你现在的位置:首页 > ທາງລົດໄຟຈີນ-ລາວ

ທາງລົດໄຟລາວ-ຈີນຄາດວ່າຈະຂົນສົ່ງສິນຄ້າເກີດ 15 ລ້ານໂຕນໃນປີນີ້

来源:ສະບາຍດີ时间:2023-06-05 09:50:24

老挝语

1417230

ທາງລົດໄຟລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະການນຳເຂົ້າ ແລະ ຂົນສົ່ງໝາກໄມ້ຈາກອາຊີຕາເວັນອອກສ່ຽງໃຕ້.ຮູບພາບຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ຈຳກັດ ສາຂາຄຸນມິງ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 1 ມິຖຸນານີ້,ຫ້ອງວ່າການຄະນະຊີ້ນຳແຜນການປະຕິບັດງານ 3 ປີຂອງທາງລົດໄຟລາວ-ຈີນໄດ້ອອກຖະແຫຼງການ"ຈຸດສຳຄັນຂອງວຽກງານທາງລົດໄຟລາວ-ຈີນປີ 2023".ເນື້ອໃນຕົ້ນຕໍລວມມີວຽກງານສຳຄັນກ່ຽວກັບ 5 ດ້ານ:ຊຸກຍູ້ການປັບປຸງຄວາມສາມາດຂອງຊ່ອງທາງ,ການກໍ່ສ້າງສູນການຂົນສົ່ງ,ການພັດທະນາອຸດສາຫະກຳຕາມເສັ້ນທາງ,ການປູກຝັງຂອງພາກສ່ວນຕົ້ນຕໍຕະຫຼາດ ແລະ ມາດຕະການປົກປັກຮັກສາ.

"ຈຸດສຳຄັນຂອງວຽກງານທາງລົດໄຟລາວ-ຈີນປີ2023"ເຊື່ອມໂຍງເຂົ້າກັບການວາງແຜນຍຸດທະສາດ "3815" ຢ່າງຕັ້ງໜ້າ.ສະເໜີໃຫ້ທາງລົດໄຟລາວ-ຈີນຈະຂົນສົ່ງຜູ້ໂດຍສານໄດ້ກວ່າ 13 ລ້ານຄົນຕໍ່ປີໃນປີ 2023,ການຂົນສົ່ງສິນຄ້າສະສົມ 15 ລ້ານກວ່າໂຕນ,ແລະ ຂົນສົ່ງສິນຄ້າຂາເຂົ້າ-ຂາອອກໄດ້ 2.6 ລ້ານກວ່າໂຕນຕໍ່ປີ,ໃນນັ້ນມີການນຳເຂົ້າສິນຄ້າຫຼາຍກວ່າ 2.2 ລ້ານໂຕນ ແລະ ສົ່ງອອກຫຼາຍກວ່າ 400.000 ໂຕນ.

ຕໍ່ໄປ,ຫ້ອງວ່າການຄະນະຊີ້ນຳແຜນການປະຕິບັດງານ 3 ປີທາງລົດໄຟລາວ-ຈີນຈະຈັດຕັ້ງປະຕິບັດ "ແຜນການປະຕິບັດງານ 3 ປີທາງລົດໄຟລາວ-ຈີນ"ແລະ"ຈຸດສຳຄັນຂອງວຽກງານທາງລົດໄຟລາວ-ຈີນປີ2023".ຮ່ວມມືກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງ 4 ນະຄອນ,ແຂວງຕາມເສັ້ນທາງ, ໜ່ວຍງານທີ່ກ່ຽວຂ້ອງຂອງສູນກາງທີ່ປະຈຳການຢູ່ແຂວງ ຢຸນນານ, ບັນດາວິສາຫະກິດທີ່ກ່ຽວຂ້ອງ, ຕິດຕາມເບິ່ງຄວາມຫຍຸ້ງຍາກໃນການເຄື່ອນໄຫວວຽກງານ ແລະ ຜ່ານຜ່າຄວາມຫຍຸ້ງຍາກຢ່າງບໍ່ຢຸດຢັ້ງ.ຊຸກຍູ້ການພັດທະນາຮອບດ້ານຕາມເສັ້ນທາງລົດໄຟລາວ-ຈີນໃຫ້ບັນລຸໝາກຜົນຕົວຈິງຢ່າງຕັ້ງໜ້າ,ສ້າງ "ເສັ້ນທາງສາຍທອງຄຳ"ຢ່າງມີປະສິດທິຜົນ,ປູກຝັງຍີ່ຫໍ້ທາງລົດໄຟລາວ-ຈີນໃຫ້ສູງຂຶ້ນ ແລະ ເສີມຂະຫຍາຍຊື່ສຽງແລະອິດທິພົນຂອງສາກົນ.

中文

6月1日,中老铁路三年行动计划工作领导小组办公室印发《中老铁路2023年工作要点》,主要内容包括进一步推进通道能力提升、物流枢纽建设、沿线产业发展、市场主体培育、保障措施五个方面相关重点工作任务。

《中老铁路2023年工作要点》主动对接“3815”战略发展目标谋划,提出中老铁路2023年内实现年运输旅客1300万人次以上;货物累计运输1500万吨以上,年进出口货物运输260万吨以上,其中进口220万吨以上、出口40万吨以上的目标。

下一步,中老铁路三年行动计划工作领导小组办公室将进一步贯彻落实《中老铁路三年行动计划》和《中老铁路2023年工作要点》,与沿线4个州市、省直有关部门、中央驻滇有关单位、各有关企业等形成合力,紧盯工作推进过程中的堵点痛点,持续攻坚克难,务实推进中老铁路沿线综合开发各项工作取得实效,切实打造“黄金线路”,培育具有良好美誉度和国际影响力的中老铁路品牌。(中文稿件来源:昆明信息港)

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港