你现在的位置:首页 > ທາງລົດໄຟຈີນ-ລາວ
ເມື່ອລົມມາກໍ່ແມ່ນຍາມກາງໃບພັດເຮືອ ບັນຊາມ້າອອກເດີນທາງດ້ວຍບາດກ້າວໃໝ່
来源:ສະບາຍດີ时间:2022-12-21 16:06:32
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 3 ທັນວາ 2021,ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ຢ່າງເປັນທາງການ. ເມື່ອສຽງແກຂອງລົດໄຟດັງຂຶ້ນ, ຂະບວນ ຟູ້ຊິງ ແລະ ຂະບວນ "ລ້ານຊ້າງ" ໄດ້ເດີນທາງອອກຈາກສະຖານີນະຄອນຄຸນໝິງ ແລະ ສະຖານີວຽງຈັນຕາມລຳດັບ, ຂະບວນລົດໄຟເດີນທາງຜ່ານພູເຂົາ ແລະ ຂ້າມແມ່ນໍ້າ ເພື່ອມຸ່ງໜ້າໄປສູ່ເຂດຊາຍແດນ ລາວ-ຈີນ. ຂະບວນລົດໄຟທີ່ອອກເດີນທາງມຸ່ງໜ້າສູ່ຈຸດໝາຍດຽວກັນ, ບໍ່ພຽງແຕ່ເປັນສັນຍະລັກໃຫ້ແກ່ການໄປມາຫາສູ່ກັນ ແຫ່ງການສືບທອດມູນເຊື້ອມິດຕະພາບອັນດູດດື່ມ ລະຫວ່າງ ສອງປະເທດ ລາວ-ຈີນ ທີ່ມີມາເປັນເວລາ 60 ກວ່າປີເທົ່ານັ້ນ, ແຕ່ຍັງບັນຈຸເອົາຄວາມຄອງຄອງທີ່ບໍ່ມີຂີດຈໍາກັດ ຕໍ່ອະນາຄົດອັນສວຍງາມຂອງປະຊາຊົນສອງຊາດ.
ໃນຖານະທີ່ເປັນໂຄງການສັນຍາລັກຂອງການຮ່ວມມືສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ດ້ວຍຄຸນນະພາບສູງ. ນັບແຕ່ເປີດນໍາໃຊ້ທາງລົດໄຟ ຈີນ-ລາວ ເປັນຕົ້ນມາ, ກໍ່ໄດ້ສືບຕໍ່ສ້າງເປັນຂົວຕໍ່ທາງບົກ ແຫ່ງການເປີດກວ້າງ ແລະ ການຮ່ວມມືລະຫວ່າງ ສອງປະເທດ ລາວ-ຈີນ ກໍ່ຄື ລະຫວ່າງຂົງເຂດອ້ອມຂ້າງ, ໂດຍຄຽງຄູ່ກັບການຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວແລ້ວ, ຍັງໄດ້ປັບປຸງສະພາບຄົມມະນາຄົມ ຂອງ ພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ, ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງເຂດທີ່ຢູ່ລຽບຕາມເສັ້ນທາງຢ່າງມີປະສິດທິຜົນ, ໄດ້ນຳເອົາຄວາຜາສຸກໃຫ້ແກ່ປະຊາຊົນສອງປະເທດ ແລະ ບັນລຸການຮັບຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ. ມາຮອດປະຈຸບັນ, ທາງລົດໄຟ ລາວ-ຈີນ ໄດ້ບັນລຸການຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາຍແດນ 1,95 ລ້ານກວ່າໂຕນ. ເສັ້ນທາງເສັ້ນນີ້ ທີ່ບັນຈຸຄວາມຝັນອັນຫຼວງຫຼາຍ ພວມກຳລັງແຕກດອກອອກຜົນ ເປັນ "ດອກໄມ້ແຫ່ງຄວາມສຸກ".
ເມື່ອທາງລົດໄຟ ຈີນ-ລາວ ກາຍເປັນກຳລັງຂັບເຄຶ່ອນທີ່ບໍ່ມີມື້ເຫືອດແຫ້ງ ໃຫ້ແກ່ການກໍ່ສ້າງແລວເສດຖະກິດ ລາວ-ຈີນ ແລະ ການພັດທະນາເສດຖະກິດຂອງພາກພື້ນ, ເພື່ອຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາແຫ່ງຊາດ ແລະ ຊຸກຍູ້ການພັດທະນາພາກພື້ນຢ່າງກົມກຽວກັນ. ນະຄອນຄຸນໝິງ ໄດ້ມອບໝາຍໃຫ້ຕາແສງບໍ່ຫານ ກິ່ງແຂວງແຂວງສິບສອງພັນນາ ດຳເນີນວຽກງານ ຮ່ວມກັນສ້າງຕົວເມືອງດ່ານຊາຍແດນສາກົນ,ເຮັດໃຫ້ນະຄອນຄຸນໝິງກາຍເປັນເມືອງເອກແຫ່ງທຳອິດທີ່ມີ "ເສັ້ນຊາຍແດນ" ໃນທົ່ວປະເທດຈີນ. ພາຍໃຕ້ກາລະໂອກາດດັ່ງກ່າວ, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ, ເຂດພັດທະນາເສດຖະກິດນະຄອນຄຸນໝິງ, ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນຢ່າງມີປະສິດທິພາບ ໄດ້ເສີມຂະຫຍາຍທ່າແຮງດ້ານນະໂຍບາຍ ຂອງ "ສີ່ເຂດ", ເລັ່ງກໍ່ສ້າງຊ່ອງທາງຂົນສົ່ງສິນຄ້າຂ້າມຊາຍແດນຂະໜາດໃຫຍ່,ເພີ່ມທະວີເຊື່ອມຕໍ່ການຮ່ວມມືລະຫວ່າງສອງປະເທດຈີນ-ລາວ”. ສືບຕໍ່ປະກອບສ່ວນຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ຈີນຢ່າງບໍ່ຢຸດຢັ້ງ, ຊ່ວຍໃຫ້ນະໂຍບາຍການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືທີ່ທາງພາກໃຕ້ຂອງປະເທດຈີນ,ໄດ້ຮັບການເອົາໃຈໃສ່ ແລະ ຕີລາຄາສູງຈາກທຸກຂົງເຂດ ຂອງ ປະເທດລາວ ແລະ ປະເທດຈີນ.
ໃນຖານະທີ່ເປັນໂຄງການສັນຍາລັກຂອງການຮ່ວມມືສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ດ້ວຍຄຸນນະພາບສູງ. ນັບແຕ່ເປີດນໍາໃຊ້ທາງລົດໄຟ ຈີນ-ລາວ ເປັນຕົ້ນມາ, ກໍ່ໄດ້ສືບຕໍ່ສ້າງເປັນຂົວຕໍ່ທາງບົກ ແຫ່ງການເປີດກວ້າງ ແລະ ການຮ່ວມມືລະຫວ່າງ ສອງປະເທດ ລາວ-ຈີນ ກໍ່ຄື ລະຫວ່າງຂົງເຂດອ້ອມຂ້າງ, ໂດຍຄຽງຄູ່ກັບການຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວແລ້ວ, ຍັງໄດ້ປັບປຸງສະພາບຄົມມະນາຄົມ ຂອງ ພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ, ໄດ້ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງເຂດທີ່ຢູ່ລຽບຕາມເສັ້ນທາງຢ່າງມີປະສິດທິຜົນ, ໄດ້ນຳເອົາຄວາຜາສຸກໃຫ້ແກ່ປະຊາຊົນສອງປະເທດ ແລະ ບັນລຸການຮັບຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ. ມາຮອດປະຈຸບັນ, ທາງລົດໄຟ ລາວ-ຈີນ ໄດ້ບັນລຸການຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາຍແດນ 1,95 ລ້ານກວ່າໂຕນ. ເສັ້ນທາງເສັ້ນນີ້ ທີ່ບັນຈຸຄວາມຝັນອັນຫຼວງຫຼາຍ ພວມກຳລັງແຕກດອກອອກຜົນ ເປັນ "ດອກໄມ້ແຫ່ງຄວາມສຸກ".
ເມື່ອທາງລົດໄຟ ຈີນ-ລາວ ກາຍເປັນກຳລັງຂັບເຄຶ່ອນທີ່ບໍ່ມີມື້ເຫືອດແຫ້ງ ໃຫ້ແກ່ການກໍ່ສ້າງແລວເສດຖະກິດ ລາວ-ຈີນ ແລະ ການພັດທະນາເສດຖະກິດຂອງພາກພື້ນ, ເພື່ອຮັບໃຊ້ ແລະ ເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາແຫ່ງຊາດ ແລະ ຊຸກຍູ້ການພັດທະນາພາກພື້ນຢ່າງກົມກຽວກັນ. ນະຄອນຄຸນໝິງ ໄດ້ມອບໝາຍໃຫ້ຕາແສງບໍ່ຫານ ກິ່ງແຂວງແຂວງສິບສອງພັນນາ ດຳເນີນວຽກງານ ຮ່ວມກັນສ້າງຕົວເມືອງດ່ານຊາຍແດນສາກົນ,ເຮັດໃຫ້ນະຄອນຄຸນໝິງກາຍເປັນເມືອງເອກແຫ່ງທຳອິດທີ່ມີ "ເສັ້ນຊາຍແດນ" ໃນທົ່ວປະເທດຈີນ. ພາຍໃຕ້ກາລະໂອກາດດັ່ງກ່າວ, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ, ເຂດພັດທະນາເສດຖະກິດນະຄອນຄຸນໝິງ, ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນຢ່າງມີປະສິດທິພາບ ໄດ້ເສີມຂະຫຍາຍທ່າແຮງດ້ານນະໂຍບາຍ ຂອງ "ສີ່ເຂດ", ເລັ່ງກໍ່ສ້າງຊ່ອງທາງຂົນສົ່ງສິນຄ້າຂ້າມຊາຍແດນຂະໜາດໃຫຍ່,ເພີ່ມທະວີເຊື່ອມຕໍ່ການຮ່ວມມືລະຫວ່າງສອງປະເທດຈີນ-ລາວ”. ສືບຕໍ່ປະກອບສ່ວນຊຸກຍູ້ການກໍ່ສ້າງທາງລົດໄຟລາວ-ຈີນຢ່າງບໍ່ຢຸດຢັ້ງ, ຊ່ວຍໃຫ້ນະໂຍບາຍການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືທີ່ທາງພາກໃຕ້ຂອງປະເທດຈີນ,ໄດ້ຮັບການເອົາໃຈໃສ່ ແລະ ຕີລາຄາສູງຈາກທຸກຂົງເຂດ ຂອງ ປະເທດລາວ ແລະ ປະເທດຈີນ.
“ເມື່ອລົດໄຟ ເລີ່ມເຮັດວຽກ ເງິນ ຄໍາຫຼາຍ ໝື່ນລ້ານ ໄຫຼມາ”ຍູ້ໜູນການເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ລາວ-ຈີນ
ໃນປັດຈຸບັນ ແມ່ນໂອກາດການພັດທະນາແບບເຊື່ອມໂຍງກັນ, ເຊື່ອມໂຍງກັນຮັບຜົນປະໂຫຍດ ພ້ອມຮັບສະພາບການປ່ຽນແປງອັນຫຼາກຫຼາຍ. ນັບແຕ່ເປີດນໍາໃຊ້ທາງລົດໄຟລາວ-ຈີນ ເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ການຂົນສົ່ງສິນຄ້າ, ກະສິກໍາ, ອຸດສາຫະກໍາ ແລະ ຂະແໜງການອື່ນໆ ຜ່ານເສັ້ນທາງທອງຄໍາ ທາງລົດໄຟ ລາວ-ຈີນ ນີ້ ໄດ້ສະແດງໃຫ້ເຫັນທ່າອ່ຽງການພັດທະນາເພີ່ມຂຶ້ນຢ່າງໝັ້ນທ່ຽງ. ເມື່ອນະຄອນຄຸນໝິງ ແລະ ກິ່ງແຂວງສິບສອງພັນນາ ເຊື່ອມໂຍງພັດທະນາເຂົ້າກັນນັບມື້ຢ່າງເລິກເຊິ່ງ, ປະສິດທິຜົນທ່າແຮງທັບຊ້ອນ ຂອງ "ສີ່ເຂດ" ໄດ້ສືບຕໍ່ຂະຫຍາຍອອກຢ່າງກວ້າງຂວາງ, ເຊິ່ງຈະເລັ່ງລັດສ້າງສະພາບການພັດທະນາຢ່າງກົມກຽວ, ກະຕຸ້ນການປະດິດສ້າງໃໝ່ຂອງການພັດທະນາກໍາລັງການຂັບເຄື່ອນໃໝ່ ແລະ ກາຍເປັນສຽງອັນເຂັ້ມແຂງທີ່ສຸດຂອງການເປີດກວ້າງ ແລະ ການພັດທະນາ.
ໃນນັ້ນ, ສູນກາງຂົນສົ່ງຕູ້ຄອນເທນເນີຫວັງເຈຍອິງຊີ ທີ່ຕັ້ງຢູ່ເຂດການຄ້າເສລີ ນະຄອນຄຸນມິງ ໄດ້ເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງຂອງຕົນ ທີ່ຕັ້ງຢູ່ຈຸດ ເລີ່ມຕົ້ນຂະບວນຂົນສົ່ງສິນຄ້າສາກົນ ຜ່ານທາງລົດໄຟ ລາວ-ຈີນ, ໄດ້ເປັນສະ ຖານີຮອງຮັບການຮັບສົ່ງສິນຄ້າສາກົນ ລາວ-ຈີນ ຜ່ານຕາໜ່າງທາງລົດໄຟຢູນນານ ປະມານ70%. ມາຮອດປັດຈຸບັນ, ສິນຄ້າພາຍໃນຈີນ 21 ແຂວງ/ນະຄອນ ໄດ້ເຕົ້າໂຮມກັນຢູ່ສະຖານີຫວັງເຈຍອິງ ແລະ ຂົນສົ່ງໄປຍັງປະເທດໄທ, ມຽນມາ, ລາວ, ມາເລເຊຍ, ກໍາປູເຈຍ, ສິງກະໂປ ກໍຄື 10 ປະເທດ ແລະ ເຂດແຄວ້ນອື່ນໆ.
“ເມື່ອລົດໄຟ ເລີ່ມເຮັດວຽກ ເງິນຄໍາຫຼາຍໝື່ນລ້ານໄຫຼມາ”, ຂະບວນລົດໄຟທີ່ພວມກໍາລັງແລ່ນຕາມເສັ້ນທາງລົດໄຟ ລາວ-ຈີນ ກໍ່ແມ່ນບັນຍາກາດຕົວຈິງແຫ່ງການເດີນໜ້າສູ່ "ອະນາຄົດທີ່ສວຍງາມ”, ທັງເປັນການຢັ້ງຢືນທີ່ດີທີ່ສຸດ ໃນການຍູ້ໜູນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ລາວ-ຈີນ.
ທ່ານ ໄຊຊະນະ ສີດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ, ທັງເປັນ ປະທານກຽດຕິຍົດ ຂອງ ຄະນະນັກສຶກສາລາວທີ່ເຄີຍສຶກສາຢູ່ແຂວງຢຸນນານ ຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ການພັດທະນາຂອງແຂວງຢຸນນານ ສປ ຈີນ, ເມື່ອເວົ້າເຖິງ ທ່າແຮງດ້ານການຂົນສົ່ງສິນຄ້າຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ຜ່ານການເປີດນໍາໃຊ້ ແລະ ການຂັບເຄື່ອນຂະບວນລົດຜ່ານເສັ້ນທາງລົດໄຟ ຈີນ-ລາວ, ທ່ານ ໄຊຊະນະ ກ່າວວ່າ: ນັບແຕ່ສ້າງຕັ້ງເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໄດ້ຮັບໝາກຜົນທີ່ໜ້າອັດສະຈັນໃຈຫຼາຍ, ໂດຍສະເພາະ ໄດ້ກໍາແໜ້ນທ່າແຮງຂອງຈຸດເລີ່ມຕົ້ນການຂົນສົ່ງສິນຄ້າ ຊ່ວງພາຍໃນປະເທດຈີນ ຂອງເສັ້ນທາງລົດໄຟ ລາວ-ຈີນ, ຄຽງຄູ່ກັບການຊູກຍູ້ໃຫ້ວິສາຫະກິດດຳເນີນການຂົນສົ່ງສາກົນແບບເຊື່ອມໂຍງກັນດ້ວຍຫຼາຍຮູບແບບ ເພື່ອຫັນໜ້າສູ່ປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ໄດ້ກາຍເປັນກົນໄກທີ່ມີຄວາມສະດວກສະບາຍ, ເຮັດໃຫ້ການຂົນສົ່ງໂລຈິດຕິກຂ້າມແດນຍິ່ງມີຄວາມສະດວກວ່ອງໄສ, ເປັນກຳລັງແຮງຊຸກຍູ້ການຄ້າລະຫວ່າງສອງປະເທດ ລາວ-ຈີນ.” ທ່ານ ໄຊຊະນະ ເຊື່ອໝັ້ນວ່າ ພາຍໃຕ້ເງື່ອນໄຂທ່າແຮງຂອງເສັ້ນທາງລົດໄຟ ລາວ-ຈີນ, ເຂດການຄ້າເສລີພາກພື້ນນະຄອນຄຸນມິງ ແນ່ນອນຈະສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຍິ່ງຂຶ້ນ.
ທ່ານ ນາງ ວິລະວັນ ສຸກວິໄລ, ພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປລາວ ກໍ່ເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ. ລາວເຫັນວ່າ,ພາຍຫຼັງທີ່ສິນຄ້າຂອງຈີນໄດ້ມາເຕົ້າໂຮມຢູ່ເຂດການຄ້າເສລີພາກພື້ນນະຄອນຄຸນໝິງແລ້ວກໍ່ຈະຖືກສົ່ງໄປປະເທດລາວ, ສິນຄ້າຈາກລາວ ກໍ່ຈະຖືກແຈກຢາຍຜ່ານເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ເພື່ອກະຈາຍສົ່ງໄປບັນດາແຂວງຂອງສປຈີນ, ໃນຂະບວນການດັ່ງກ່າວນີ້ ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ກໍ່ເປັນຄືກັບຂົວເຊື່ອມຕໍ່ແຫ່ງໜຶ່ງ ທີ່ເຮັດໃຫ້ສອງປະເທດ ລາວ-ຈີນ ລະຫວ່າງສອງປະເທດໃຫ້ເຊື່ອມໂຍງເຂົ້າກັນ.
ທ່ານ ສົງຈູນ, ຜູ້ຊ່ວຍຜູ້ຈັດການໃຫຍ່ ບໍລິສັດລົງທຶນຕ່າງປະເທດຢູນນານຈຳກັດ, ທັງເປັນ ຜູ້ຈັດກາຍໃຫຍ່ ເຂດພັດທະນາເສດຖະກິດກວມລວມໄຊເສດຖາ ກ່າວວ່າ ພາຍຫຼັງເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນມາ, ລາຄາການຂົນສົ່ງສິນຄ້າຫຼຸດລົງ ແລະ ມີປະສິດທິຜົນດ້ານເວລາສູງຂຶ້ນ, ເບື້ອງຫຼັງທີ່ເຮັດໃຫ້ຕົ້ນທຶນຫຼຸດລົງ ແລະ ປະສິດທິຜົນສູງຂຶ້ນນີ້ ບໍ່ວ່າຈະສຳລັບວິສາຫະກິດຜູ້ຜະລິດ ຫຼື ວິສາຫະກິດການຄ້າບໍລິການ ລ້ວນແຕ່ເປັນສິ່ງທີ່ໜ້າທີ່ດຶງດູດໃຈທີ່ສຸດ. ເມື່ອເວົ້າເຖິງ ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໄດ້ຂົນຂວາຍໃຫ້ວິສາຫະກິດດຳເນີນການຂົນສົ່ງສາກົນດ້ວຍຫຼາຍຮູບແບບ ຕໍ່ບັນດາປະເທດອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ທ່ານ ສົງຈູນ ກ່າວວ່າ: “ຕະຫຼາດຂອງການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ມີຄວາມຕ້ອງການຫຼາຍ ແລະ ໃນເງື່ອນໄຂຕົ້ນທຶນການຂົນສົ່ງຕໍ່າ ແລະ ໃຊ້ເວລາຂົນສົ່ງໜ້ອຍນີ້, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໄດ້ຊຸກຍູ້ຂົນຂວາຍໃຫ້ວິສາຫະກິດດຳເນີນການຂົນສົ່ງຂ້າມແດນຫຼາຍຮູບແບບ ໄດ້ຊ່ວຍໃຫ້ວິສາຫະກິດທີ່ກ່ຽວຂ້ອງ ແລະ ເຂດການຄ້າເສລີພາກພື້ນນະຄອນຄຸນໝິງໄດ້ເສີມມຂະຫຍາຍທ່າແຮງຂອງຕົນຢ່າງເຕັມສ່ວນ, ຊົມໃຊ້ກາລະໂອກາດ ແລະ ຜົນປະໂຫຍດອັນຕັ້ງໜ້າ ຈາກເສັ້ນທາງລົດໄຟ ລາວ-ຈີນ, ພ້ອມທັງກ້າວເດີນໄປໜ້າດ້ວຍລະດັບການພັດທະນາທີ່ສູງກວ່າເກົ່າ ແລະ ເປີດກວ້າງກວ່າເກົ່າ”.
“ຂົວຕໍ່ຍາວໄກ, ພູຈະບໍ່ສູງ ເສັ້ນທາງຈະບໍ່ໄກ” ສ້າງເຂດເປີດປະຕູສູ່ພາຍນອກທີ່ມີລະດັບສູງໃນຍຸກໃໝ່
ປະເທດລາວ ຕັ້ງຢູ່ໃຈກາງຂອງອາຊີຕາເວັນອອກສ່ຽງໃຕ້, ແມ່ນເປະເທດຕອນໃນ ບໍ່ມີຊາຍແດນຕິດຈອດກັບທະເລ, ເປັນເຂດພູພຽງທີ່ມີເນື້ອທີ່ກວ້າງ. ຕະຫຼອດໄລຍະຜ່ານມາ, ປັດໄຈດ້ານພູມສາດ, ຄົມມະນາຄົມບໍ່ສະດວກ ແລະດ້ານອື່ນໆ ກາຍເປັນຂໍ້ຈໍາກັດການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ. ແຕ່ວ່າ ການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ທັບມ້າງຂໍ້ຈໍາກັດຈາກການເປັນເຂດພູສູງໃຫຍ່ດັ່ງກ່າວທີ່ຂວາງກັ້ນນີ້, ເຮັດໃຫ້ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນ ປະເທດເຊື່ອມໂຍງເຊື່ອມຈອດໃນທັນທີ, ຈາກ “ຝັກດ້າມ” ກາຍເປັນ “ຈຸດສໍາຄັນ”, ເຮັດໃຫ້ປະເທດລາວ ກ້າວເຂົ້າສູ່ຍຸກຄົມມະນາຄົມທັນສະໄໝໂດຍກົງທັນທີ ແລະ ໄດ້ບຸກເບີກພື້ນທີ່ການພົວພັນກັບພາຍນອກຮັບການຂະຫຍາຍກວ້າງອອກຢ່າງຫຼວງຫຼາຍ.
ເສັ້ນທາງລົດໄຟ ລາວ-ຈີນ ຊ່ວຍໃຫ້ປະເທດລາວບຸກທະລຸການປິດກັ້ນຈາກສາຍພູຫຼາຍໜ່ວຍ ແລະ ພັດທະນາເສດຖະກິດການສົ່ງອອກ, ຍັງໄດ້ສະໜອງກຳລັງແຮງຢ່າງບໍ່ຢຸດຢັ້ງຕໍ່ການພັດທະນາເສດຖະກິດຢູ່ຫຼາຍເຂດແຄວ້ນຂອງປະເທດຈີນ. “ສີ່ເຂດ” ທີ່ເປັນແຖວໜ້າຂອງການເປີດປະຕູສູ່ພາຍນອກຂອງແຂວງຢຸນນານ ໄດ້ຊົມໃຊ້ຜົນປະໂຫຍດທີ່ໄດ້ມາຈາກການເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງແທ້ຈິງ ແລະ ຮ່ວມກັນສ້າງເຂດເປີດກວ້າງຕໍ່ພາຍນອກທີ່ມີລະດັບສູງແຫ່ງໃໝ່.
ເຂດການຮ່ວມມືເສດຖະກິດບໍ່ເຕັນ ສປປ ລາວ- ບໍ່ຫານ ສປ ຈີນ ທີ່ອາໄສເມືອງເອກຂອງແຂວງຢຸນນານ ໄດ້ສົ່ງເສີມທ່າແຮງການເຊື່ອມຕໍ່ນະໂຍບາຍ ຂອງ "ສີ່ເຂດ", ອອກແຮງປະຕິບັດການປະດິດສ້າງໃໝ່ດ້ານການຄ້າຢ່າງຕັ້ງໜ້າ, ໂດຍຜ່ານການກໍ່ສ້າງ “ສາງຊາຍແດນ”, ພັດທະນາບັນດາຮູບແບບການຄ້າຢ່າງຕັ້ງໜ້າ ເຊັ່ນ: "ຮ້ານຢູ່ທາງຫນ້າ ແລະ ສາງຢູ່ດ້ານຫລັງ" ແລະ "ຮ້ານຢູ່ທາງຫນ້າ ແລະ ໂຮງງານຢູ່ດ້ານຫລັງ", ສົມທົບກັບການປຸງແຕ່ງ ແລະ ການຜະລິດ, ການຄ້າເອເລັກໂຕຣນິກ, ການຂາຍສິນຄ້າຜ່ານການຖ່າຍທອດສົດ, ສື່ມວນຊົນໃໝ່ ແລະ ອຸດສາຫະກຳອື່ນໆຢູ່ເຂດຊາຍແດນ ເພື່ອປະດິດສ້າງຮູບແບບການຄ້າ.ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໄດ້ເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງຂອງເຂດຊາຍແດນ, ຍາດໄດ້ກາລະໂອກາດໃໝ່ຂອງການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ສືບຕໍ່ປິ່ນອ້ອມເປົ້າໝາຍການສ້າງເຂດການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃໝ່ທີ່ມີລະດັບສູງໃນຍຸກໃໝ່, ສະແຫວງຫາການພັດທະນາໃໝ່ ແລະ ບັນລຸບາດກ້າວບຸກທະລຸໃໝ່. ອາໄສທ່າແຮງຂອງທາງລົດໄຟລາວ-ຈີນ ເຮັດໃຫ້ການພັດທະນາຂອງ "ສີ່ເຂດ" ກ້າວຂຶ້ນສູ່ລະດັບສູງອັນໃໝ່.
ທ່ານ ເຈິ້ງຫົງ, ປະທານສະພາການຄ້າແຂວງຢຸນນານປະຈໍາລາວ ຢູ່ລາວເປັນເວລາ 20 ກວ່າປີ ໄດ້ເປັນສັກຂີພິຍານໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ນັບແຕ່ບໍ່ທັນໄດ້ເລີ່ມການກໍ່ສ້າງ ຈົນຮອດສ້າງສຳເລັດ, ທັງໄດ້ເອົາໃຈໃສ່ຕໍ່ຂະບວນການພັດທະນາເຂດການຄ້າເສລີພາກພື້ນນະຄອນຄຸນໝິງ. ທ່ານ ເຈິ້ງຫົງ ເຫັນວ່າ ທາງລົດໄຟລາວ-ຈີນ ໄດ້ນຳຄວາມສະດວກມາສູ່ວິສາຫະກິດທ້ອງຖິ່ນຂອງລາວຢ່າງແທ້ຈິງ, "ແມ່ນເສັ້ນທາງເຊື່ອມຕໍ່ດ້ານຈິດໃຈ ທັງເປັນ ເສັ້ນທາງແຫ່ງການພັດທະນາ". "ປະເທດຈີນ ແລະ ປະເທດລາວຈະອີງໃສ່ທາງລົດໄຟລາວ-ຈີນເພື່ອປະສານງານການເຊື່ອມຕໍ່, ຄວາມສາມາດການຜະລິດ ແລະ ການຮ່ວມມືດ້ານການລົງທຶນ,ຊຸກຍູ້ການກໍ່ສ້າງແລວທາງເສດຖະກິດລາວ-ຈີນ ແລະ ຊ່ວຍສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ"ໃຫ້ມີຄຸນນະພາບສູງ.ໃນຂະນະດຽວກັນ,ເຂດການຄ້າເສລີພາກພື້ນນະຄອນຄຸນໝິງສົ່ງເສີມທ່າແຮງດ້ານນະໂຍບາຍທາງ"ສີ່ເຂດ"ທີ່ປະກອບດ້ວຍເຂດການຄ້າເສລີພາກພື້ນນະຄອນຄຸນໝິງ,ເຂດພັດທະນາເສດຖະກິດນະຄອນຄຸນໝິງ,ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ,ອີງໃສ່ທາງລົດໄຟລາວ-ຈີນເພື່ອສ້າງ "ການເຊື່ອມຕໍ່ສີ່ຂດ" ພັດທະນາຮູບແບບໃໝ່.ມາດຕະການເຫຼົ່ານີ້ຈະຍົກສູງລະດັບເປີດປະຕູສູ່ພາຍນອກຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ແລະ ຊຸກຍູ້ການພັດທະນາຄຸນນະພາບສູງ. ທ່ານ ຈີ້ນຫົງ ກ່າວວ່າ.
ທ່ານ ຫວງເວີຍລີ້ ນັກຊ່ຽວຊານລາວ ໄດ້ຍ້ອງຍໍການພັດທະນາ ຂອງ ການຮ່ວມມື ຈີນ-ລາວຜ່ານການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ, ທ່ານ ຫວງເວີຍລີ້ ກ່າວວ່າ: ຜ່ານການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ການມີຜົນບັງຄັບໃຊ້ຂອງ RCEP, ແລວທາງບົກ-ທະເລໃໝ່ຈະຊຸກຍູ້ໃຫ້ປະເທດຈີນເລັ່ງລັດສ້າງຮູບແບບການເປີດປະຕູສູ່ພາຍນອກ ທີ່ "ເຊື່ອມຈອດລະຫວ່າງທາງບົກ ກັບ ທາງທະເລ ກໍຄື ພາຍໃນກັບຕ່າງປະເທດ, ມີກົນໄກການຮ່ວມມື ແລະ ປະສານງານຢ່າງມີປະສິດທິຜົນລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກ.” ນີ້ເປັນການປະກອບສ່ວນຢ່າງໃຫຍ່ຫຼວງຂອງເຂດການຄ້າເສລີພາກພື້ນນະຄອນຄຸນໝິງ ໃນການສ້າງເວທີທີ່ເປັນສັນຍາລັກແຫ່ງການເປີດກວ້າງຕໍ່ພາຍນອກ ແລະ ການພັດທະນາເສດຖະກິດອ່ວຍໜ້າສູ່ພາຍນອກ, ພາຍໃຕ້ທ່າແຮງດ້ານນະໂຍບາຍ ແລະ ພູມສາດ, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງຈະໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ມີອະນາຄົດທີ່ສວຍງາມ.
ເມື່ອລົມມາກໍ່ແມ່ນຍາມກາງໃບພັດເຮືອ, ບັນຊາມ້າອອກເດີນທາງດ້ວຍບາດກ້າວໃໝ່. ນະຄອນຄຸນໝິງຈະກໍາແໜ້ນກາລະໂອກາດ ຈາກການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ສືບຕໍ່ລົງເລິກການປະຕິຮູບ ແລະ ປະດິດ້ສາງໃໝ່ດ້ານມາດຕະການ ກ່ຽວກັບ "ການເຊື່ອມຕໍ່ສີ່ເຂດ" ແລະ ດ້ານອື່ນໆ, ຖືເອົາການເປີດກວ້າງຕໍ່ພາຍນອກດ້ວຍລະດັບສູງອັນໃໝ່ ວາດແຕ້ມເປັນເລື່ອງລາວໃໝ່ ຂອງການກໍ່ສ້າງສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງ ຂວາງ, ຊ່ວຍຍູ້ໜູນໃຫ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດສັງກາດໃໝ່ ໃຫ້ແກ່ການຜົນປະໂຫຍດຮ່ວມກັນ ແລະ ການເຊື່ອມໂຍງເຊື່ອມຈອດລະຫວ່າງສອງປະເທດ ລາວ-ຈີນ ດ້ວຍທ່າທີບາດກ້າວອັນສະຫງ່າງາມຍິ່ງຂຶ້ນໄປເລື້ອຍໆ.
2021年12月3日,中老铁路正式通车。伴随着铿锵的汽笛声,复兴号动车组、“澜沧号”动车组分别从昆明站、万象站驶出,穿过崇山、跨越江河,相向而行奔往中老边境。双向的奔赴、同样的目标,两列动车组的启程不仅象征着中老两国六十余载深厚友谊的继往开来,也承载着两国民众对美好未来的无限期盼。
作为高质量共建“一带一路”的标志性工程,中老铁路自开通以来,持续为中老两国及周边地区架起一座开放合作的陆上桥梁,在带动老挝经济社会发展的同时,也改善了中国西南的交通现状,切实推动了沿线经济社会发展,给两国人民带来更多福祉,真正实现了互利共赢。截至目前,中老铁路累计发送旅客超过850万人次,运送货物1120万吨,其中跨境货物超过195万吨。这条承载着无数梦想的“坦途”正盛开朵朵“幸福之花”。
在中老铁路为中老经济走廊建设和地区经济发展带来源源不断的动力之际,为服务和融入国家发展战略、促进区域协调发展,昆明市托管西双版纳州磨憨镇共建国际口岸城市,让昆明成为全国唯一一座有“边境线”的省会城市。在此机遇下,自贸试验区昆明片区、昆明经开区、昆明综合保税区、中国老挝磨憨—磨丁经济合作区充分发挥‘四区’政策叠加优势,加快跨境物流大通道建设,强化中老双边合作“硬联通”,不断为中老铁路贡献新动能,助力南向开放合作翻开新篇章,获中老各界人士关注点赞。
“火车一响 黄金万两” 共助中老互联互通
联动发展,正当其时;融合共赢,气象万千。中老铁路自开通以来,客货运输两旺,沿线物流、农业、工业等产业依托这条黄金大通道呈现出稳步上升的趋势。随着昆明市同西双版纳州联动发展的深入推进,“四区”优势叠加效应持续放大,将加快构建协调发展新格局、激发创新发展新动能、奏响开放发展最强音。
其中,位于自贸试验区昆明片区的王家营西集装箱中心站充分发挥其作为中老铁路国际货物列车起点站的区位优势,承担着云南路网约70%的中老国际货运发送量。截至目前,国内共有21个省市的货物在王家营中铁联集站集结并发往泰国、缅甸、老挝、马来西亚、柬埔寨、新加坡等近10个国家和地区。
“火车一响、黄金万两”,运行在中老铁路上的一列列火车正是通往“康庄大道”的真实写照,也是共助中老互联互通的最佳证明。
老中合作委员会常务副主席兼老挝留学云南归国同学会荣誉会长赛萨纳·西提蓬一直关注着云南的发展,谈及中老铁路开通运营下昆明片区的货运优势,塞萨纳说道:“自贸试验区昆明片区成立至今,取得的成果让人赞叹,尤其是抓住中老铁路中国段货运起点的优势,鼓励企业开展面向南亚东南亚的国际多式联运的同时,构建了多种便利化机制,让跨境物流更加方便快捷,有力促进了老中两国之间的贸易往来。”赛萨纳相信,在中老铁路的加持和自身蓄力下,昆明片区必将大有作为。
威莱旺·苏威莱是老挝公共工程与运输部的工作人员,曾参与了中老铁路建设。在他看来,中国的货物在自贸试验区昆明片区集结后奔向老挝,老挝的货物则由昆明片区发散至中国各省市,在这过程中,自贸试验区昆明片区就像一个桥梁,将中老两国紧紧地联系在了一起。
云南省海外投资有限公司总经理助理、老挝赛色塔综合开发区总经理熊军表示,中老铁路通车后,货运价格下降,且时效性更高,这背后所带来的成本降低和效率提升无论是对于生产型企业还是贸易服务型企业来说都是非常有吸引力的。谈及自贸试验区昆明片区鼓励企业开展面向南亚东南亚的国际多式联运,熊军说:“在中老铁路货运市场需求大且短时低价的背景下,自贸试验区昆明片区鼓励企业开展跨境联运有助于相关企业与昆明片区充分发挥自身优势,享受中老铁路带来的机遇和利好,向更高更开放的发展水平迈进。”
“一桥飞架 关山不远” 打造对外开放新高地
老挝地处东南亚腹地,是一个内陆国家,山地高原广布。长期以来,地理环境、交通不便等因素成为限制其经济社会发展的重要难题。而中老铁路的开通打破了大山的“禁锢”,让“陆锁国”的老挝一跃成为“陆联国”,从“末梢”变成了“节点”,直接跨入现代化运输时代,极大拓展了对外的交流空间。
这条铁路在助力老挝突破重山封锁,发展外向型经济的同时,也为国内多个地区的经济发展提供源源不断的活力。站在云南对外开放最前沿的“四区”便实实在在享受着铁路带来的红利,共同打造对外开放新高地。
背靠省会城市的中国老挝磨憨—磨丁经济合作区通过发挥“四区”政策联动优势,大力开展贸易创新,通过建设“边境仓”,积极发展“前店后仓”“前店后厂”等贸易形态,与边境地区加工生产、电商、直播带货、新媒体等行业相结合,创新贸易形态。自贸试验区昆明片区则积极发挥沿边跨境区位优势,抢抓中老铁路开通机遇,持续围绕打造新时代改革开放新高地的目标,谋求新发展,实现新跨越。借助中老铁路的东风,‘四区’发展再次迈上新台阶。
深耕老挝二十余载的老挝云南商会会长郑宏见证着中老铁路从无到有,也关注着自贸试验区昆明片区的发展历程。在郑宏看来,中老铁路给老挝当地企业带去了实实在在的便利,“是连心路,也是发展路”。“中老双方将以这条铁路为依托,统筹互联互通和产能与投资合作,促进中老经济走廊建设,助力高质量共建‘一带一路’。与此同时,自贸试验区昆明片区正在发挥与昆明经开区、昆明综合保税区和中国老挝磨憨—磨丁经济合作区形成的‘四区’叠加优势,依托中老铁路形成“四区联动”发展新格局。这些举措将大大提升昆明片区的对外开放水平,推动高质量发展。”郑宏说。
老挝专家黄维力对中老铁路开通运营给中老双方带来的合作共赢也称赞有加。“随着中老铁路的开通和RCEP的生效,陆海新通道将进一步助推中国加快形成‘陆海内外联动、东西双向互济’的对外开放格局,这对于自贸试验区昆明片区打造对外开放标志性平台、发展外向型经济有极大促进作用,在政策和地缘等优势的加持下,昆明片区必将乘势发展,未来可期。”黄维力说。
风好正是扬帆时,策马扬鞭再奋蹄。昆明必将紧抓中老铁路开通运营带来的历史机遇,不断深化“四区联动”等改革创新举措,以高水平开放书写辐射中心建设的新故事,助力中老铁路以更加昂首阔步的姿态谱写中老两国互利共赢、互联互通的新篇章。(中文稿件来源:昆明信息港)