你现在的位置:首页 > ທາງລົດໄຟຈີນ-ລາວ

ນັ່ງລົດໄຟແຕ່ວຽງຈັນຮອດຄຸນມິງເພື່ອມາສຶກສາຮໍ່າຮຽນ

来源:ສະບາຍດີ时间:2023-06-05 16:14:21

老挝语

ສະບາຍດີ ນັກຂ່າວຄຳປະເສີດ)"ຫຼັງຈາກການເປີດທາງລົດໄຟລາວ-ຈີນແລ້ວ,ປະເທດເຮົາມີຄວາມຕ້ອງການຜູ້ຊ່ຽວຊານດ້ານລົດໄຟຢ່າງຫຼວງຫຼາຍ,ສະນັ້ນຂ້ອຍຈຶ່ງໄດ້ຂີ່ລົດໄຟໄປສຶກສາຮໍ່າຮຽນຢູ່ນະຄອນຄຸນມິງ!"ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນໃນວັນທີ 3 ທັນວາ 2021 ນີ້ເຮັດໃຫ້ຜູ້ຊາຍລາວ ທ່າຍ ເພັງລີໄລ ຮູ້ສຶກຕື່ນເຕັ້ນ,ບໍ່ພຽງແຕ່ເດີນທາງໄດ້ສະດວກສະບາຍເທົ່ານັ້ນ,ແຕ່ທີ່ສຳຄັນກວ່ານັ້ນແມ່ນຍ້ອນ"ເສັ້ນທາງທອງຄຳ"ແຫ່ງນີ້ໄດ້ຮັບໂອກາດໄປຮໍ່າຮຽນຢູ່ຈີນ.

"ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວ"ແມ່ນໂຄງການສະຫນັບສະຫນູນຂອງທາງລົດໄຟລາວ-ຈີນ,ເປັນວິທະຍາໄລວິຊາຊີບ ແລະ ເຕັກນິກການທາງລົດໄຟໄດ້ຮັບການຊ່ວຍເຫຼືອຈາກປະເທດຈີນຢູ່ນະຄອນຫຼວງວຽງຈັນ ສປປ ລາວ.ໃນນັ້ນ,ກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນຢຸນນານຈຳກັດເປັນຜູ້ຮັບຜິດຊອບດ້ານການກໍ່ສ້າງພື້ນຖານໂຄງລ່າງ,ແລະວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນມິງຮັບຜິດຊອບການຝຶກອົບຮົມຄູ.ພາຍຫຼັງໂຄງການດັ່ງກ່າວສຳເລັດແລ້ວ,ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວຈະໃຫ້ການຮັບປະກັນດ້ານການຝຶກອົບຮົມບຸກຄະລາກອນໃນການດຳເນີນງານ ແລະ ຄຸ້ມຄອງເສັ້ນທາງລົດໄຟລາວ-ຈີນ.

ຍ້ອນມີສອງຂໍ້ໄດ້ປຽບຂອງລາວທີ່ໄດ້ຮຽນພາສາຈີນເປັນເວລາ 1 ປີ ແລະ ມີພື້ນຖານການສຶກສາດ້ານວິຊາຊີບທີ່ກ່ຽວຂ້ອງກັບໄຟຟ້າ,ທ່າຍ ເພັງລີໄລ ຈຶ່ງໄດ້ເຂົ້າບັນຊີລາຍຊື່ນັກສຶກສາຕ່າງປະເທດທີ່ເລືອກໂດຍພາກສ່ວນສຶກສາລາວ.ໃນນັ້ນມີນັກສຶກສາອີກ 39 ຄົນທີ່ໄດ້ຮັບການຄັດເລືອກຮ່ວມກັນ.

ວັນທີ 22 ມີນາ 2022,ທ່ານ ເພັງລີໄລ ໄດ້ຂີ່ທາງລົດໄຟມາຮອດວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟທາງລົດໄຟຄຸນມິງ ແລະ ເລີ່ມຮຽນພາສາຈີນ ແລະ ຄວາມຮູ້ພື້ນຖານທາງລົດໄຟ.ພາຍຫຼັງຮຽນຈົບ 2 ວິຊາແລ້ວ,ລາວໄດ້ເຂົ້າຮຽນວິຊາສະເພາະດ້ານການສະໜອງພະລັງງານທາງລົດໄຟເພື່ອສຶກສາລະບົບ.

ເພື່ອເຮັດໃຫ້ນັກສຶກສາລາວຈາກທາງໄກໄດ້ຮຽນຄວາມຮູ້ດ້ານວິຊາການທາງລົດໄຟໄດ້ໄວ ແລະ ດີຂຶ້ນ,ຄູສອນວິຊາຕ່າງໆໃນວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນມິງໄດ້ເພີ່ມຮູບພາບ ແລະ ວີດີໂອການສອນໃນຫ້ອງຮຽນເປັນຈຳນວນຫຼາຍຕາມການສອນ.

ນອກຈາກຍຸ້ງຍາກກັບການຮຽນ,ໃນທ້າຍເດືອນກຸມພາປີນີ້,ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນມິງຍັງໄດ້ຈັດຕັ້ງນັກສຶກສາ 40 ຄົນຈາກລາວໄປດຳເນີນກິດຈະກຳການຄົ້ນຄວ້າ ແລະ ການສຶກສາໃນໄລຍະໜຶ່ງອາທິດຢູ່ນະຄອນດາລີ ແລະ ນະຄອນລີຈຽງ.

ຕາມແຜນການ,ຄູສອນ 40 ຄົນຈະກັບຄືນໄປລາວໃນທ້າຍຫຼັກສູດໃນເດືອນສິງຫາປີນີ້ ແລະ ຈະເປັນຄູສອນຊຸດທຳອິດຂອງວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວ.ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນມິງຍັງຈະຈັດທີມສອນໃຫ້ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟລາວເປັນຊຸດໃນ 5 ປີຂ້າງໜ້າເພື່ອຊ່ວຍ ແລະ ຊີ້ນຳການສ້າງລະບົບການຮຽນ-ການສອນໃຫ້ຄົບຖ້ວນ.

ທາງລົດໄຟລາວ-ຈີນແມ່ນໂຄງການທີ່ສຳຄັນຂອງຂໍ້ລິເລີ່ມ“ໜຶ່ງແລວທາງໜຶ່ງເສັ້ນທາງ“,ແມ່ນເສັ້ນທາງແຫ່ງການພັດທະນາ,ມິດຕະພາບ ແລະ ຄວາມສຸກ”.ທ່າຍ ເພັງລີໄລ ກ່າວວ່າ,ພາຍຫຼັງກັບຄືນປະເທດລາວແລ້ວ,ທ່ານຈະພະຍາຍາມຝຶກອົບຮົມວິຊາການທາງລົດໄຟໃຫ້ຫຼາຍກວ່າເກົ່າເພື່ອຮັກສາແລະດຳເນີນງານທາງລົດໄຟລາວ-ຈີນໃຫ້ດີ,ພ້ອມທັງຫວັງວ່າຈະມີປະຊາຊົນຈີນມາທ່ຽວຊົມ ແລະ ລົງທຶນຢູ່ລາວຕື່ມອີກ.

中文

“中老铁路开通后,我们国家非常需要铁道方面的专业人才,我就坐着火车,来留学了!”2021年12月3日中老铁路的开通,让老挝小伙彭立莱十分兴奋,不仅出行便利了,更重要的是,因为这条“黄金通道”,他获得了到中国留学的机会。

“援老挝铁道职业技术学院”是中老铁路的配套项目,由中国在老挝万象援建一所铁道职业技术学院。其中,云南省建设投资控股集团有限公司负责基础设施的建设,昆明铁道职业技术学院则负责教师队伍的培养。项目建成后,将填补老挝铁道职业学院的空白,为中老铁路的运营及管理提供人才培养保障。

凭借学过一年中文,又有电力相关专业教育背景这两项优势,彭立莱顺利进入老挝教育部门选派的留学生名单中。一同入选的,还有其他39名学员。

2022年3月22日,搭乘中老铁路,彭立莱来到昆明铁道职业技术学院,开始了中文和铁道基础课程的学习。两项课程完成后,又进入铁道供电专业进行系统学习。

为了让远道而来的老挝学生更快、更好地掌握专业知识,昆明铁道职业技术学院各专业的老师们根据教学实际,在课堂上加入了大量的图片、视频类教学素材。

紧张的学习之外,今年2月底,昆明铁道职业技术学院还特地组织老挝的40名学生到大理、丽江开展了为期一周的研学活动。

按照计划,40名学员将于今年8月结束课程返回老挝,进入老挝铁道职业技术学院,成为该校的第一批老师。昆明铁道职业技术学院也将在未来5年里,分批安排教学团队到老挝铁道职业技术学院,帮助和指导他们建立完备的教学、管理体制。

“中老铁路是‘一带一路’标志性工程,是一条发展之路,友谊之路,幸福之路。”彭立莱说,回到老挝后,他会努力培养更多的铁道专业人才,维护好、运营好中老铁路,也希望更多的中国人能够坐着火车来老挝观光旅游、投资兴业。

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港