你现在的位置:首页 > ທາງລົດໄຟຈີນ-ລາວ

ເຄືອຂ່າຍການຂົນສົ່ງດ້ວຍທາງລົດໄຟລາວ-ຈີນໄດ້ປົກຄຸມ 13 ປະເທດ ແລະ ພາກພື້ນ

来源:ສະບາຍດີ时间:2023-06-02 09:34:53

老挝语

(ສະບາຍດີ ນັກຂ່າວສຸດໃຈ) ໃນວັນທີ 24 ເດືອນພຶດສະພານີ້, ກົມໃຫຍ່ພາສີໄດ້ຈັດກິດຈະກຳສຳພາດອອນໄລນ໌ພາຍໃຕ້ຫົວຂໍວ່າ “ການບໍລິການສ້າງເສັ້ນທາງລົດໄຟລາວ-ຈີນ ‘ເສັ້ນທາງຄຳ’ ຢ່າງເຕັມສ່ວນ” ຢູ່ດ່ານພາສີເມືອງລ້າທີ່ຂື້ນກັບດ່ານພາສີຄຸນໝິງ. ນັກຂ່າວຈາກໜັງສືພີມຈູ່ນເຊີນໃຫ້ຮູ້ວ່າ, ດ່ານພາສີຄຸນໝິງໄດ້ບໍລິການຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ໃຫ້ມີຄຸນນະພາບສູງທີ່ເປັນຄວາມເຈົ້າການ, ສະໜັບສະໜູນ ບໍລິການ ແລະ ຮັບປະການມາດຕະການ ແລະ ຜົນສຳເລັດຂອງການກໍ່ສ້າງ ແລະ ພັດທະນາທາງລົດໄຟລາວ-ຈີນ.

ຊ່ວຍໃຫ້ການຄ້າກັບຕ່າງປະເທດຍົກສູງຄຸນນະພາບ ແລະ ປະສິດທິຜົນ

ໃນເວລາໃຫ້ສຳພາດ, ທ່ານເຄີ່ຈີ້ຈຽງ, ຮອງຫົວໜ້າຂອງດ່ານພາສີຄຸນໝິງໄດ້ແນະນຳວ່າ, ນັບແຕ່ໄດ້ເປີດການບໍລິການເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາ, ວຽກງານຕ່າງໆໄດ້ຮັບໝາກຜົນເປັນໄລຍະຂັ້ນຕອນເຊັ່ນ:ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ການບົ່ມສ້າງອຸດສາຫະກຳ, ໂລຈິສຕິກ, ການກໍ່ສ້າງດ່ານຊາຍແດນ ແລະອື່ນໆ, ຄວາມສາມາດດ້ານການຂົນສົ່ງຂ້າມຊາຍແດນໄດ້ຍົກສູງຢ່າງຕໍ່ເນື່ອງ, ເຄືອຂ່າຍການຂົນສົ່ງສິນຄ້າໄດ້ປົກຄຸມປະເທດລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ສິງກະໂປ ແລະ 13 ປະເທດ ແລະ ພາດພື້ນທີ່ຮ່ວມກັນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ". ຈຳນວນຂອງຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນທີ່ເປີດການບໍລິການໄດ້ເພີ່ມຂຶ້ນເປັນ 8 ຄູ່ຕໍ່ມື້, ປະລິມານການຂົນສົ່ງສິນຄ້າສາກົນໄດ້ເກີນ 3 ລ້ານໂຕນ.

ໃນວັນທີ 13 ເດືອນເມສານີ້, ຂະບວນລົດໄຟຜູ້ໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ເປີດການບໍລິການຢ່າງເປັນທາງການ,  ເຊິ່ງເປັນຂີດໝາຍການສ້າງສຳເລັດລະບົບການຂົນສົ່ງຂ້າມຊາຍແດນຂອງທາງລົດໄຟລາວ-ຈີນ, ຈະເຕີມເຕັມກຳລັງທີ່ເຂັ້ມແຂງເຂົ້າໃນການພັດທະນະເສດຖະກິດ-ສັງຄົມຕາມເສັ້ນທາງລົດໄຟທີ່ມີຄຸນນະພາບສູງ. “ສາມາດເວົ້າໄດ້ວ່າ, ໃນຖານະເປັນ ‘ເສັ້ນທາງຄຳ’ ທີ່ເຊື່ອມຕໍ່ຕະຫຼາດພາຍໃນກັບຕະຫຼາດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ທາງລົດໄຟລາວ-ຈີນໄດ້ກະຕຸ້ນພະລັງຊີວິດຕາມເສັ້ນທາງລົດໄຟລາວ-ຈີນຢ່າງເປັນເທື່ອລະກ້າວ, ກາຍເປັນ...ໃໝ່ ແລະ ເປັນຊ່ອງທາງຄຳຂອງແຂວງຢຸນນານທີ່ສົ່ງຜົນສະທ້ອນອັນກວ້າງຂວາງສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.”

ພາຍໃຕ້ການຊຸກຍູ້ຂອງທາງລົດໄຟລາວ-ຈີນ, ເຊິ່ງໄດ້ອຳນວຍກຳລັງແຮງໃຫ້ແກ່ການລົງເລິກການຮ່ວມມືດ້ານເສດຖະກີດການຄ້າລະຫວ່າງປະເທດຈີນ ແລະ ປະເທດທີ່ກ່ຽວຂ້ອງ. ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບລາວນັບມື້ນັບເຂົ້າສູ່ເລິກເຊິ່ງ, ການຮ່ວມມືດ້ານການຄ້າໄດ້ຮັບໝາກຜົນຢ່າງຫຼາຍ, ມູນຄ່າການຄ້າຂອງສອງປະເທດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2022, ອັດຕາການເຕີບໂຕຂອງການຂາເຂົ້າ-ຂາອອກຂອງຈີນກັບລາວໄດ້ເກີນ 20%. ອີງຕາມລາຍງານຂອງທະນາຄານໂລກ, ພາຍຫຼັງການເປີດບໍລິການທາງລົດໄຟລາວ-ຈີນແລ້ວ, ຄ່າຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນລາວໄປນະຄອນຄຸນໝິງຈີນໄດ້ຫຼຸດລົງ 40% ຫາ 50%, ໃນຂະນະດຽວກັນນີ້, ຄ່າໃຊ້ຈ່າຍການຂົນສົ່ງຂອງຂອງເສັ້ນທາງພາຍໃນປະເທດລາວໄດ້ຫຼຸດລົງ 20% ຫາ 40%.

ປີ 2022 ເປັນປີເລີ່ມຕົ້ນຂອງການສ້າງພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງຈີນ-ອາຊຽນ, ການແລກປ່ຽນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍນັບມື້ນັບສະໜິດແໜ້ນ, ມູນຄ່າການຂາເຂົ້າ-ຂາອອກໄດ້ບັນລຸ 6,520 ຕື້ຢວນ, ເພີ່ມຂຶ້ນ 15% ໃນບັນດາສິນຄ້າຂົນສົ່ງໂດຍທາງລົດໄຟລະຫວ່າງຈີນກັບອາຊຽນ, ອັດຕາສ່ວນຂອງການຂົນສົ່ງດ້ວຍທາງລົດໄຟລາວ-ຈີນຈະເພີ່ມຂຶ້ນ 44,7%, ປະກອບສ່ວນຫຼາຍກວ່າ 60% ເຂົ້າໃນການເຕີບໂຕຂອງການຂາເຂົ້າ-ຂາອອກດ້ວຍທາງລົດໄຟລະຫວ່າງຈີນກັບອາຊຽນ.

ໃນດ້ານການປັບປຸງຄຸນນະພາບ ແລະ ປະສິດທິຜົນຂອງການຄ້າຕ່າງປະເທດດ້ວຍທາງລົດໄຟລາວ-ຈີນ, ດ່ານພາສີຄຸນໝິງໄດ້ປ່ອຍຜົນປະໂຫຍດດ້ານນະໂຍບາຍຢ່າງຄົບຖ້ວນເຊັ່ນ: RCEP, ເຂດການຄ້າເສລີຢຸນນານ ແລະ ເຂດການຮ່ວມມືເສດຖະກິດບໍ່ຫານຈີນ-ບໍ່ເຕັນລາວຢ່າງເຕັມສ່ວນ. ສະໜັບສະໜູນການພັດທະນາ "ທາງລົດໄຟລາວ-ຈີນ + ຮູບແບບຂະແໜງການໃໝ່", ຊຸກຍູ້ການປະຕິບັດຮູບແບບການຄຸ້ມຄອງ "ການຄ້າອີຄອມເມີຊ + ທາງລົດໄຟລາວ-ຈີນ" ແລະ ຂະຫຍາຍຊ່ອງທາງ "ອອກໄປ" ໃຫ້ແກ່ວິສາຫະກິດແຂວງຢຸນນານ ແລະ ຜະລິດຕະພັນພາຍໃນປະເທດ. ໂດຍອີງໃສ່ກົນໄກການຮ່ວມມືດ້ານພາສີຂອງຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກ, ເພີ່ມທະວີການພົວພັນແລະການຮ່ວມມືກັບດ່ານພາສີເມືອງເສີງຕູ່, ເມືອງຈົງກິ່ງແລະສະຖານທີ່ອື່ນໆ, ຊຸກຍູ້ການຕິດຕໍ່ລະຫວ່າງ "ທາງລົດໄຟລາວ-ຈີນ+ຂະບວນລົດໄຟຈີນ-ເອີຣົບ".

ດ່ານພາສີອັດສະລິຍະສ້າງຄວາມເຂັ້ມແຂງໃຫ້ທາງລົດໄຟລາວ-ຈີນ

ໃນຖານະເປັນດ່ານພາສີແຫ່ງດຽວທີ່ມີຊາຍແດນຕິດກັບລາວ, ດ່ານພາສີຄຸນໝິງໄດ້ເຮັດວຽກງານຫຼາຍຢ່າງໃນການສະໜັບສະໜູນການກໍ່ສ້າງ ແລະ ການພັດທະນາທາງລົດໄຟລາວ-ຈີນ, ເພີ່ມທະວີການຮ່ວມມື ແລະ ການປະສານງານລະຫວ່າງດ່ານພາສີ, ທາງລົດໄຟ ແລະ ວິສາຫະກິດດຳເນີນງານຢ່າງບໍ່ຢຸດຢັ້ງ. ປະກາດສະຖານທີ່ແຈ້ງພາສີຕົນເອງໃຫ້ແກ່ວິສາຫະກິດ  (ການຜ່ານດ່ານພາສີແບບປະສົມປະສານໃນທົ່ວປະເທດ), ດຳເນີນ “ການແຈ້ງພາສີເປັນສອງຂັ້ນຕອນ” ແລະ 13 ມາດຕະການອຳນວຍຄວາມສະດວກດ້ານການຜ່ານດ່ານຊາຍແດນ,ຕັ້ງໜ້າຊຸກຍູ້ການປະຕິຮູບຮູບແບບທຸລະກິດຄື “ທາງລົດໄຟດ່ວນ”, ຍົກສູງລະດັບການອຳນວຍຄວາມສະດວກດ້ານການຜ່ານດ່ານພາສີຂາເຂົ້າຂາອອກດ້ວຍທາງລົດໄຟ. ໃນປັດຈຸບັນນີ້, ເວລາເກັບພາສີຂອງຂາເຂົ້າ-ຂາອອກສິນຄ້າດ້ວຍທາງລົດໄຟລາວ-ຈີນໄດ້ຫຼຸດລົງປະມານເຄິ່ງໜຶ່ງເມື່ອທຽບໃສ່ໄລຍະເປີດບໍລິການໃນເບື້ອງຕົ້ນ, ເປັນອັນດັບທີ່ໜຶ່ງຂອງດ່ານທາງລົດໄຟໃນທົ່ວປະເທດ. ນັບແຕ່ຂະບວນລົດໄຟຂົນສົ່ງສິນຄ້າດ້ວຍ "ທາງລົດໄຟດ່ວນ" ແຖວທໍາອິດໄດ້ເປີດການບໍລິການໃນເດືອນພຶດສະພາປີກາຍນີ້, ດ່ານພາສີຄຸນໝິງໄດ້ຮັບ ແລະ ປະຕິບັດຫຼາຍກວ່າ 3,300 ໃບສະເໜີສໍາລັບເລື່ອງການຂົນສົ່ງດ້ວຍ "ລົດໄຟດ່ວນ", ຢູ່ອັນດັບໜຶ່ໃນປະເທດ.

ໃນຂະນະດຽວກັນ, ຕາມການເປີດນຳໃຊ້ຂອງສະຖານທີ່ກໍານົດກວດກາໝາກໄມ້ນໍາເຂົ້າຢູ່ດ່ານລົດໄຟບໍ່ຫານ, ໝາກໄມ້ທີ່ຂົນສົ່ງໄປຍັງປະເທດຈີນດ້ວຍທາງລົດໄຟລາວ-ຈີນນັບມື້ນັບຫຼາຍຂຶ້ນ. ສຳລັບສິ່ງນີ້, ດ່ານພາສີຄຸນໝິງໄດ້ສຸມໃສ່ຍົກສູງປະສິດທິຜົນ ແລະ ຄຸນນະພາບການບໍລິການ, ໄດ້ນຳໃຊ້ບັນດາມາດຕະການຄື: ອຳນວຍຄວາມສະດວກໃຫ້ແກ່ການພົວພັນລະຫວ່າງດ່ານພາສີກັບວິສາຫະກິດ, ເປີດ“ຊ່ອງທາງສີຂຽວ” ເພື່ອໃຫ້ໝາກໄມ້ທີ່ນະເຂົ້າສາມາດຜ່ານດ່ານຊາຍແດນຢ່າງວ່ອງໄວ, ການກວດກາ ແລະ ປ່ອຍຂະບວນລົດໄຟຂົນສົ່ງໝາກໄມ້ຂອງທາງລົດໄຟລາວ-ຈີນຢ່າງວ່ອງໄວ. ມາຮອດວັນທີ 10 ເດືອນພຶດສະພານີ້, ດ່ານພາສີຄຸນໝິງໄດ້ກວດກາ ແລະ ປ່ອຍຂະບວນລົດໄຟທີ່ຂົນສົ່ງໝາກໄມ້ 55 ຂະບວນ, ມີປະລິມານສິນຄ້າ 15.300 ໂຕນ.

ໃນອະນາຄົດ, ດ່ານພາສີຄຸນໝິງຈະສືບຕໍ່ສະໜັບສະໜູນການຍົກສູງບົດບາດລວມຂອງດ່ານທາງລົດໄຟບໍ່ຫານ, ສະໜັບສະໜູນການດຳເນີນແບບຂະໜາດຂອງຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟລາວ-ຈີນ, ເຮັດວຽກທີ່ດີໃນການຄວບຄຸມຜູ້ໂດຍສານຂ້າມຊາຍແດນ, ສະໜັບສະໜູນການສ້າງຕັ້ງ ແລະ ນຳໃຊ້ເຂດສາທິດນະວັດຕະກຳສົ່ງເສີມການຄ້ານຳເຂົ້າແຫ່ງຊາດຢູ່ບໍ່ຫານໃຫ້ດີ, ລົງເລິກການຮ່ວມມືຂ້າມຊາຍແດນ ແລະ ຂ້າມເຂດ, ສະໜັບສະໜູນການກໍ່ສ້າງຊ່ອງທາງຫຼວງ-ທາງທະເລສູ່ພາກໃຕ້. ພ້ອມກັນນັ້ນ, ສືບຕໍ່ຊ່ວຍວິສາຫະກິດການຄ້າຕ່າງປະເທດຍາດແຍ່ງກາລະໂອກາດຂອງການປະຕິບັດນະໂຍບາຍ RCEP, ພ້ອມກັນຊຸກຍູ້ການພັດທະນາທາງລົດໄຟລາວ-ຈີນໃຫ້ກາຍເປັນ "ເສັ້ນທາງຄຳ" ຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງຢ່າງຕັ້ງໜ້າ.

中文

5月24日,海关总署在昆明海关所属勐腊海关举办主题为“全力服务打造中老铁路‘黄金线路’”的在线访谈活动。春城晚报-开屏新闻记者获悉,昆明海关主动服务高质量共建“一带一路”,支持服务保障中老铁路建设发展等方面的措施和成效。

助力外贸提质增效

访谈中,昆明海关副关长柯志强介绍,中老铁路通车运营以来,客货运输、产业培育、物流枢纽、口岸建设等各项工作取得了阶段性成效,跨境物流运能持续提升,货运运输网已覆盖老挝、泰国、缅甸、马来西亚、柬埔寨、越南、新加坡等13个共建“一带一路”国家和地区,跨境货物列车开行数量也增加到每天最多八对,国际货运总量已突破300万吨。

4月13日,中老铁路国际客运功能正式开通,标志着中老铁路跨境运输功能体系趋于完整,将为沿线经济社会高质量发展注入强劲动力。“可以说,作为连接国内市场和南亚东南亚市场的‘黄金线路’,中老铁路正在不断激发沿线活力,逐渐成为云南辐射南亚东南亚经济发展的新坐标、腾飞的黄金通道。”

在中老铁路的带动下,中国与相关国家进一步深化经贸合作提供了新动力。中老两国互利合作日益深化,贸易合作硕果累累,双边贸易额持续增长,2022年,中国对老挝进出口增速超过20%。根据世界银行报告,中老铁路通车运营后,从老挝万象到中国昆明的货运成本降低了40%至50%,同时老挝国内线路成本降低了20%至40%。

2022年是中国东盟全面战略伙伴关系开局之年,双方经贸往来更加密切,进出口规模达到6.52万亿元,增长15%,中国与东盟通过铁路运输货物中,经过中老铁路运输的比重跃升到44.7%,对中国与东盟之间以铁路运输方式进出口增长的贡献率超过60%。

助力中老铁路外贸提质增效方面,昆明海关充分释放RCEP、云南自贸试验区、中老磨憨—磨丁经济合作区等政策红利,全力支持“中老铁路+新业态模式”发展,推动“跨境电商+中老铁路”监管模式落地运行,不断拓宽云南企业和本地商品“走出去”渠道。依托西部陆海新通道海关合作机制,强化与成渝等地海关的联系配合,推动“中老铁路+中欧班列”实现对接。

智慧海关赋能中老铁路

作为海关系统唯一与老挝接壤的关区,昆明海关在支持中老铁路的建设发展方面做了大量工作,不断强化海关、铁路和运营企业的协作配合,为企业量身定制自主选择申报地(全国通关一体化)、开展“两步申报”等13项通关便利措施,积极推进“铁路快通”等业务模式改革,持续提升铁路进出口通关便利化水平。目前,中老铁路进出口整体通关时间较开通初期压缩约一半,位居全国铁路口岸首位。自去年5月首列“铁路快通”货物列车顺利发运以来,昆明海关共接收办理3300余票“铁路快通”业务申请,位居全国前列。

同时,随着磨憨铁路口岸进境水果海关指定监管场地投入使用,通过中老铁路发往中国的进口水果日益增多。对此,昆明海关着力提效能优服务,通过采取畅通关企联络渠道,开设进境水果快速通关“绿色通道”等措施,快速验放中老铁路水果专列。截至5月10日,昆明海关已监管验放水果专列55列次,货运量1.53万吨。

未来,昆明海关将继续支持磨憨铁路口岸整体功能提升,支持中老铁路国际货运列车规模化运营,做好跨境旅客监管,支持建好用好磨憨国家进口贸易促进创新示范区,深化跨关区协同合作,支持南向陆海大通道建设。同时,继续助力外贸企业抢抓RCEP实施机遇,协同推进将中老铁路打造成“黄金线路”,为推动共建“一带一路”高质量发展积极贡献海关力量。(春城晚报-开屏新闻 记者孙江荭)

ບັນນາທິການ:ສຸດໃຈ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港