທດຈີນ-ລາວໃນການເຊື່ອມຈອດກັນ,ຕາມສະຖິຕິຂອງສະຖານີກວດກາຊາຍແດນບໍ່ຫານວ່າ,ນັບແຕ່ຕົ້ນປີນີ້, ມາຮອດວັນທີ 30 ມິຖຸນານີ້,ດ່ານສາກົນບໍ່ຫານໄດ້ກວດກາ ແລະ ປ່ອຍຕົວຄົນເຂົ້າ-ອອກເມືອງທັງຫມົດ 950000 ກວ່າເທື່ອຄົນ,ໃນນັ້ນ,ໄດ້ກວດກາ ແລະ ປ່ອຍຕົວຄົນຈີນເຂົ້າ-ອອກເມືອງມີ610000ກວ່າເທື່ອຄົນ,ກວມເອົາ64,8%,ທຽບໃສ່ປີຜ່ານມາເພີ່ມຂຶ້ນ33%,ໄດ້ກວດກາ ແລະ ປ່ອຍຕົວຄົນລາວເຂົ້າ-ອອກເມືອງ 320000 ກວ່າເທື່ອຄົນ,ກວມເອົາ 33,5%,ທຽບໃສ່ປີຜ່ານມາເພີ່ມຂຶ້ນ 69%. ການໄປທ່ຽວຊົມ, ຢ້ຽມຢາມຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ແລະການພົບປະທາງທຸລະກິດແມ່ນສາມເຫດຜົນອັນດັບຕົ້ນໆຂອງການເຂົ້າ-ອອກເມືອງ.

中文

2024年7月1日,老挝对中国免签政策正式生效。据磨憨边检站统计,今年以来,这个站共计验放出入境旅游团2900余团3.8万余人次,同比增长分别超过1400%和900%,单日验放出入境旅游团最高纪录达60余团1200余人次。

当地时间6月26日,老挝新闻文化旅游部部长签发了《2024老挝旅游年关于对特定游客签证政策实施细则》29号文件。根据文件内容,老挝对通过老挝旅游公司组织、持普通护照的中国内地(大陆)及港澳台游客实施15天免签政策。文件要求,行程需由老挝旅游公司组织并获得老挝新闻文化旅游部的许可。该政策将于2024年7月1日生效,有效期至2024年12月31日。

据悉,老挝一直是中国游客喜爱的目的地之一,中老两国在旅游领域,也一向都有深入的合作,近年来,中老双向旅游人数大幅度增长。磨憨口岸作为联通中老两国最大的国家级陆路口岸,据磨憨出入境边防检查站统计,今年以来,截至6月30日,磨憨口岸共计验放出入境人员95万余人次,其中,验放出入境中国籍人员61万余人次,占比64.8%,同比增长33%,验放出入境老挝籍人员32万余人次,占比33.5%,同比增长69%。观光旅游、探亲访友、会议商务是排名前三位的出入境事由。(云南网 记者张雁群 通讯员黄远飞 张雨晨 雷雨)

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港