你现在的位置:首页 > ທາງລົດໄຟຈີນ-ລາວ
ໃນໄຕມາດທີ 1 ສິນຄ້າຂາເຂົ້າ-ຂາອອກຂອງດ່ານບໍ່ຫານໄດ້ເພີ່ມຂຶ້ນ 69,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ
来源:ສະບາຍດີ时间:2023-06-09 16:37:39
(ສະບາຍດີ ນັກຂ່າວສຸດໃຈ) ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີຄຸນໝິງວ່າ: ໃນໄຕມາດທີ 1 ຂອງປີນີ້, ດ່ານພາສີເມືອງລ້າໄດ້ກວດກາສິນຄ້າຂາເຂົ້າແລະຂາອອກ 2,481 ລ້ານໂຕນ, ເພີ່ມຂຶ້ນ 69,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການຄ້າຂາເຂົ້າ-ຂາອອກມີ 8,85 ຕື້ຢວນ, ເພີ່ມຂຶ້ນ 14,9%. ໃນປັດຈຸບັນນີ້, ປະລິມານການກວດກາ ແລະ ປ່ອຍລົດຂົນສົ່ງສິນຄ້ານໍາເຂົ້າແລະສົ່ງອອກສະເລ່ຍຕໍ່ມື້ຂອງດ່ານຊາຍແດນບໍ່ຫານ (ທາງຫຼວງ) ແມ່ນຮັກສາໄວ້ຢູ່ 900 ຄັນ, ແລະສາມາດບັນລຸໄດ້ຫຼາຍກວ່າ 1.000ຄັນໃນໄລຍະສູງສຸດ.
ນັບແຕ່ນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານເປັນຕົ້ນມາ, ດ່ານພາສີຄຸນໝິງໄດ້ສືບຕໍ່ຍົກສູງລະດັບຄວາມສະດວກດ້ານການຜ່ານດ່ານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ດ່ານຊາຍແດນ. ມາຮອດປະຈຸບັນນີ້, ໄດ້ສ້າງມາດຕະການທີ່ອຳນວຍຄວາມສະດວກດ້ານການຜ່ານດ່ານພາສີທັງໝົດ 13 ລາຍການ ເພື່ອໃຫ້ວິສາຫະກິດສາມາດເລືອກສະຖານທີ່ແຈ້ງພາສີດ້ວຍຕົນເອງ (ການຜ່ານດ່ານພາສີແບບປະສົມປະສານໃນທົ່ວປະເທດ), “ການແຈ້ງພາສີເປັນສອງຂັ້ນຕອນ” ແລະອື່ນໆ, ແລະ 8 ມາດຕະການກ່ຽວກັບການສະໜັບສະໜູນນະຄອນຄຸນໝິງມອບໝາຍໃຫ້ບໍ່ຫານດຳເນີນວຽກງານ ແລະ ຮ່ວມກັນກໍ່ສ້າງຕົວເມືອງດ່ານສາກົນ.
ດ່ານພາສີຄຸນໝິງໄດ້ລົງເລິກການເຊື່ອມໂຍງ ແລະ ສົມທົບກັບພາກສ່ວນທາງລົດໄຟ, ຕັ້ງໜ້າຊຸກຍູ້ການປະຕິຮູບຮູບແບບການດຳເນີນງານ "ທາງລົດໄຟດ່ວນ", "ທາງລົດໄຟດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ໄດ້ 100% ບັນລຸຮູບແບບ "ທາງລົດໄຟດ່ວນ". ຮັດແໜ້ນການພົວພັນ ແລະ ຮ່ວມມືລະຫວ່າງດ່ານຊາຍແດນ, ສະຖານທີຂາອອກ ແລະ ຈຸດປາຍທາງຂາເຂົ້າ, ດ່ານຊາຍແດນທ້ອງຖີ່ນ, ສ້າງມາດຕະການຕິດຕໍ່ພົວພັນ ແລະ ປະສົມກັນສໍາລັບລົດໄຟຜ່ານດ່ານ, ສ້າງຕິດຕໍ່ສາຍດ່ວນແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນຂະບວນການຜ່ານດ່ານຊາຍແດນ.
ປະຕິບັດລະບົບນັດໝາຍການຜ່ານດ່ານແບບ “7×24 ຊົ່ວໂມງ”, ສ້າງ “ປ່ອງບໍລິການ”ພິເສດໃຫ້ແກ່ຜະລິດຕະພັນກະສິກຳ ແລະ ສະບຽງອາຫານ”, ໃຫ້ບຸລິມະສິດໃນການຮັບໃບສັ່ງ ແລະ ປ່ອຍຜະລິດຕະພັນກະສິກຳສົດໃໝ່ ແລະ ເນົ່າງ່າຍ, ຮັບເອົາຮູບແບບການຜ່ານດ່ານຢ່າງວ່ອງໄວ “ທີ່ການຮອດທັນທີ, ການກວດກາທັນທີ ແລະ ການປ່ອຍທັນທີ" , ລະດັບຄວາມສະດວກໃນການຜ່ານດ່ານໄດ້ສືບຕໍ່ປັບປຸງດີຂຶ້ນ. ໃນປັດຈຸບັນນີ້, ເຄືອຂ່າຍການຂົນສົ່ງສິນຄ້າດ້ວຍທາງລົດໄຟລາວ-ຈີນໄດ້ປົກຄອງ 13 ປະເທດ ແລະ ເຂດແຄວ້ນທີ່ຮ່ວມກັນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ".
ໃນດ້ານການກໍ່ສ້າງດ່ານທາງລົດໄຟບໍ່ຫານ, ດ່ານພາສີຄຸນໝິງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມກວດກາແບບອັດສະລິຍະດ້ວຍ "ເຕັກໂນໂລຊີ + ແບບຂໍ້ມູນຂ່າວສານ". ເພີ່ມທະວີການແລກປ່ຽນ ແລະ ຮ່ວມໃຊ້ຂໍ້ມູນຂ່າວສານກັບພາກສ່ວນທາງລົດໄຟ, ເປີດເສັ້ນທາງການເຊື່ອມຕໍ່ຂໍ້ມູນຂ່າວສານການຄຸ້ມຄອງຂົນສົ່ງສິນຄ້າສາກົນດ້ວຍທາງລົດໄຟລາວ-ຈີນ, ແລະບັນລຸການປະສົມປະສານຕິດຕາມກວດກາ. ພ້ອມກັບອຸປະກອນກວດກາຕູ້ຄອນເທນເນີທາງລົດໄຟທີ່ກ້າວໜ້າ, ສະແກນຂະບວນລົດໄຟຖ້ຽວໜຶ່ງໃຊ້ເວລາພຽງແຕ່ 1 ຫາ 2 ນາທີ. ກໍ່ສ້າງສະຖານທີ່ຄວບຄຸມທີ່ກໍານົດກວມລວມຢູ່ດ່ານຊາຍແດນທາງລົດໄຟບໍ່ຫານ, ຜັນຂະຫຍາຍປະເພດສິນຄ້າຂາອອກຢ່າງຕໍ່ເນື່ອງໂດຍບົນພື້ນຖານການປ້ອງກັນ ແລະ ຄວບຄຸມພະຍາດສັດ ແລະ ພືດຢ່າງມີປະສິດທິຜົນ, ສົ່ງເສີມຄວາມສາມາດການຂົນສົ່ງຂອງທາງລົດໄຟລາວ-ຈີນຢ່າງມີປະສິດທິຜົນ.
记者从昆明海关获悉,今年一季度,勐腊海关监管进出境货物248.1万吨,同比增长69.3%;进出口贸易额88.5亿元,增长14.9%。磨憨口岸(公路)目前进出口日均验放量均保持在900辆次,高峰期可达1000余辆。
自昆明市托管磨憨镇以来,昆明海关持续提升通关便利化水平,优化口岸营商环境。截至目前,共为企业量身定制自主选择申报地(全国通关一体化)、开展“两步申报”等13项通关便利措施,以及支持昆明市托管磨憨镇共同建设国际口岸城市8项措施。
昆明海关深化与铁路部门的联动融合,积极推进“铁路快通”等业务模式改革,“澜湄快线”100%实现了“铁路快通”模式。加强口岸地、启(指)运地与属地海关的联系配合,制定列车通关联系配合办法,建立联系热线,及时处置解决口岸通关过程中出现的问题。
推行“7×24小时”预约通关制度,设置“农食产品专用窗口”,优先办理鲜活易腐农产品接单、放行业务,采取“即到、即检、即放”口岸快速通关模式,通关便利化水平持续提升。目前,中老铁路货物运输网已覆盖13个共建“一带一路”国家和地区。
在磨憨铁路口岸建设方面,昆明海关以“科技+信息化”赋能智能监管。加强与铁路部门的信息数据共享,打通中老铁路国际货运监管信息链路,实现协同监管。配备先进的铁路集装箱检查设备,单列列车扫描仅需1至2分钟。建成磨憨铁路口岸海关综合型指定监管场地,在有效防控动植物疫情疫病的基础上不断扩大进出口商品种类,有效发挥中老铁路运力。(云南日报 记者张雁群)