你现在的位置:首页 > ທາງລົດໄຟຈີນ-ລາວ
ທາງລົດໄຟລາວ-ຈີນໄດ້ຂົນສົ່ງໝາກໄມ້ນໍາເຂົ້າເກີນ 10.000 ໂຕນ
来源:ສະບາຍດີ时间:2023-04-28 18:27:31
(ສະບາຍດີ ນັກຂ່າວຄຳປະເສີດ)ໃນເດືອນທັນວາ 2022, ສະຖານທີ່ກວດກາການນໍາເຂົ້າໝາກໄມ້ທີ່ກຳນົດໄວ້ຢູ່ດ່ານສາກົນລົດໄຟ ບໍ່ຫານແຂວງຢຸນນານຈະຖືກນຳໃຊ້, ແລະ ໝາກໄມ້ທີ່ນຳເຂົ້າສົ່ງໄປຈີນຈາກຕ່າງປະເທດນັບມື້ນັບຫຼາຍຂຶ້ນຜ່ານທາງລົດໄຟລາວ-ຈີນ.ມາຮອດວັນທີ 28 ເມສາປີນີ້,ທາງລົດໄຟລາວ-ຈີນໄດ້ຂົນສົ່ງໝາກມັງຄຸດ,ໝາກທຸລຽນແລະໝາກໄມ້ອື່ນໆທີ່ນຳເຂົ້າໄດ້ເຖິງ 11.000 ໂຕນ,ໄດ້ເສີມຂະຫຍາຍຕະຫຼາດໝາກໄມ້ພາຍໃນປະເທດ.
ນັບແຕ່ເດືອນເມສາປີນີ້ເປັນຕົ້ນມາ,ໝາກໄມ້ເຂດຮ້ອນເຊັ່ນ:ໝາກມັງຄຸດ,ລຳຍາວ ແລະ ໝາກທຸລຽນໄດ້ເຂົ້າສູ່ຕະຫຼາດເປັນຈຳນວນຫຼວງຫຼາຍ. ໝາກທຸລຽນທີ່ນຳເຂົ້າໄດ້ຮັບຄວາມນິຍົມຫຼາຍຈາກຕະຫຼາດໝາກໄມ້ພາຍໃນປະເທດແລະຜູ້ບໍລິໂພກ, ເນື່ອງຈາກມີລົດຊາດອ່ອນ ແລະ ມີຄຸນຄ່າທາງໂພຊະນາການຢ່າງຫຼາຍ.ໃນແຕ່ລະມື້,ມີຂະບວນລົດໄຟພິເສດຂົນສົ່ງໝາກໄມ້ຖ້ຽວໜຶ່ງຈະເຂົ້າປະເທດຈີນໂດຍຜ່ານທາງລົດໄຟລາວ-ຈີນ ແລະ ສົ່ງໄປນະຄອນຄຸນໝິງ,ນະຄອນເສີງຕູ່,ນະຄອນກວາງໂຈ່ ແລະ ຕົວເມືອງໃຫຍ່ອື່ນໆ.
ຕາມຂ່າວແຈ້ງວ່າ,ໄລຍະຮ້ອນສໍາລັບຂົນສົ່ງໝາກໄມ້ເຂດຮ້ອນນໍາເຂົ້າຈະແກ່ຍາວໄປສືບຕໍ່ຮອດທ້າຍເດືອນມິຖຸນານີ້,ຄາດວ່າປະລິມານການຂົນສົ່ງໝາກໄມ້ເອກະລັກປະເທດອາຊີຕາເວັນອອກສຽງໃຕ້ເຊັ່ນ:ໝາກມັງຄຸດ,ລຳຍາວ ແລະ ໝາກທຸລຽນໃນປີນີ້ຈະເພີ່ມຂຶ້ນກວ່າ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
2022年12月云南磨憨铁路口岸进境水果指定监管场地的投入使用,通过中老铁路发往中国的进口水果日益增多,截至今年4月28日,中老铁路运输进口山竹、榴莲等水果达1.1万吨,丰富了国内水果市场。
今年4月份起,山竹、龙眼、榴莲等热带水果大量上市,进口榴莲凭借口感软糯香甜、营养价值丰富,深受国内水果市场和消费者的热捧,每天都有一列水果专列通过中老铁路入境后,发往昆明、成都、广州等各大城市。
据了解,进境热带水果运输旺季将持续至6月底,预计今年榴莲、山竹、龙眼等东南亚特产水果运量有望实现同比增长50%以上。(中文稿件来源:昆明信息港)