你现在的位置:首页 > ການດໍາເນີນທຸລະກິດແລະການລົງທຶນ
ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ ໃຫ້ກາຍເປັນ “ຄວາມໄວຂອງຄຸນມິງ”
来源:ສະບາຍດີ 时间:2022-12-03 14:41:48
ການຜ່ານດ່ານ ໝາຍເຖິງ ປ່ຽນຈາກ “ຫຍຸ້ງຍາກ” ມາເປັນ “ສະດວກ”
(ສະບາຍດີ ນັກຂ່າວຄຳປະເສີດ)ບໍ່ຫານເປັນເຂດພື້ນທີ່ທີ່ບໍ່ໃຫຍ່ປານໃດ, ມີ ເສັ້ນທາງຕົງເມິງ (ເສັ້ນທາງອາຊຽນ) 2 ເລນຜ່ານຕົວເມືອງ, ເຊິ່ງ ເບື້ອງໜຶ່ງເຊື່ອມຕໍ່ກັບສະຖານີລົດໂດຍສານບໍ່ຫານ, ຊ່ວງກາງ ແມ່ນຕະຫຼາດການຄ້າຊາຍແດນໃໝ່ບໍ່ຫານ, ສູນບໍລິການດ້ານບຸກຄະລາກອນບໍ່ຫານ, ຕິດໄປນັ້ນກໍ່ແມ່ນ ຫ້ອງການຂອງຄະນະຄຸ້ມຄອງເຂດຮ່ວມມືເສດຖະກິດຂ້າມຊາຍແດນບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວ (ຕໍ່ໄປເອີ້ນຫຍໍ້ “ເຂດຮ່ວມມືເສດຖະກິດ”) ແລ່ນຜ່ານອອກໄປສູ່ຊາຍແດນ ກໍ່ຈະເດີນທາງໄປຮອດເຂດອ້ອມຮົ້ວຂອງເຂດຮ່ວມມືເສດຖະກິດ (ເຂດຂອງຝ່າຍຈີນ).
ແຕ່ວ່າ, ບໍ່ຫານ ແມ່ນພື້ນທີ່ທີ່ສໍາຄັນຫຼາຍ. ຈາກຊາຍແດນບໍ່ຫານ ໄປທິດເໜືອ 181 ກິໂລແມັດ, ນັ່ງລົດປະມານ 2 ຊົ່ວໂມງ ກໍ່ຈະເດີນທາງໄປຮອດນະຄອນຊຽງຮຸ່ງ, ຫຼັງຈາກນັ້ນ ນັ່ງລົດໄປທິດເໜືອຕື່ມອີກ ປະມານ 8 ຊົ່ວໂມງ ໄລຍະທາງ 520 ກິໂລແມັດ ກໍ່ຈະເດີນທາງໄປຮອດນະຄອນຄຸນມິງ; ຈາກດ່ານບໍ່ຫານ ໄປທາງທິດຕາເວັນອອກສ່ຽງໃຕ້ 298 ກິໂລແມັດ ນັ່ງລົດປະມານ 5 ຊົ່ວໂມງ ກໍ່ຈະໄປຮອດແຂວງຫຼວງພະບາງ ນະຄອນຫຼວງເກົ່າ ຂອງ ສປປ ລາວ, ຫຼັງຈາກນັ້ນ ເດີນທາງໄປທິດໃຕ້ຕື່ມອີກ 6 ຊົ່ວໂມງ ໃນໄລຍະທາງ 382 ກິໂລແມັດ ກໍ່ຈະຮອດນະຄອນຫຼວງວຽງຈັນ ສປປ ລາວ.
ກ່ອນໜ້ານີ້ 10 ປີ, ຍ້ອນເຫັນໄດ້ເຖິງ “ຢີນທີ່ເປັນທ່າແຮງດ້ານທີ່ຕັ້ງ”, ທ່ານ ອູປຽວ ຄົນເຫີນານ ພາຍຫຼັງຈົບການສຶກສາຢູ່ມະຫາວິທະຍາໄລແລ້ວ ໄດ້ສອບເສັງເຂົ້າເຮັດວຽກຢູ່ດ່ານພາສີເມືອງຫຼ້າ ແລະ ກາຍເປັນພະນັກງານຜູ້ໜຶ່ງ ຢູ່ດ່ານຊາຍແດນ. ຈາກເຂດໃຈກາງປະເທດ ມາເຮັດວຽກຢູ່ເຂດຊາຍແດນ, ລາວໄດ້ຮູ້ສຶກເຖິງຄວາມຫຼ້າຫຼັງຂອງຕົວເມືອງນ້ອຍນີ້ທີ່ຢູ່ຊາຍແດນ. ໃນໄລຍະວົງລັດສະໝີ 10 ກິໂລແມັດ ບໍ່ມີບ່ອນໃດ “ຈະເລີນ” ເລີຍ. ເວົ້າສຳລັບຊາວໜຸ່ມົນໜຶ່ງ ທີ່ຫາກໍ່ຈົບການສຶກສາຈາກຮົ້ວມະຫາວິທະຍາໄລຈາກຕົວເມືອງໃຫຍ່ແລ້ວ “ຄວາມຮູ້ສຶກເຖິງຄວາມແຕກຕ່າງມັນໂຕນກັນຫຼາຍ”.
“ເຖິງວ່າທຸກປີຈະມີນະໂຍບາຍເອື້ອອຳນວຍ ໃຫ້ແກ່ການພັດທະນາທີ່ກ່ຽວຂ້ອງກັບເຂດບໍ່ຫານ, ແຕ່ກໍ່ບໍ່ສາມາດປະຕິເສດໄດ້ວ່າ ການພັດທະນາຂອງບໍ່ຫານ ຍັງບໍ່ທັນໄດ້ທ່ວງທັນກັບຄວາມໄວຂອງຂະບວນລົດແຫ່ງການພັດທະນາ. ຕົວຢ່າງ: ດ່ານບໍ່ຫານ ແມ່ນດ່ານທາງບົກທີ່ໃຫຍ່ທີ່ສຸດ ຂອງ ດ່ານຊາຍແດນແຂວງຢູນນານ, ແຕ່ຍ້ອນເງື່ອນໄຂດ້ານອຸປະ ກອນຍັງບໍ່ທັນກັບຄວາມໄວຂອງການພັດທະນາການຄ້າ, ໃນໄລຍະຫຼາຍປີຜ່ານມາ, ບໍ່ວ່າຈະແມ່ນຍານພາຫະນະ ຫຼື ການສັນຈອນຂອງຜູ້ໂດຍສານ, ສະພາບຄວາມແອອັດ ແລະ ການຕໍ່ແຖວຍາວໃນເວລາຜ່ານດ່ານກໍ່ຍັງມີຫຼາຍຢູ່”. ຕໍ່ມາພາຍຫຼັງ ທ່ານ ອູປຽວ ສອບເສັງເຂົ້າເປັນລັດຖະກອນແລ້ວ, ກໍ່ໄດ້ພັດທະນາກາຍເປັນ ຮອງຫົວໜ້າກົມພັດທະນາເສດຖະກິດ ຂອງ ເຂດເສດຖະກິດຮ່ວມມື, ເມື່ອຫວນຄືນຄວາມຊົງຈໍາໃນເມື່ອກ່ອນ ຍັງເຮັດໃຫ້ຈົດຈໍາໄດ້ເປັນຢ່າງດີ.
ກ່ຽວກັບ ປະສິດທິພາບຂອງການຜ່ານດ່ານບໍ່ຫານ ບັນດາຜູ້ຂັບລົດສິນຄ້າ ຍິ່ງມີສຳພັດໄດ້ເລິກເຊິ່ງກວ່າ.
ຢູ່ດ້ານນອກຂອງຕະຫຼາດຊາຍແດນສ້າງໃໝ່ ຢູ່ເຂດຊາຍແດນບໍ່ຫານ, ມີຜູ້ຮັບຂັບລົດແທນໄປໄປມາມາ ພວມກຳລັງປະກອບເອກະສານຜ່ານດ່ານ ດຳເນີນໄປຄວບຄູ່ກັບການດຳເນີນວຽກງານກວດກາຢ່າງເປັນລະບຽບ. ທ່ານ ຕ້ານເຟິ່ງ, ພະນັກງານຂັບລົດ ຂອງບໍລິສັດຂົນສົ່ງຕູ້ແຊ່ສາກົນຈິວໂຈວ່ ພວມກຳລັງຂຽນຟອມຜ່ານດ່ານ, ກຳລັງລໍຖ້າເຄື່ອນຍ້າຍລົດບັນທຸກໝາກທຸລຽນອອກຈາກເຂດຕິດຕາມຄຸ້ມຄອງພາສີ. ທ່ານ ຕ້າຍເຟິ່ງ ເວົ້າວ່າ: “ຂ້ອຍໄດ້ຍິນວ່າ ຊ່ອງທາງຂົນສົ່ງສິນຄ້າຂ້າມປະເທດໃໝ່ ຢູ່ບໍ່ຫານ ກຳລັງດຳເນີນການກໍ່ສ້າງ, ຈະສ້າງສຳເລັດ ແລະ ນໍາໃຊ້ພາຍໃນປີນີ້, ພ້ອມນັ້ນ ດ່ານບໍ່ຫານກໍ່ຈະມີການປັບປຸງຍົກລະດັບຂຶນ, ເມື່ອຮອດເວລານັ້ນ ຊ່ອງທາງ 2 ປ່ອງ ເຂົ້າຈຸດໜຶ່ງ ອອກຈຸດໜຶ່ງ ທີ່ໃຊ້ມາ 20 ກວ່ານີ້ ຈະຍົກລະດັບຂຶ້ນເປັນ 10 ປ່ອງ, ຈະຊ່ວຍລົດຄວາມແອອັດຂອງຂະບວນລົດບັນທຸກສິນຄ້າ ໃນໄລຍະທີມີການຂົນສົ່ງຫຼາຍ”. ໄລຍະການຂົນສົ່ງສິນຄ້າຈຳນວນຫຼາຍຜ່ານດ່ານບໍ່ຫານ ກໍາລັງຈະມາຮອດ, ຂ້ອຍເອງກໍ່ຈະພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອຊອກເງິນຫຼາຍໆໄປລ້ຽງຄອບຄົວ.
ອີງຕາມສະຖິຕິ ຂອງ ກະຊວງກະສິກໍາປ່າໄມລາວ ເຫັນວ່າ ປະເທດຈີນ ແມ່ນຕະຫຼາດການສົ່ງອອກທີ່ໃຫຍ່ທີ່ສຸດ ຂອງ ສປປ ລາວ, ໃນນັ້ນ 80% ຂອງການສົ່ງອອກຜະລິດຕະພັນກະສິກໍາໄປປະເທດຈີນ ຈະແມ່ນປະເພດໝາກໄມ້ ມີເງື່ອນໄຂກໍານົດສູງຫຼາຍອັນໃນເວລາຜ່ານດ່ານ.
ທ່ານ ຕ້າຍເຟິ່ງ ເຄີຍປະສົບກັບຄວາມແອອັດຕິດຄັດແບບຮ້າຍແຮງຫຼາຍຄັ້ງໜຶ່ງຢູ່ດ່ານບໍ່ຫານ, “ໃນເວລານັ້ນ ລົດສິນຄ້າຈາກລາວເຂົ້າມາຈີນ ລຽນແຖວຍາວເປັນ 10 ກວ່າກິໂລ ແມັດ, ລົດບັນທຸກໝາກກ້ວຍຈາກລາວຈໍານວນຫຼາຍຢຸດຈອດຢູ່ຕາມເສັ້ນທາງ, ລົດຕິດຍາວໜັກໜ່ວງເກືອບ 5 ຊົ່ວໂມງ ຈິ່ງເຄື່ອນໄຫວປະມານ 30 ແມັດ ເຮັດໃຫ້ໝາກກ້ວຍຂຽວທັງຫຼາຍເນົ່າເປື່ອຍໝົດ”. ຊາຍໜຸ່ມພາກຕາເວັນອອກສ່ຽງເໜືອທີ່ໃສ່ເສື້ອສີດໍາຄໍ້ານີ້ ເວົ້າວ່າ ເວົ້າສຳລັບພວກເຂົາເຈົ້າແລ້ວ ເວລາກໍ່ແມ່ນເງິນແມ່ນຄໍາ, ຖ້າຫາກໃຊ້ເວລາກວດກາເອກະ ສານ, ກວດກາສິນຄ້າ ແລະ ຜ່ານດ່ານໄດ້ໄວ, ພວກເຂົາກໍ່ຈະໄດ້ເຮັດວຽກຫຼາຍຂຶື້ນ ແລະ ເກັບເງິນໄດ້ຫຼາຍຂຶ້ນ.
ເສັ້ນທາງທອງຄໍາ ກະຕຸ້ນການພັດທະນາເຂດບໍ່ຫານດ້ວຍກຳລັງຊີວິດໃໝ່
ເມື່ອຍ່າງຕາມຖະໜົນຢູ່ເຂດບໍ່ຫານ ຈະບໍ່ເຫັນຂະບວນລົດ ແລະ ນັກທ່ອງທ່ຽວຈຳ ນວນຫຼາຍ ຄືກັບໄລຍະກ່ອນໜ້າການເກີດພະຍາດໂຄວິດ-19, ແຕ່ກໍ່ຍັງເຫັນລົດບັນທຸກຂະໜາດໃຫຍ່ຄັນສອງຄັນໄປມາຕາມເສັ້ນທາງ, ໃນນັ້ນ ກໍ່ມີລົດປ້າຍລາວຈຳນວນຫຼາຍຢູ່, ຍັງມີບັນຍາກາດທີ່ຄຶກຄື້ນດີຢູ່.
ມໍ່ໆມານີ້, ນັກຂ່າວເຫັນວ່າ ຢູ່ດ່ານຊາຍແດນທາງບົກບໍ່ຫານ ມີລົດບັນທຸກສິນຄ້າຄັນສອງຄັນ ຍິນດີຜ່ານການພົ່ນຢາຂ້າເຊື້ອໃນເວລາຜ່ານປ່ອງຂົນສົ່ງສິນຄ້າ, ຜູ້ຂັບລົດຈີນ ແລະ ລາວ ກໍຄື ຜູ້ຮັບຜິດຊອບກວດກາການຜ່ານດ່ານ ກໍ່ໃສ່ຊຸດປ້ອງກັນເຊື້ອສີຂາວ ເຮັດວຽກງານປ້ອງກັນພະຍາດໂຄວິດ-19 ຈາກຕ່າງປະເທດຢ່າງຂຸ້ນຂ້ຽວ, ດ່ານບໍ່ຫານ ໄດ້ເພີ່ມທະວີການຄຸ້ມຄອງຕໍ່ລົດບັນທຸກສິນຄ້າ ແລະ ຜູ້ຂັບລົດທີ່ຜ່ານດ່ານຂົນສົ່ງສິນຄ້າຂ້າມແດນ, ໄດ້ປະຕິບັດລະບຽບການຄຸ້ມຄອງຄົນຂັບປ່ຽນແທນ ແລະ ເກັບເປັນຂໍ້ມູນໄວ້, ທັງໄດ້ກໍານົດເສັ້ນທາງການຂັບຂີ່ສະເພາະ, ສະຖານທີ່ຜ່ານ ແລະ ຈໍາກັດຂອບເຂດການເຄື່ອນໄຫວຂອງຜູ້ຂັບລົດຂົນສົ່ງສິນຄ້າຢ່າງຄັກແນ່.
ທ່ານ ຈ່າງລີ້ຊິນ, ຮອງຫົວໜ້າຄະນະເຮັດວຽກພັກ-ມະຫາຊົນ ຂອງ ເຂດຮ່ວມມືເສດຖະກິດ ແນະນໍາວ່າ: ການຜ່ານດ່ານຂົນສົ່ງສິນຄ້າ ໄດ້ເພີ່ມທະວີລະດັບການຂ້າເຊື້ອ, ການປ່ຽນຜູ້ຂັບລົດແທນ ແລະ ຂັ້ນຕອນອື່ນໆ, ເຮັດໃຫ້ປະສິດທິຜົນການຜ່ານດານຖືກກະທົບໃນລະດັບໃດໜຶ່ງ, ປະລິມານການຂົນສົ່ງກໍ່ຫຼຸດລົງ. ບໍລິມາດລວມການຄ້າຂາເຂົ້າ-ຂາອອກ ຜ່ານດ່ານບໍ່ຫານ ໃນປີ 2020 ບັນລຸໄດ້ 4,6 ລ້ານໂຕນ ແລະ ສົກປີ 2021 ບັນລຸໄດ້ 3,8 ລ້ານໂຕນ. ປີ 2021, ມູນຄ່າການສົ່ງອອກສິນຄ້າຂອງຈີນ ໄປ ມຽນມາ, ລາວ ແລະ ຫວຽດນາມ ບັນລຸໄດ້ 3230 ລ້ານໂດລາສະຫະລັດ, 1960 ລ້ານໂດລາສະຫະລັດ ແລະ 1240 ລ້ານໂດລາສະຫະລັດ ຕາມລໍາດັບ.
ພາຍຫຼັງສ້າງສຳເລັດ ແລະ ເປີດນໍາໃຊ້ທາງລົດໄຟ ຈີນ-ລາວ ໃນວັນທີ 3 ທັນວາ 2021 ແລ້ວ, ເສັ້ນທາງລົດໄຟ ຈີນ-ລາວ ທີ່ເປັນເສັ້ນທາງແຫ່ງທອງຄໍາເສັ້ນນີ້ ນັບແຕ່ໄດ້ເລີ່ມໃຫ້ ການບໍລິການເປັນຕົ້ນມາ, ຈົນຮອດ ວັນທີ 7 ພະຈິກ 2022, ຈຳນວນການຂົນສົ່ງສິນຄ້າ ບັນລຸໄດ້ 10 ລ້ານໂຕນ, ໃນນັ້ນ ຈໍານວນການຂົນສົ່ງສິນຄ້າຂ້າມແດນ ບັນລຸໄດ້ຫຼາຍກວ່າ 1,8 ລ້ານໂຕນ, ມູນຄ່າສິນຄ້າ ສູງເຖິງ 12 ຕື້ຢວນ. ນັບແຕ່ເດືອນ 1 ຮອດ ເດືອນ 7 ຂອງປີນີ້, ການສົ່ງອອກຂອງລາວ ໄປຈີນ ກໍ່ໄດ້ລື່ນກາຍ 5000 ລ້ານຢວນແລ້ວ, ທຽບກັບໄລຍະດຽວຜ່ານມາເພີ່ມຂຶ້ນ 30%, ໃນນັ້ນມູນຄ່າການສົ່ງອອກມັນຕົ້ນ ສູງເຖິງ 250 ລ້ານໂດລາສະຫະລັດ, ສິ່ງດັ່ງກ່າວນີ້ ເຮັດໃຫ້ປະຊາຊົນລາວໄດ້ຮັບຜົນປະໂຫຍດຫຼາຍຂື້ນກວ່າເກົ່າ.
ບໍ່ພຽງແຕ່ປະຊາຊົນລາວໄດ້ຮັບຜົນປະໂຫຍດດັ່ງກ່າວເທົ່ານັ້ນ, ປະຊາຊົນຈີນເອງກໍ່ເຊັ່ນກັນ. ກ່ອນໜ້ານີ້ເຄິ່ງປີ, ທ່ານ ເຫີ້ຫ່າຍເສີງ, ປະຊາຊົນຊາວກວາງຊີ ໄດ້ເດີນທາງຈາກເມືອງຝາງເສີງກາງ ກວາງ ມາເຮັດວຽກ ແລະ ດຳເນີນທຸລະກິດຢູ່ບໍ່ຫານ. “ຄອບຄົວຂອງຂ້ອຍໝົດທຸກຄົນ ລ້ວນແຕ່ຮູ້ສຶກໄດ້ວ່າ ສະພາບແວດລ້ອມຢູ່ນີ້ຄ້າຍຄືກັບເມືອງອີ້ອູ ຢູ່ແຂວງເຈີຈ່ຽງ ໃນສະໄມຫຼາຍປີກ່ອນໜ້ານີ້, ຖ້າຢາກກຳແໜ້ນໂອກາດການສ້າງຄວາມຮັ່ງມີ ກໍ່ຕ້ອງບໍ່ພາດໂອກາດການຄ້ານີ້”. ເຂດບໍ່ຫານ ເປັນເຂດໜຶ່ງທີ່ປະກອບດ້ວຍການຜ່ານດ່ານ, ການຄ້າ, ການຂົນສົ່ງໂລຈິສຕິກ, ການປຸງແຕ່ງ, ການຮັກສາສຸຂະພາບ, ການເງິນ-ການທະນາຄານ, ການທ່ອງທ່ຽວ ແລະ ອື່ນໆຫຼາຍສະມັດຕະພາບມາຢູ່ບ່ອນດຽວກັນ, ເຮັດໃຫ້ຄົນຈຳນວນຫຼາຍກວ່າເກົ່າ ໄດ້ຮັບຮູ້ເຖິງໂອກາດອັນເປັນປາຍແຫຼມນີ້.
ເມື່ອຫາກໍ່ລົງຈາກລົດໄຟ ກໍ່ເຫັນວ່າຢູ່ຕາມຖະນົນລ້ວນແຕ່ແມ່ນລົດບັນທຸກສິນຄ້າທີ່ພວມກຳລັງລຽນແຖວກັນລໍຖ້າຜ່ານດ່ານ, ໃນອາກາດກໍ່ອົບອວນໄປດ້ວຍກິ່ນຂອງໝາກທຸລຽນ, ເຮັດໃຫ້ ທ່ານ ເຫີ້ຫ່າຍເສີງ ຜູ້ທີ່ເຮັດການຄ້າການຂົນສົ່ງເຄື່ອງແຊ່ເຢັນນີ້ ມີຄວາມໝັ້ນໃຈຢ່າງແນ່ວແນ່ວ່າຈະສຸມໃສ່ດ້ານນີ້, ແນ່ນອນວ່າທຸລະກິດຈະໄປໄດ້ດີຢ່າງແນ່ນອນ”. ການປ່ຽນແປງຂອງເຂດບໍ່ຫານໃນເຄິ່ງປີມໍ່ໆມານີ້, ເຮັດໃຫ້ ທ່ານ ເຫີ້ຫ່າຍເສີງ ມີຄວາມໝັ້ນໃຈຍິ່ງຂຶ້ນ. ທ່ານ ເຫີ້ຫ່າຍເສີງ “ເວົ້າສະເພາະຕະຫຼາດຊາຍແດນຂອງປະຊາຊົນນີ້, ເວລາຂ້ອຍຫາກໍ່ມາຕອນນັ້ນຍັງກຳລັງກໍ່ສ້າງ, ກາງເດືອນ 11 ຈິ່ງເລີ່ມນໍາໃຊ້ຢ່າງເປັນທາງການ, ສະຖານທີ່ ແລະ ບໍລິມາດການບັນຈຸ ມີຈໍານວນ 2 ທົບຂອງເມື່ອກ່ອນ; ສູນສະແດງດ້ານອັດສະລິຍະດ່ານບໍ່ຫານ ແລະ ຫ້ອງການບໍລິການປະຊາຊົນ ທີ່ຢູ່ຕິດກັບສະຖານີລົດໄຟ 2 ໂຄງການີ້ກໍ່ຫາເລີ່ມກໍ່ສ້າງໃນເດືອນກັນຍາ, ຄາດຄະເນຈະສຳເລັດ ແລະ ເລີ່ມນໍາໃຊ້ ໃນເດືອນທັນວາ.” ເມື່ອເປັນແບບນີ້ “ຄວາມໄວຂອງເຂດບໍ່ຫານ” ຍິ່ງເຮັດໃຫ້ພວກເຮົາມີຄວາມໝັ້ນໃຈຕໍ່ອະນາຄົດຫຼາຍຂຶ້ນ”.
ຄວາມຈິງແລ້ວ, ຍັງມີພໍ່ຄ້າຊາວຂາຍທີ່ມີປະສົບການຄ້າຍຄືກັບ ທ່ານ ເຫີ້ຫ່າຍເສີງ ທີ່ຕ່າງກໍ່ພາກັນຫຼັ່ງໄຫຼເຂົ້າມາເຂດບໍ່ຫານ ເພື່ອຊອກຮູ້ສຳຫຼວດ ແລະ ເຮັດທຸລະກິດ. ບໍ່ຫານ ຕົວເມືອງນ້ອຍທີ່ຢູ່ເຂດຊາຍແດນຂອງແຂວງຢູນນານ ກໍ່ພວມອ້າແຂນຕ້ອນຮັບຄົນທັງຫຼາຍທີ່ມາຈາກທາງເໜືອ ແລະ ໃຕ້. ໃນເວລາມີຄົນຫຼາຍ, ທ່ານ ອູປຽວ ສາມາດຮັບຄະນະນັກທຸລະກິດທີ່ມາສຳຫຼວດການລົງທຶນ 12 ຄະນະຕໍ່ມື້.
ຕົວເມືອງນ້ອຍລຽບຊາຍແດນ ຟື້ນຄວາມມີຊີວິດຊີວາຂຶ້ນມາອີກຄັ້ງໜຶ່ງ
ເມື່ອເບິ່ງຈາກທາງອາກາດລົງມາເຫັນວ່າ, ສະຖານີບໍ່ຫ່ານ ເປັນຈຸດຄົດໂຄ້ງລ້ຽວໄປມາ ຄືດັ່ງກັບເຮືອບັນທຸກຂະໜາດໃຫຍ່ລຳໜຶ່ງ ທີ່ກຽມໂບກໂບຍຄັນທຸງເຮືອເພື່ອອອກເດີນທາງໄປໄກ.
ໃນຖານະທີ່ເປັນສະຖານີລົດໄຟທຳອິດ ຂອງເສັ້ນທາງລົດໄຟ ຈີນ-ລາວ ທີ່ອອກຈາກ “ປະຕູປະເທດຈີນ” ທີ່ເປັນໜຶ່ງໃນຜູ້ປົກປ້ອງນີ້, ທ່ານ ຈື້ລີ້ ເລຂາໜ່ວຍພັກ ຂອງ ສະຖານີລົດໄຟບໍ່ຫານ ກໍ່ໄດ້ເປັນສັກຂີພິຍານໃຫ້ແກ່ການປ່ຽນແປງ ຂອງ ເຂດບໍ່ຫານ ຜ່ານຫຼາຍຂະບວນລົດທີ່ແລ່ນຜ່ານໄປມາ.
ຜ່ານການຕິດຕາມສັງເກດຢ່າງໄກ້ຊິດ ເພິ່ນເຫັນວ່າ ຄົນທີ່ນັ່ງລົດໄຟຄວາມໄວສູງມາບໍ່ຫານມີການປ່ຽນແປງ. “ຄົນທີ່ມາລົງຢູ່ສະຖານີບໍ່ຫານ ນັບມື້ນັບຫຼາຍຂຶ້ນ ແລະ ສ່ວນຫຼາຍແມ່ນຄົນມາຈາກບ່ອນອື່ນ, ສ່ວນຫຼາຍແມ່ນນຸ່ງເຄື່ອງແບບການຄ້າ, ຖືກະເປົາເຮັດວຽກ, ເວົ້າພາສາຈີນກາງ.” ເພິ່ນຮູ້ວ່າ ພວກເຂົາລ້ວນແຕ່ແມ່ນແຂກທຸລະກິດທີ່ມາຊອກໂອກາດການຄ້າຢູ່ເຂດບໍ່ຫານ.
“ສະບາຍດີ ເຖົ້າແກ່, ມື້ອື່ນເຈົ້າມີຫ້ອງພັກບໍ່? ຊ່ວຍຈ່ອງຫ້ອງໄວ້ໃຫ້ 2 ຫ້ອງແດ່ເດີ້”.
“ໄດ້, ດຽວຂ້ອຍຂໍກວດເບິ່ງກ່ອນ. ໂອ້ຍ, ອີກ 2 ມື້ຈິ່ງມາໃໝ່ເດີ້, ດຽວນີ້ຫ້ອງເຕັມແລ້ວ.”
ໃນໄລຍະເຄິ່ງປີມານີ້, ເຮືອນພັກໄຕຢວນອີ້ຈ້ານ ຢູ່ເຂດບໍ່ຫານ ໄດ້ຮັບຄວາມນິຍົມຫຼາຍ, ໂທລະສັບທີ່ໂທເຂົ້າມາຈ່ອງຫ້ອງພັກຄືແບບນີ້ ມີຫຼາຍຕະຫຼອດ.
ເດືອນ 10 ປີ 2022, ທ່ານ ຈູເຈ່ຍຜິງ ເຈົ້າຂອງ ເຮືອນພັກໄຕຢວນອີ້ຈ້ານ ກັບຈາກຊຽງໄຮ້ມາຢູ່ບໍ່ຫານ ແລະ ມີບັນຊີການຈ່ອງຫ້ອງພັກແບບເຕັມຕະຫຼອດລໍຖ້າລາວຢູ່. “ຫ້ອງພັກ 30 ຫ້ອງ ບໍ່ພໍອີ່ຫລີ, ຢ່າງໜ້ອຍຕ້ອງໄດ້ຈ່ອງກ່ອນລ່ວງໜ້າອາທິດໜ່ຶງ ຈິ່ງຈະມີຫ້ອງ”. ເຮືອນພັກໄຕຢວນອີ້ຈ້ານ ຕັ້ງຢູ່ເທິງຫົວພູນ້ອຍໜຶ່ງ ຢູ່ແຄມຕາແສງບໍ່ຫານ ເປັນເຮືອນພັກທີ່ມີເອກະລັກແບບຊົນເຜົ່າ, ເປັນເຮືອນໄທລື້ເປັນຫຼັງເປັນຫຼັງທີ່ຢັ່ງຢາຍຢູ່ຕາມປ່າໄມ້ຮົ່ມເຢັນ, ເມື່ອເປີດປະຕູປ່ອງຢ້ຽມກໍ່ຈະເຫັນຄວາມສວຍສົດງົດງາມທີ່ເຕັມໄປດ້ວຍໝອກກົ້ວ.
ທຸລະກິດຮັບຄວາມນິຍົມຂຶ້ນມາແບບກະທັນຫັນ ເຮັດໃຫ້ ທ່ານ ຈູ່ເຈ່ຍຜິງ ແລະ ຄູ່ຮ່ວມທຸລະກິດຂອງລາວ ຍິ່ງມີຄວາມໝັ້ນໃຈຕໍ່ອະນາຄົດການພັດທະນາຂອງບໍ່ຫານ. ທ່ານ ຈູ່ເຈ່ຍຜິງ ເວົ້າວ່າ: “ທຸກເທື່ອທີ່ພວກເຮົາກັບໄປຊຽງໄຮ້ ມັກຈະແນະນໍາການປ່ຽນແປງຂອງບໍ່ຫານໃຫ້ເພື່ອນມິດອ້ອມຂ້າງຕົນເອງ, ໄດ້ໂຄສະນາສົ່ງເສີມເຂດບໍ່ຫານຢ່າງຕັ້ງໜ້າ. ທຸກຄົນມັກເວົ້າຢອກຂ້ອຍວ່າ ຂ້ອຍແມ່ນພະນັກງານໂຄສະນາຂົນຂວາຍປະຊາຊົນ ທີ່ດຶງດູດນັກ ທຸລະກິດຜູ້ລົງທຶນເຂົ້າມາເຂດບໍ່ຫານ.”
ອີງຕາມຂໍ້ມູນໃຫ້ຮູ້ວ່າ ນັບແຕ່ນະຄອນຄຸນມິງ ມອບໃຫ້ ເຂດບໍ່ຫານຮັບຜິດຊອບວຽກງານກ່ຽວຂ້ອງເປັນຕົ້ນມາ, ຮອດວັນທີ 11 ຕຸລາ ປີ 2022, ເຂດຮ່ວມມືເສດຖະກິດ ໄດ້ຮັບຄະນະນັກທຸລະກິດທີ່ເຂົ້າມາສຳຫຼວດໂຄງການ 105 ບໍລິສັດ ຈຳນວນ 420 ເທື່ອຄົນ, ທັງໄດ້ເຊັນໜັງສືເຈດຈໍານົງການຮ່ວມມືເບື້ອງຕົ້ນ ວິສາຫະກິດຂະໜາດໃຫຍ່ທີ່ສໍາຄັນ ຂອງຈີນ ຈໍານວນໜຶ່ງ ເຊັ່ນ: ກຸ່ມບໍລິສັດຈົງຈີ, ກຸ່ມບໍລິສັດເຈິ້ງເວີຍ, ບໍລິສັດກິດຈະການແຮ່ທາດຕັງສະເຕນເຊັ້ຍເມິນ ແລະອື່ນໆ 14 ບໍລິສັດຍັກໃຫຍ່.
ເມື່ອມີລູກຄ້າຫຼາຍ, ຂະບວນລົດກໍ່ຫຼາຍຂຶ້ນເຊັ່ນກັນ. ວັນທີ 15 ພະຈິກ 2022, ຂະ ບວນລົດໄຟດ່ວນຄຸນນະພາບສູງ ຖ້ຽວ C384/1 ແລະ ຖ້ຽວ C386/7 ຈາກ ຄຸນມິງ ຮອດ ບໍ່ຫານ ໄດ້ຖືກນໍາໃຊ້, ໄລຍະການເດີນທາງຫຼຸດລົງ 20%. ການເປີດຂະບວນລົດໄຟດ່ວນຄຸນນະພາບສູງນີ້, ມີຄວາມໝາຍສໍາຄັນຫຼາຍ ຕໍ່ການສົ່ງເສີມການສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ, ສະດວກໃຫ້ແກ່ການຄ້າທ່ອງທ່ຽວ ແລະ ອອກໄປທ່ຽວຫຼິ້ນ.
ຈຳນວນຜູ້ໂດຍສາຍທີ່ເພີ່ມຂຶ້ນຢ່າວຕໍ່ເນື່ອງ, ສາຍໂທລະສັບສອບຖາມຂໍ້ມູນ, ຂໍ້ມູນທີ່ມີການອັບເດດຕະຫຼອດເວລາ, ລວມທັງຂະບວນລົດທີ່ເດີນທາງແບບບໍ່ຂາດສາຍຢູ່ດ່ານບໍ່ຫານ ລ້ວນແຕ່ເຮັດໃຫ້ເຂດບໍ່ຫານມີຄວາມຟົດຟື້ນ ແລະ ມີຊີວິດຊີວາຂຶ້ນຫຼາຍ.
ປະຕິຮູບລະບຽບການ ເພື່ອເຕີມເຕັມກຳລັງທີ່ເຂັ້ມແຂງເຂົ້າໃນການພັດທະນາ
ສິ່ງທີ່ເຮັດໃຫ້ລູກຄ້າ ແລະ ຜູ້ເຮັດທຸລະກິດຈາກທົ່ວທຸກຫົນແຫ່ງ ມີຄວາມດີໃຈກໍ່ແມ່ນ ໃນຊຸມປີມໍ່ໆມານີ້ ສູນກາງພັກ, ລັດຖະບານ, ຄະນະພັກແຂວງຢູນນານ ແລະ ອົງ ການປົກຄອງແຂວງຢູນນານ ກໍ່ຖືສຳຄັນລະດັບສູງຕໍ່ການພັດທະນາຂອງເຂດບໍ່ຫານ, ເຂດບໍ່ຫານເອງ ກໍ່ໄດ້ຕັ້ງໜ້າສູ້ຊົນການປະຕິບັດນະໂຍບາຍພິເສດທັບຊ້ອນ ໃນການເກັບພາສີອາ ກອນ, ງົບປະມນນ ແລະ ດ້ານອື່ນໆ.
ທ່ານ ອູປຽວ ແນະນຳວ່າ, ປັດຈຸບັນ ພວກເພິ່ນກຳລັງສະເໜີກັບ ກະຊວງການເງິນ ແລະ ກົມໃຫຍ່ພາສີອາກອນແຫ່ງຊາດ, ສະໜັບສະໜູນເຂດຮ່ວມມືເສດຖະກິດ ປະຕິບັດນະໂຍບາຍພິເສດດ້ານການເກັບພາສີອາກອນ ຄ້າຍຄືກັບເຂດທ່າການຄ້າເສລີຫ່າຍນານ, ໂດຍສະເພາະ ການຫຼຸດຜ່ອນ ແລະ ຍົກເວັ້ນພາສີອາກອນ ສຳລັບອາກອນລາຍໄດ້ສ່ວນບຸກ ຄົນ ແລະ ອາກອນລາຍໄດ້ຂອງວິສາຫະກິດ ຂອງ ບຸກຄະລາກອນລະດັບສູງທີ່ເປັນເປົ້າໝາຍຕ້ອງການສູງ ແລະ ວິສາຫະກິດການຜະລິດປະເພດຕ່າງໆ; ໄດ້ສະເໜີກົມໃຫຍ່ ອາກອນແຫ່ງຊາດ ແລະ ກົມພາສີ ກ່ຽວກັບ ການປະຕິບັດນະໂຍບາຍກ່ຽວຂ້ອງຂອງທ່າການຄ້າເສລີຫ່າຍນານ, ອີງຕາມຮູບແບບການຄຸ້ມຄອງບັນຊີສະຫງວນ, ປະຕິບັດການຍົກເວັ້ນພາສີ, ຍົກ ເວັ້ນອາກອນມູນຄ່າເພີ່ມການນໍາເຂົ້າ, ອາກອນການບໍລິໂພກ ຕໍ່ຍານພາຫະນະ ແລະ ເຄື່ອງຈັກອຸປະກອນການຜະລິດ ທີ່ນໍາເຂົ້າ ທີ່ຈະນໍາໃຊ້ຢູ່ພາຍໃນເຂດຮ່ວມມືເສດຖະກິດ. ພ້ອມນັ້ນ, ພວກເພິ່ນ ຍັງໄດ້ສະເໜີຂໍການສະໜັບສະໜູນດ້ານນະໂຍບາຍ ຈາກລັດຖະບານ ກ່ຽວກັບການຊໍາລະສະສາງແບບຂ້າມຊາຍແດນ ແລະອື່ນໆ ອັນໄດ້ເຮັດໃຫ້ຜົນປະໂຫຍດຈາກດ້ານນະໂຍບາຍສາມາດໄປທົ່ວເຖິງເຂດຮ່ວມມືເສດຖະກິດໄດ້ຫຼາຍຂຶ້ນກວ່າເກົ່າ.
ການເປີດກວ້າງຕໍ່ພາຍນອກ ແມ່ນກຳລັງຜັກດັນສໍາຄັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຈະເຮັດໃຫ້ການເປີດກວ້າງມີຄວາມສົດໃສກວ້າງຂວາງຕື່ມໄດ້ຄືແນວໃດ? ທ່ານ ອູປຽວ ແນະນໍາວ່າ ນັບແຕ່ນະຄອນຄຸນມິງ ໄດ້ມອບໝາຍໃຫ້ເຂດບໍ່ຫານດຳເນີນວຽກງານກ່ຽວຂ້ອງເປັນຕົ້ນມາ, ການປະຕິຮູບດ້ານລະບຽຍການ ແລະ ການປະດິດສ້າງໃໝ່ການປະຕິຮູບຂອງເຂດບໍ່ຫານ ໄດ້ມີແນວຄວາມຄິດທີ່ຈະແຈ້ງຂຶ້ນ: ອາໄສບົດຮຽນຂອງທ່າການຄ້າຫ່າຍນານ, ດ້ວຍການປະຕິບັດລະບອບນິຕິບຸກຄົນຂອງບໍລິສັດເປັນຜູ້ຮັບປະກັນຕໍ່ກິດຈະການຕ່າງໆທີ່ລະບຸໃນຂອບເຂດການດຳເນີນທຸລະກິດຂອງວິສາຫະກິດຕາມທີ່ກໍານົດໃນບັນຊີ, ເຊິ່ງໄດ້ເຮັດໃຫ້ “ການຮັບປະກັນເຂົ້າສູ່ຕະຫຼາດ” ມາເປັນ “ການອະນຸຍາດເຂົ້າສູ່ຕະຫຼາດ ກໍ່ໝາຍເຖິງ ການອະນຸຍາດໃຫ້ດຳເນີນທຸລະກິດ”; ຍົກເລີກ ລະບຽບການສຳເນົາໂຄງການລົງທຶນທົ່ວໄປ, ປະຕິບັດລະບົບການຮັກສາຄໍາໝັ້ນສັນຍາຂອງລັດຖະບານຢ່າງເຄັ່ງຄັດ ແລະ ຮອບດ້ານ, ເອົາໃຈໃສ່ເຮັດໃຫ້ນະໂບບາຍຂອງເຂດການຮ່ວມມືເສດຖະກິດຮັດກຸມໜັກແໜ້ນ, ສ້າງພາບພົດທີ່ດີຕໍ່ຄວາມໜ້າເຊື່ອຖືຂອງລັດຖະຍານ; ຊຸກຍູ້ການອຳນວຍຄວາມສະດວກໃນການຜ່ານດ່ານ, ບູລະນະສະມັດຕະພາບ ການຄ້າສາກົນບໍ່ຫານ ແບບ “ປະຕູດຽວ” ໃຫ້ມີຄວາມສົມບູນແບບເທື່ອລະກ້າວ, ປະຕິບັດບັນດາບັນຊີມາດຕະການຄຸ້ມຄອງວິສາຫະກິດທີ່ຮັບການຢັ້ງຢືນຈາກ AEO ຂອງພາສີ ແລ້ວນັ້ນໃຫ້ດີ, ຊຸກຍູ້ຮູບແບບການຕິດຕາມຄຸ້ມຄອງດ່ານຊາຍແດນດ້ວຍລະບົບ “5G+ຫຸ່ນຍົນອັດສະລິຍະ”.
ນອກນັ້ນ, ຍັງມີຂ່າວດີໜຶ່ງທີ່ຍິນມາບໍ່ຂາດສາຍວ່າ: ກະຊວງການຄ້າ, ຄະນະກຳມະ ການພັດທະນາແລະປະຕິຮູບແຫ່ງຊາດຈີນ ກໍ່ຄື 8 ກະຊວງອົງການກ່ຽວຂ້ອງຂອງຈີນ ໄດ້ແຈ້ງຕໍ່ສັງຄົມໃນວັນທີ 3 ພະຈິກ 2022 ກ່ຽວກັບ ການຕົກລົງເພີ່ມເຂດສາທິດສົ່ງເສີມການປະດິດສ້າງໃໝ່ດ້ານການຄ້າ-ການນໍາເຂົ້າແຫ່ງຊາດ ຈໍານວນ 29 ແຫ່ງ, ໃນນັ້ນ ເຂດຮ່ວມມືເສດຖະກິດ ບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວ ກໍ່ໄດ້ຢູ່ໃນບັນຊີດັ່ງກ່າວ. ນີ້ກໍ່ໝາຍຄວາມວ່າ, ເຂດທົດລອງການຄ້າເສລີຈີນ (ຢູນນານ) ເຂດຄຸນມິງ, ເຂດພັດທະນາເສດຖະ ກິດ-ເຕັກນິກຄຸນມິງລະດັບຊາດ, ເຂດປອດພາສີກວມລວມຄຸນມິງ ແລະ ເຂດຮ່ວມມືເສດຖະ ກິດ ບໍ່ຫານ ສປ ຈີນ - ບໍ່ເຕັນ ສປປ ລາວ ໄດ້ມີສະມັດຕະພາບໃໝ່ ໃຫ້ແກ່ການເຊື່ອມໂຍງລະຫວ່າງ 4 ເຂດດັ່ງກ່າວ.
ເສດຖະກິດແບບເປີດກວ້າງຮັບການພັດທະນາຢ່າງໃຫຍ່ຫຼວງ, ປາດສະຈາກບໍ່ໄດ້ຈາກການຄໍ້າຈູນຂອງສະພາບແວດລ້ອມການດຳເນີນທຸລະກິດຢູ່ດ່ານຊາຍແດນ.
ເມື່ອອອກຈາກສະຖານີບໍ່ຫານ, ໄລຍະ 100 ແມັດຈາກເສັ້ນຊື່ທີ່ເຫັນ ຈະມີສິ່ງກໍ່ສ້າງ ໃໝ່ອ່ຽມໜຶ່ງຕັ້ງຢູ່ ນັ້ນແມ່ນຫ້ອງການບໍລິການດ້ານບໍລິຫານຂອງເຂດຮ່ວມມືເສດຖະກິດທີ່ຫາກໍ່ເປີດນໍາໃຊ້. ໃຊ້ເວລາພຽງແຕ່ 3 ເດືອນ ກໍ່ໄດ້ສຳເລັດການອອກແບບ, ຕົບແຕ່ງ, ການຝຶກອົບຮົມພະນັກງານ ແລະ ວຽກອື່ນໆຂອງສຳນັກງານດັ່ງກ່າວ.
ສຳນັກງານດັ່ງກ່າວນັ້ນ ຕັ້ງຫ່າງຈາກ ຕຶກ 1 ຂອງ ຫ້ອງການຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດ ບໍ່ຮອດ 100 ແມັດ, ຈຸດປະສົງແມ່ນເພື່ອຫຍັງ? ທ່ານ ຫລິງກວາງຢູ ພະນັກງານຂອງສູນບໍລິການ ເວົ້າວ່າ ຕັ້ງຢູ່ຈຸດນີ້ກໍ່ໄກ້ກັບເຂດປະຊາຊົນ, ໄກ້ກັບໂຄງການ ແລະ ໄກ້ກັບຖານການພັດທະນາເສດຖະກິດຂຶ້ນກວ່າເກົ່າ, ເຮັດໃຫ້ມີຄວາມສະດວກໃນການໃຫ້ບໍລິການແກ່ປະຊາຊົນ, ຍົກສູງປະສິດທິຜົນຂອງການບໍລິການ, ທັງສະດວກ ແລະ ວ່ອງໄວໃນການຊ່ວຍນັກທຸລະກິດທີ່ເຂົ້າມາຊອກຫາການລົງທຶນຢູ່ເຂດບໍ່ຫານ ແກ້ໄຂບັນຫາຕົວຈິງ.
ຫ້ອງໂຖງໃຫຍ່ທີ່ກວ້າງຂວາງສະຫວາດສະເຫວີຍ, ມີລະບົບການບໍລິການເອເລັກໂຕຣນິກ, ມີລະບົບໂທລະໂຄ່ງແຈ້ງຂ່າວແບບອັດສະລິຍະ.. ເມື່ອກ້າວຂາເຂົ້າມາສູນບໍລິການດ້ານບໍລິຫານຂອງເຂດຮ່ວມມືເສດຖະກິດແຫ່ງໃໝ່ນີ້, ການນໍາໃຊ້ “ລະບົບອັດສະລິຍະ” ໄດ້ສະທ້ອນໃຫ້ເຫັນວ່າ ບໍ່ຫານ ໄດ້ສືບຕໍ່ຍົກຄວາມໄວດ້ານຄວາມສາມາດຂອງການບໍລິການບໍລິຫານຂື້ນຢ່າງຕໍ່ເນື່ອງ.
ເມື່ອບູລະນະປັບປຸງອຸປະກອນພື້ນຖານໂຄງລ່າງແລ້ວ, ຍັງຕ້ອງໄດ້ຍົກລະດັບການບໍລິການດ້ານຊ່ອບແວ. ທ່ານ ຫຼິງກວ່າງຢູ ເວົ້າວ່າ “ພວກເຮົາໄດ້ຮັບສະໝັກຜູ້ເຮັດວຽກ ທີ່ເຂົ້າໃຈພາສາລາວ, ພາສາໄທ ແລະ ພາສາອື່ນໆເຂົ້າມາເຮັດວຽກ ເພື່ອຫວັງວ່າ ພາຍຫຼັງເປີດນໍາໃຊ້ເສັ້ນທາງລົດໄຟ ຈີນ-ລາວ ທົ່ວສາຍແລ້ວ ຄະນະນັກທຸລະກິດຈາກອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ທີ່ຈະເຂົ້າມາລົງທຶນຢູ່ເຂດບໍ່ຫານ ຈະໄດ້ຮັບການການບໍລິການດ້ານການບໍລິຫານທີ່ສະດວກຂຶ້ນ.”
ຂໍ້ມູນຈຳນວນໜຶ່ງ ໄດ້ສ່ອງແສງໃຫ້ເຫັນວ່າ ການຍົກລະດັບການບໍລິຫານຂອງເຂດບໍ່ຫານ ນັບມື້ມີກຳລັງແຮງທີ່ເຂັ້ມແຂງ. ນັບແຕ່ນະຄອນຄຸນມິງມອບໝາຍໃຫ້ເຂດບໍ່ຫານດຳເນີນວຽກງານກ່ຽວຂ້ອງເປັນຕົ້ນມາ, ຜູ້ປະກອບການໃນຕະຫຼາດເພີ່ມໃໝ່ ຂອງ ເຂດຮ່ວມມືເສດຖະກິດ ມີ 135 ຫົວໜ່ວຍ. ໃນໄຕມາດທີ 4 ຂອງ ປີ 2022, ເຂດຈະດຳເນີນການກໍ່ສ້າງ 13 ໂຄງການ, ລວມມູນຄ່າການລົງທຶນ 38,23 ຕື້ຢວນ, ຄາດຄະເນຈະສຳເລັດການລົງທຶນພາຍໃນປີນີ້ ປະມານ 1,69 ຕື້ຢວນ.
ຄັດເລືອກພະນັກງານ ສ້າງເປັນກຳລັງຂັບເຄື່ອນຂອງການພັດທະນາເຂດບໍ່ຫານ
ການພັດທະນາຂອງເຂດບໍ່ຫານໄດ້ເປັນການລວມສູນສະຕິປັນຍາຂອງແຂວງຢູນນານ ແລະ ນະຄອນຄຸນມິງ, ທັງເປັນສະຖານທີ່ຝຶກຝົນຫຼໍ່ຫຼອມການຂະຫຍາຍຕົວໃນພະນັກງານ.
ວັນທີ 26 ພຶດສະພາ ປີ 2022, ຄະນະວິຊາການຮັບຜິດຊອບການມອບວຽກຂອງນະຄອນຄຸນມິງໃຫ້ເຂດບໍ່ຫານ ຈໍານວນ 53 ຄົນ ໄດ້ດຳເນີນການມອບວຽກງານກ່ຽວຂ້ອງໃຫ້ພາກສ່ວນກ່ຽວຂ້ອງ ຢູ່ເມືອງຫຼ້າ ກິ່ງແຂວງສິບສອງພັນນາ; ວັນທີ 31 ພຶດສະພາ, ຂະບວນລົດຂອງຄະນະຊ່ຽວຊາວ ໄດ້ສົ່ງພະນັກງານ 31 ຄົນ ມາປະຈໍາແລະເຮັດວຽກຮ່ວມຢ່າງຮອບດ້ານ ກັບ ຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດ; ວັນທີ 26 ກັນຍາ, ພະນັກງານຈາກນະຄອນຄຸນມິງ ຈໍານວນ 50 ຄົນ ໄດ້ເຂົ້າມາເຮັດວຽກປະຈໍາຢູ່ເຂດບໍ່ຫານ.
ເວລາ 22 ໂມງ 30 ນາທີ ຂອງ ວັນທີ 17 ເດືອນພະຈິກ, ອີກຄໍ່າຄືນໜຶ່ງ ທີ່ຕຶກສຳນັກງານ ຂອງຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດ ຍັງມີໄຟຮຸ່ງແຈ້ງຢູ່, ສຽງພິມເອກະສານ, ສຽງສະແກນເອກະສານ, ສຽງຫຍິບເອກະສານ, ສຽງການປຶກສາວຽກງານ... ສັບໄຂວ່ໄປມາ, ພະນັກງານຜູ້ເຮັດວຽກກາຍໂມງ ກໍ່ພວມຂຸ້ນຂ້ຽວດໍາເນີນງານຮ່ວມກັນຢ່າງເປັນຂະບວນ.
“ບໍ່ຫານ ຍາມໃດກໍ່ຕ້ອງຄົ້ນຄວ້ານະໂຍບາຍຕາມສະພາບການໃໝ່ຕະຫຼອດເວລາ, ຕ້ອງດຳເນີນການປະສານງານຢ່າງຮອບດ້ານຮອບທິດ ຕາມນະໂຍບາຍທີ່ດີທີ່ສຸດຂອງຈີນ”. ເຖີງແມ່ນວ່າຈະເຮັດວຽກກາຍໂມງລຽນຕິດຫຼາຍມື້ກໍ່ຕາມ, ແຕ່ ທ່ານ ເຕິ້ງ ຈົງ ຮອງຫົວໜ້າຄະນະຮັບຜິດຊອບດ້ານງົບປະມານການເງິນ(ກົມສະຖິຕິ) ຂອງເຂດຮ່ວມມືເສດຖະກິດ ກໍ່ຍັງຮັກສາຄວາມມຸ້ງມາດປາດຖະໜາອັນແນ່ວແນ່, ເພິ່ນໄດ້ເວົ້າວ່າ “ສາມາດເຂົ້າຮ່ວມການກໍ່ສ້າງຕົວເມືອງຊາຍແດນສາກົນບໍ່ຫານ ແມ່ນເລື່ອງທີ່ເປັນກຽດຍິ່ງສຳລັບພວກເຮົາທຸກຄົນ”. ບໍ່ຫານມີພື້ນທີ່ການພັດທະນາຫຼາຍສົມຄວນ, ຂໍພຽງແຕ່ມີຄວາມສາມາດ ກໍ່ສາມາດບຸກບືນໄດ້ພື້ນທີ່ການພັດທະນາ.
“ນະຄອນຄຸນມິງ ໄດ້ຄັດເລືອກແລະສົ່ງພະນັກງານ ທີ່ມີກຳລັງຕໍ່ສູ້ແຂ່ງຂັນທີ່ເຂັ້ມແຂງມາປະຈໍາຢູ່ນີ້, ເຊິ່ງໄດ້ເປັນການເພີ່ມກຳລັງຂັບເຄື່ອນອັນແຂງແກ່ນໃຫ້ແກ່ການພັດທະນາຂອງເຂດບໍ່ຫານ”. ທ່ານ ອູປຽວ ແມ່ນພະນັກງານທີ່ສືບຕໍ່ຢູ່ເຮັດວຽກ ຂອງ ເຂດຮ່ວມມືເສດຖະກິດ ແລະ ໄດ້ເອົາໃຈໃສ່ບາງລາຍລະອຽດ ຄື: ບາດກ້າວຍ່າງຂອງພະນັກງານວ່ອງໄວຂຶ້ນ, ເພື່ອນຮ່ວມງານທີ່ຢູ່ຊັ້ນ 3 ແລະ ຊັ້ນ 4 ບາງຄັ້ງຖ້າລີບນານລົງມາ ກໍ່ເລືອກທີ່ຈະຍ່າງທາງຂັ້ນໄດ; ອັດຕາການປ່ຽນໂຕະກິນເຂົ້າ ຢູ່ໂຮງອາຫານ ກໍ່ສູງຂຶ້ນ, ແຕ່ກ່ອນຫຼັງຈາກກິນເຂົ້າແລ້ວ ກໍ່ຍັງມັກນັ່ງລົມກັນຫຼິ້ນ, ແຕ່ວ່າດຽວນີ້ ກໍ່ຟ້າວກິນຟ້າວແລ້ວ ແລະ ຍ່າງອອກຈາກໂຮງອາຫານໄປສືບຕໍ່ເຮັດວຽກຂອງໃຜລາວ.
ນໍາໃຊ້ “ດັດສະນີຄວາມເມື່ອຍ” ຂອງ ພະນັກງານ ມາເພີ່ມ “ດັດສະນີຄວາມສຸກ” ຂອງປະຊາຊົນມະຫາຊົນ. ຫຼາຍມື້ມານີ້, ກ່ອນຕາເວັນຕົກດິນແຕ່ລະມື້, ສະໜາມກິລາບານສົ່ງທີ່ໄດ້ມາດຕະຖານສ້າງຂຶ້ນໃໝ່ ຕັ້ງຢູ່ໂຮງງານຜະລິດຊາຄຸນນະພາບດີຢູ່ຊຸມຊົມຊ້າງຢົງ ຕາແສງບໍ່ຫານນັ້ນ, ກໍ່ຈະມີການຈັດແຂ່ງຂັນບານສົ່ງເປັນຂະບວນຟົດຟື້ນ ແລະ ມີຄົນເຂົ້າມາເບິ່ງເປັນຈຳນວນຫຼາຍ. ໃນຊຸມປີ 90 ສະຕະວັດທີ 20, ໂຮງງນຜະລິດຊາຄຸນະພາບດີຊ້າງຢົງ ກໍ່ເປັນ ໂຮງຊາທີ່ຮັບຄວາມນິຍົມ ແລະ ມີຊື່ສຽງໂດ່ງດັງ, ແຕ່ວ່າ ເມື່ອກິດຈະການໂຮງຊາຖືກຍຸບຍ້ອນດຳເນີນກິດຈະການບໍ່ໄດ້ດີ, ຫ້ອງນໍ້າລວມຂອງປະຊາຊົນ, ເສັ້ນທາງເຂົ້າອອກ, ອ່າງເກັບນໍ້າ ກໍ່ຂາດການສ້ອມແປງເປັນເວລາຫຼາຍປີ. ໃນທ້າຍເດືອນພຶດສະພາ ປີ 2022, ຫຼັງຈາກນະຄອນຄຸນມິງມອບໝາຍໃຫ້ຕາແສງບໍ່ຫານດຳເນີນວຽກງານກ່ຽວຂ້ອງເປັນຕົ້ນມາ, ຄະນະນໍາຂອງຄະນພັກ ແລະ ອົງການປົກຄອງນະຄອນຄຸນມິງ ກໍ່ໄດ້ໄປຢ້ຽມຢາມເຮັດວຽກຢູ່ຕາແສງບໍ່ຫານຫຼາຍຄັ້ງ ແລະ ໄດ້ສະເໜີວ່າ ຕ້ອງຖືສໍາຄັນສູງຕໍ່ບັນຫາຊີວິດການເປັນຢູ່ຂອງປະຊາຊົນບໍ່ຫານ, ພ້ອມທັງໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າວາງແຜນການແກ້ໄຂບັນຫາຂໍ້ຫຍຸ້ງຍາກຂອງປະຊາຊົນ. ຫຼັງກອງປະຊຸມແລ້ວ, ພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ຂອງນະຄອນຄຸນມິງກໍ່ໄດ້ດຳເນີນງານຢ່າງຕັ້ງໜ້າ, ທັງຕື່ນຕົວຮັບເອົາໂຄງການໄປປະຕິບັດ, ຈັດແຈງບຸກຄະລາກອນ ແລະ ງົບປະມານເພື່ອດຳເນີນງານ, ຮັບປະກັນໃຫ້ໂຄງການປະກົດຜົນເປັນຈິງ. ກ່ອນການດຳເນີນໂຄງການແກ້ໄຂຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ຄະ ນະຮັບຜິດຊອບ ໄດ້ສົມທົບກັບພະນັກງານທ້ອງຖິ່ນໄປເກັບກໍາຂໍ້ມູນ, ແລະ ສາມາດສັງ ລວມອອກເປັນບັນຫາຄົງຄ້າງ 52 ຂໍ້. ຜ່ານການໃຊ້ເວລາລາຍງານພຽງແຕ່ 6 ວັນ, ນະຄອນຄຸນມິງ ກໍ່ໄດ້ໂອນງົບປະມານອຸດໜູນ ຈໍານວນ 8 ລ້ານກວ່າຢວນ ໃຫ້ແກ່ຫ້ອງການງົບປະ ມານຂອງຕາແສງບໍ່ຫານ.
ໃນຈໍານວນ 52 ໂຄງການແກ້ໄຂບັນຫາຂອງປະຊາຊົນນ້, ໂຮງຊາຄຸນນະພາບດີຊ້າງຢົງ ກໍ່ກວມເອົາ 5 ລາຍການ, ພາຍຫຼັງເລີ່ມຕົ້ນໂຄງການແລ້ວ ກໍ່ໄດ້ຮັບການສະໜັບສະໜູນຈາກປະຊາຊົນທ້ອງຖິ່ນ, ປະຊາຊົນກໍ່ພາກັນໄປອອກແຮງງານເຮັດວຽກແບບອາສາສະໝັກ, ເຊິ່ງສາມາດປະຫຍັດຄ່າແຮງງານລົງໄດ້ປະມານ 1 ລ້ານ 2 ແສນຢວນ.
ທ່ານ ນາງ ຈ່າງ ເວີນຈວນ ເລຂາໜ່ວຍພັກບ້ານ, ນາຍບ້ານຊ້າງຢົງ ຕາແສງບໍ່ຫານ ແນະນໍາວ່າ ຜູ້ທີ່ຢູ່ບ້ານ ກໍ່ມີແຕ່ຜູ້ເຖົ້າກັບເດັກນ້ອຍ, ຊາວໜຸ່ມສ່ວນຫຼາຍກໍ່ອອກໄປຫາວຽກເຮັດຢູ່ຕາແສງບໍ່ຫານ ຫຼື ໄປເມືອງໄກ້ໆ. ແຕ່ວ່າ, ຖ້າແຈ້ງໃຫ້ບ້ານວ່າ ຈະສ້າງຖະໜົນຫົນທາງ, ສ້າງຫ້ອງນໍ້າໃໝ່, ແປງດອກໄຟແຄມທາງແລ້ວ, ທຸກຄົນກໍ່ສະໜັບສະໜູນໂລດ, ຂໍພຽງແຕ່ມີເວລາວ່າງ ກໍ່ຈະເຂົ້າຮ່ວມການກໍ່ສ້າງຂອງບ້ານ, ເຊິ່ງໄດ້ເຮັດໃຫ້ໂຄງການມີຄວາມຄືບໜ້າກ່ອນກໍານົດ.
ທ່ານ ຢາງຈິງເຊຍ, ເລຂາຄະນະພັກ ໂຮງຊາຄຸນນະພາບດີຊຸມຊົນຊ້າງຢົງ ກ່າວວ່າ: “ບໍ່ຫານໃນປັດຈຸບັນ ແຕ່ລະມື້ຈະມີອັນຕ່າງໄປ. ຫວັງວ່າ ເມື່ອການກໍ່ສ້າງເຂດບໍ່ຫານດຳເນີນໄປແລ້ວ ຍິ່ງຈະມີວິສາຫະກິດເຂົ້າມານີ້ຫຼາຍກວ່າເກົ່າ, ເຮັດໃຫ້ພວກເຮົາສາມາດມີວຽກເຮັດຢູ່ໜ້າປະຕູບ້ານຂອງຕົນ, ເຮັດໃຫ້ການດຳລົງຊີວິດແຕ່ລະມື້ຂອງພວກເຮົາຍິ່ງຈະເລີນກ້າວໜ້າຂຶ້ນ”.
ຕົວເມືອງດ່ານຊາຍແດນສາກົນ ກຳລັງບິນອອກຈາກ “ເຈັ້ຍ” ຕົກລົງໃສ່ “ໜ້າດິນ”
ບໍ່ຫານ ໃນເດືອນ 12, ນອກຈາກສຽງລົດບັນທຸກເຄື່ອງແລ້ວ, ຍັງໄດ້ຍິນສຽງລົດຈົກລົດດຸດທີ່ເຮັດການກໍ່ສ້າງປະເພດຕ່າງທ, ສຽງຈັກເຈາະຮູຂຸດຂຸມ, ໂຄງການຕ່າງໆລ້ວນແຕ່ກຳລັງດຳເນີນໄປດ້ວຍຄວາມເປັນລະບຽບຮຽບນ້ອຍ, ການສ້າງຕົວເມືອງຊາຍແດນສາກົນບໍ່ຫານ ທີ່ມີການພັດທະນາດ້ວຍຄຸນນະພາບສູງ ກໍາລັງບິນອອກຈາກ “ເຈັ້ຍ” ຕົກລົງໃສ່ໜ້າດິນທີ່ກຳລັງກາຍເປັນຄວາມຈິງ.
ໄກ້ກັບເຂດອ້ອມຮົ້ວຂອງເຂດຮ່ວມມືເສດຖະກິດ (ເບື້ອງຝ່າຍຈີນ), ປະຕູປະເທດແນວໜ້າຂັ້ນ 1 ແລະ ຂັ້ນ 2 ແຫ່ງໃໝ່ ລ້ວນແຕ່ພວມກຳລັງຂຸ້ນຂ້ຽວດຳເນີການກໍ່ສ້າງ, ປັດຈຸ ບັນໄດ້ເປັນຮູບເປັນຮ່າງໃນເບື້ອງຕົ້ນ, ມີເງື່ອນໄຂໃນການຜ່ານດ່ານ ແລະ ບັນທຸກສິນຄ້າ, ກ່ອນການນໍາໃຊ້ເຂດອ້ອມຮົ້ວ ຈະໂຈະການນໍາໃຊ້ປ່ອງຂົນສົ່ງສິນຄ້າຊົ່ວຄາວກ່ອນ, ເຊິ່ງຈະເປັນປ່ອງສະເພາະສຳລັບການຂົນສົ່ງອອກສິນຄ້າ.
ນອກຈາກປາກປະຕູປະເທດຂັ້ນ 2 ແລ້ວ, ພື້ນທີ່ການພັດທະນາການຄ້າ ແລະ ງານວາງສະແດງສິນຄ້າໃນອະນາຄົດ ກໍ່ໄດ້ສ້າງສຳເລັດແລ້ວ, ເຊິ່ງລ້ວນແຕ່ເປັນສິ່ງກໍ່ສ້າງທີ່ມີເອກະລັກຊົນເຜົ່າ, ໂດຍຈະຈັດສັນເປັນພື້ນທີ່ຫ້າງຮ້ານປອດພາສີ, ໃຫ້ບໍລິການດ້ານການເງິນ-ການທະນາຄານ, ການປິ່ນປົວຮັກສາສຸຂະພາບລະດັບສາກົນ ແລະ ກິດຈະການອື່ນໆ.
ໃນເດືອນກັນຍາ, ທ່ານ ສູຟາປິ່ນ ອາຍຸ 50 ປີ ເລືອກມາສ້າງທຸລະກິດຂອງຕົນຄັ້ງທີ 2 ຢູ່ເຂດບໍ່ຫານ, ໃນຖານະທີ່ເປັນໜຶ່ງໃນຜູ້ສ້າງເຂດຕົວເມືອງດ່ານຊາຍແດນສາກົນບໍ່ຫານ, ເຖິງວ່າເພິ່ນຈະມີວຽກຫຼາຍ, ແຕ່ກໍ່ມີຄວາມຮູ້ສຶກມ່ວນຊື່ນຕໍ່ວຽກນີ້. ລາວ ເວົ້າວ່າ “ຢູ່ນີ້, ເຈົ້າສາມາດເຫັນໄດ້ໂດຍກົງ ເຖິງແນວຄວາມຄິດການພັດທະນາ ການວາງແຜນສ້າງຕົວເມືອງ, ສະນັ້ນ, ເມື່ອເຈົ້າໄດ້ມີສ່ວນຮ່ວມໃນນີ້, ກໍ່ຈະຖືກດຶງເຂົ້າໄປໃນບັນຍາກາດອີກແບບໜຶ່ງ ທີ່ເປັນສະພາບການມີປະສິດທິຜົນສູງ.”
ໂຄງການສູນໃຫ້ບໍລິການບຸກຄະລາກອນບໍ່ຫານ, ໂຄງການຍົກລະດັບແລະປັບປຸງເສັ້ນ ທາງໃຫຍ່ຕົງເມິງ (ເສັ້ນທາງອາຊຽນ) ແລະ ໂຄງການຂະຫຍາຍແລວເສັ້ນທາງ ເລກ 5 ກໍ່ລ້ວນແຕ່ແມ່ນໂຄງການ ທີ່ ທ່ານ ສູຟາປິ່ນ ຮັບຜິດຂອບບ. 3 ໂຄງການນີ້ ລ້ວນແຕ່ຕັ້ງຢູ່ເສັ້ນຖະໜົນຕົງເມິງ, ເຊິ່ງແຕ່ລະຈຸດຫ່າງກັນບໍ່ຮອດ 1 ກິໂລແມັດ, ແຕ່ວ່າ ຈຳນວນການອອກ ກຳລັງກາຍຍ່າງແຕ່ລະມື້ ທີ່ບັນທຶກຜ່ານວີແຊັດ ຂອງ ທ່ານ ສູຟາປິ່ນ ແມ່ນຫຼາຍກວ່າ 20.000 ກ້າວ.
“ການກໍ່ສ້າງເຂດບໍ່ຫານບໍ່ສາມາດປາດສະຈາກບຸກຄະລາກອນ, ຕ້ອງເຮັດໃຫ້ບຸກຄະລາກອນທີ່ມາເຮັດວຽກຢູ່ບໍ່ຫານ ມີຄວາມອຸ່ນໃຈ ແລະ ວາງໃຈ, ໂຄງການບໍລິການຂອງສູນບໍລິການບຸກຄະລາກອນ ແມ່ນວຽກທີ່ສໍາຄັນຫຼາຍ ແລະ ຕ້ອງເຮັດໃຫ້ດີ. ພວກເຮົາ ໃຊ້ເວລາການກໍ່ສ້າງພຽງແຕ່ 3 ເດືອນເທົ່ານັ້ນ, ເພື່ອເຮັດໃຫ້ໄດ້ແລ່ນໄວຂຶນ, ກໍ່ໄດ້ຮັກສາ ‘ຈິດໃຈການຕໍ່ສູ້ສູ້ຊົນ’ຂອງທຸກຄົນ.” ທ່ານ ສູຟາປິ່ນ ຢຽບເທິງດິນແດງ ເວົ້າວ່າ ປີໜ້າ ຈະສ້າງເປັນ ເຂດຄອນໂດຢູ່ອາໄສ ແລະ ເຂດບໍລິການສັງລວມ 2 ເຂດໃຫຍ່, ບຸກຄະລາກອນປະເພດຕ່າງໆ ຈິ່ງຈະສາມາດ “ຫິ້ວກະເປົາເຂົ້າມາຢູ່ໄດ້”.”
ການເຮັດວຽກໄລຍະຕົ້ນ ຂອງ ໂຄງການຍົກລະດັບປັບປຸງເສັ້ນທາງຕົງເມິງ ແລະ ໂຄງການຂະຫຍາຍເສັ້ນທາງເລກ 5 ຈະສູ້ຊົນໃຫ້ກາຍເປັນ “ໂຄງສ້າງ” ໃໝ່ ສຳລັບການສ້າງຕົວເມືອງດ່ານຊາຍແດນສາກົນແຫ່ງໜຶ່ງ. ພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງດັ່ງກ່າວແລ້ວ, ກໍ່ຈະຕໍ່ສູ້ໃຫ້ມີເສັ້ນທາງເທດສະບານທີ່ກວ້າງຂວາງ ແລະ ສະຫວ່າງສະໄຫວ, ເຮັດໃຫ້ລົດບັນທຸກສິນຄ້າ ແລະ ລົດບັນທຸກຜູ້ໂດຍສານ ແຍກກັນໄປເສັ້ນທາງໃຜລາວ, ເຮັດໃຫ້ການຄົມມະນາຄົມສັນຈອນ ມີຄວາມປອດໄພ ແລະ ມີປະສິດທິດຜົນສູງຂຶ້ນກວ່າເກົ່າ.
ບຸກຄະລາກອນເຂົ້າມາຢູ່ ແລະ ຢູ່ໃຫ້ໄດ້, ກໍ່ຍັງຕ້ອງປັບປຸງນະໂຍບາຍດ້ານການສຶກສາ, ການແພດ ແລະ ອື່ນໆໃຫ້ສົມບູນອີກເທື່ອລະກ້າວ. ສະນັ້ນ, ການສ້າງການສຶກສາ ແລະ ຊັບພະກອນດ້ານການແພດ ທີ່ມີຄຸນນະພາບດີຂອງນະຄອນຄຸນມິງ ກໍ່ໄດ້ເລັ່ງຄວາມໄວຂຶ້ນ ແລະ ກະຈາຍກວ້າງອອກໄປສູ່ເຂດບໍ່ຫານ. ປັດຈຸບັນ, ນະຄອນຄຸນມິງ ກຳລັງເລັ່ງລັດການເຊື່ອມໂຍງສ້າງໂຮງຮຽນມັດຖະຍົມ ເລກ 3 ນະຄອນຄຸນມິງ, ໂຮງຮຽນອະນຸບານຈົງຮົວ, ໂຮງໝໍຢຽນອ່ານ ແລະ ອື່ນໆ, ໂດຍໄດ້ສົ່ງຄະນະໄປເກັບກຳຂໍ້ມູນຢູ່ເຂດຮ່ວມມືເສດຖະກິດ ເພື່ອຊ່ວຍພາກສ່ວນການສຶກສາ ແລະ ສາທາລະນະສຸກການແພດຂອງຕາແສງບໍ່ຫານ.
ຍົກປາກກາຂຶ້ນມາ ກໍ່ເປັນສາຍຕາຂອງໂລກ; ເມື່ອຂຽນລົງໄປ ກໍ່ເປັນຕົວເມືອງລະດັບສາກົນ.
ທ່ານ ເສີງກົວສວນ ຮອງຫົວນ້າກົມຄຸ້ມຄອງການກໍ່ສ້າງຕົວເມືອງ-ອຸທິຍານ ຂອງສະຖາບັນຄົ້ນຄວ້າການອອກແບບແຜນຜັງນະຄອນຄຸນມິງ ທີ່ມາປະຈໍາຢູ່ຄະນະຄຸ້ມຄອງເຂດຮ່ວມມືເສດຖະກິດ ກ່າວວ່າ: “ເມື່ອມາຮອດນີ້ແລ້ວ, ຂ້ອຍພົບເຫັນ ສາຍຕາຂອງໂລກ, ມາດຕະຖານສາກົນ, ສີສັນພິເສດຂອງຈີນ, ທີ່ຕັ້ງລະດັບສູງ ບໍ່ເປັນພຽງແຕ່ຄໍາຂວັນ, ຜູ້ເຂົ້າຮ່ວມການກໍ່ສ້າງເຂດບໍ່ຫານ ພວມກຳລັງເຮັດໃຫ້ວຽກງານນີ້ປະກົດຜົນເປັນຈິງໃນແຕ່ລະມື້”, ທັງໄດ້ແນະນໍາວ່າ ປັດຈຸບັນ ເຂດບໍ່ຫານພວມກຳລັງເລັ່ງລັດການສ້າງແຜນພັດທະນາພື້ນທີ່, ຂະແໜງການຜະລິດ ແລະ ແຜນສະເພາະກິດ, ໂດຍໄດ້ເຊື້ອເຊີນເອົາພາກສ່ວນຮັບຜິດຊອບການວາງແຜນແບບຈາກສະຖາບັນຕ່າງໆທີ່ມີຊື່ສຽງພາຍໃນປະເທດ, ອອກແຈ້ງການ ປະມູນ “ການວາງແຜນ ນິຍາມການພັດທະນາລວມຂອງຕົວເມືອງດ່ານຊາຍແດນສາກົນບໍ່ຫານ”, ຮຽກຮ້ອງໃຫ້ມີການວາງແຜນກໍ່ສ້າງທີ່ມີລະດັບສູງ ແລະ ມີມາດຕະຖານສູງ; ເບື້ອງຕົ້ນຈະວາງແຜນ “ແຜນປະຕິບັດງານ 3 ປີ ຂອງການພັດທະນາຂະແໜງການຜະລິດ” ແລະ “ບັນຊີລາຍການພັດທະນາການຜະລິດ”, ໂດຍຈະສຸມໃສ່ພັດທະນາຂະແໜງການຂົນສົ່ງສາກົນ ຈີນ-ລາວ, ຂະແໜງການປິ່ນປົວຮັກສາສຸຂະພາບຜ່ານການທ່ອງທ່ຽວຂ້າມຊາຍແດນ, ຂະແໜງການຜະລິດການປຸງແຕ່ງເພື່ອນໍາເຂົ້າ-ສົ່ງອອກ ແລະ ຂະແໜງການຜະລິດອື່ນໆ, ເຊິ່ງຈະເຮັດໃຫ້ “ເສດຖະກິດຜ່ານປ່ອງ” ຫັນປ່ຽນເປັນ “ເສດຖະກິດດ່ານຊາຍແດນ” ປະກົດຜົນເປັນຈິງເທື່ອລະກ້າວ.
ການເປີດກວ້າງບໍ່ມີມື້ສິ້ນສຸດ. ຢູ່ບົນຈຸດຢືນປະຫວັດສາດຂອງການສ້າງເຂດບໍ່ຫານ ເປັນຕົວເມືອງຊາຍແດນສາກົນ ແລະ ອ່ວຍໜ້າສູ່ອະນາຄົດນີ້, ບໍ່ຫານ ຈະສູ້ຊົນເດີນໜ້າຢ່າງບໍ່ລົດລະ ດ້ວຍຈິດໃຈ ແລະ ຄວາມກ້າຫານທີ່ເດັດດ່ຽວ, ເດີນໄປຕາມຄວາມຝັນຂອງຍຸກສະໄໝໃໝ່ ແລະ ຂຽນແຕ້ມເລື່ອງມະຫັດສະຈັນອັນໃໝ່.
中老铁路上,列车飞驰;车窗外,桫椤成林、茶园叠翠。高铁从昆明一路向南奔驰613公里,窗外从亚热带植物转换为热带植物,来到沿线最大的车站——磨憨站,从这里出发穿过友谊隧道,便可到达老挝。
1993年,中国老挝两国磨憨—磨丁国际口岸正式开通。
云南的经济要发展,优势在区位,出路在开放。进入新时代,历史再次选择磨憨。2022年5月,云南省委、省政府基于服务和融入国家发展战略、促进区域协调发展作出战略部署和重大决策——由昆明市托管西双版纳州磨憨镇,共同建设国际口岸城市。
半年来,云南省委常委、昆明市委书记刘洪建,昆明市委副书记、市长刘佳晨多次率队到磨憨调研、召开会议,安排部署磨憨国际口岸城市建设工作,并于近日提出要迅速掀起磨憨“百日会战”建设热潮,推动磨憨国际口岸城市建设尽快有新突破、新变化、新气象。
如今,人们来到磨憨这片热土,会看到一幕幕热火朝天的景象,处处塔吊林立,运输材料的卡车进进出出……半年间,众多规划者、建设者在磨憨这幅面向未来的“工笔画”上细笔勾勒、精雕细琢。
今日的磨憨,“骨架”在拉开,“血脉”在畅通,“面孔”在变美,正在以更加开放的姿态拥抱世界。中国高质量发展的要义,正在磨憨建设的细节里充分展现,建设国际口岸城市正在由蓝图一步步变为现实。
口岸通关 即将变"痛"为"通"
磨憨不大,一条双向两车道的 "东盟大道 "串起这座城,一端连着磨憨车站,中段是磨憨口岸新边民互市场、磨憨人才服务中心,紧接着是中国老挝磨憨-磨丁经济合作区 (以下简称 "经合区 ")管委会,穿过国门,便来到经合区(中方区域)围网区。
但是,磨憨很重要。从磨憨口岸向北181公里、车程2小时,即可到达景洪市,再向东北行车8小时、520公里可到昆明市;从磨憨口岸向东南298公里、车程5小时,即可到达老挝古都琅勃拉邦,再向南行车 6小时、382 公里可到老挝首都万象。
10年前,正是看中这样的"区位基因",河南人仵彪在大学毕业后考上勐腊海关,成为边境口岸的一名工作人员。从中原来到边关,他感受到了这座边陲小镇的落后。方圆十里没有可以称得上"繁华" 的地方。这对刚刚在大城市结束校园生活的一名年轻人来说,"心理落差着实很大"。
"虽然几乎每年都有关于磨憨发展的利好政策 ,但不可否认的是,磨憨的发展还是没有驶入“快车道”。比如,磨憨口岸是云南通关量最大的陆路口岸,但由于硬件设施跟不上贸易发展速度,在过去很长一段时间,无论是车辆还是行人,拥堵、排长队的场景在口岸上并不少见。"后来考上公务员,成为经合区经济发展局副局长的仵彪,回忆起当时的情景仍历历在目。
对于磨憨口岸的通行效率,货车司机的感受则更为深刻。
在磨憨口岸新边民互市场外,来来往往的代驾司机正在办理通关手续,同时消杀检查工作有条不紊地进行着。九州国际冷链运输公司的司机代锋正忙着填写报关单,等待从海关监管区运出一货车的榴莲。“我听说磨憨新国门货运通道已在抓紧施工,年内就能投入使用,而且磨憨口岸也要提升改造,届时用了20多年的一进一出2个通道将升级为10个通道,缓解口岸交易旺季车辆拥堵。"代锋说,磨憨的交易旺季即将到来,自己要铆足劲好好干,多给家里赚些钱。
老挝农林部统计数据显示,中国是老挝的最大出口市场,其出口的农产品80%运往中国,其中水果对通关效率的要求较高。
代锋就曾经历过磨憨口岸较为严重的一次拥堵。“那时候从老挝开往中国的货车绵延10余公里,很多载有香蕉的车滞留路上,堵车最严重时近5个小时才挪动 30米,导致青香蕉都烂了。"这个皮服黝黑的东北汉子说,对于他们来说,时间就是金钱,审批、查验、通关时间越快,他们就越能多干点、多挣点。
磨憨口岸处在两个山体的隘口上,地理因素决定了口岸通道狭窄,也制约着磨憨发展。磨憨口岸最初设计的最高货流量为每年 60 万 吨,远不能满足口岸贸易往来需求。但是,随着磨憨基础设施加快建 设,这个“卡脖子"难题将得到彻底解决。仵彪介绍,在新国门启用货运通道分流出口的同时,磨憨口岸将进行提升改造,最直观的就是将一进一出2个通道升级为六进四出10个通道。目前,相关手续已报批,有望在明年上半年动工,工期预计为1年。
黄金线路 激发磨憨发展新活力
行走在磨憨的街道上,见不到疫情前大量的自驾游小轿车和游客,但能看到一辆辆重型货车来往穿梭,其中不乏挂着老挝牌照的车辆,仍是一片繁忙景象。
近日,记者在磨憨陆路口岸看到,一辆辆货车在货运通道接受自动喷淋消毒通关,中、老代驾司机和口岸联检部门工作人员身穿白色防护服忙碌地工作为防止新冠肺炎疫情从境外输入,磨憨口岸加强对货运通道出入境货运车辆和驾驶人员管理,实行代驾和备案管理制度,指定车辆行驶线路和过驳场所、限定货运车辆驾驶人员活动范围。
经合区党群工作部副部长张立新介绍,货运通关增加了消杀、代驾等环节,通行效率受到一定影响,货运量也有所下降。磨憨口岸2020 年进出口贸易总量为460万吨,2021年为380万吨。2021年,缅甸、老挝、越南对于中国的出口金额分别为32.3亿美元、19.6亿美元和 12.4亿美元。
转折发生在2021年12月3日中老铁路开通运营之后。中老铁路这条“黄金线路"开通运营以来,截至2022年11月7日,累计运输货物突破1000万吨。其中,跨境货物运输量超180万吨,货值突破120亿元。今年仅1— 8月,老挝对中国出口就超过50亿元,同比增长30%。其中,木薯粉出口金额高达2.5亿美元,让老挝很多农民从中受益。
受益的不只老挝人民,还有中国百姓。半年前,广西人贺海成从广西防城港市到磨憨置业、经商。“我们全家人都觉得这里的环境像多年前的浙江义乌,想抓住财富就不能错失商机。"集通关、贸易、物流、加工、康养、金融、旅游等多功能于一体的磨憨,让很多人对机遇有了更为敏锐的认识。
刚下高铁,看到满街都是排队等着通关的货车、空气中弥漫着的榴莲味道,让贺海成这名从事冷链运输的生意人吃了一颗“定心丸"—“在这里干,生意不用愁"。磨憨最近半年的变化,让贺海成的心更加稳定了下来。“就拿这个边民互市场来说,我刚来那会儿还在建设,11月中旬就投人使用,场地、吞吐量大概均是以前的2倍;火车站边上的磨憨口岸智慧展示中心和政务服务大厅两个项目大概是 9 月动工的,预计12月投入使用。这样的,“磨憨速度”,让我们对未来发展充满信心。"贺海成说。
事实上,还有更多像贺海成一样的商人,源源不断地向磨憨涌来,实地考察、洽谈投资。磨憨,这个滇南边陲小镇正迎来南来北往的人。最多的时候,仵彪一天接待了12批前来考察的客商。
边陲小镇 重新焕发勃勃生机
从高空俯瞰,磨憨站宛如一艘巨大的轮船即将扬帆远航 。
作为中老铁路最美“国门"第一站的守护者之一,磨憨站党总支部书记自力在一列列往来列车中,见证着磨憨的变化。
观察细致的他发现,近半年来,乘高铁到磨憨的人变了。“在磨憨下车的人越来越多了,而且一看就是外地人,很多人穿着商务装、拎着公文包、说着普通话。"他知道,他们是来磨憨寻觅商机的商务客人。
“喂,老板你好,后天还有标间吗? 帮我留两间嘛。"
“好,你等我查查。呀,往后两天吧,现在都满啦!"
近半年以来,磨憨的傣缘驿站火了,像这样打电话来订房间的对话,在这里不断上演。
2022年10月,傣缘驿站老板朱家平从上海回到磨憨, 迎接他的是持续爆满的订单。“30间客房根本不够用,至少得提前一周才能保证订上房间。"位于磨憨镇边一座小山包上的傣缘驿站很有民族风情, 一座座傣楼掩映在绿荫之中,打开窗户便能看见盆地中美轮美奂的平 流雾 。
生意突然爆火,让朱家平和他的合作伙伴对磨憨的未来更有信心。“我们每次回上海,都会跟周围的朋友介绍磨憨的变化,积极推介磨憨。大家都打趣我是磨憨的招商引资民间推介官。"朱家平说 。
数据显示,自昆明市托管磨憨镇以来,截至2022年 10月11日, 经合区已接待和会见招商考察企业105家420人次,与中集集团、正威集团、厦门钨业等14家重点龙头企业达成初步投资意向 。
客人多了,列车也多了。2022年11月15日,昆明至磨憨C384/1、C386/7次高品质动车组列车开行,运行时长减少20%。高品质动车组列车的开行,对推动磨憨国际口岸城市建设,方便旅客商务、旅游出行 具有重要意义 。
持续攀升的人流量、不断问询的电话、时刻变动的数据,以及磨憨口岸川流不息的车辆,都让磨憨敢焕发着勃勃生机。
体制改革 为发展注入强劲动力
让更多五湖四海客商欣喜的是,近年来,党中央、国务院,云南省委、省政府高度重视磨憨发展,磨憨也积极争取税收、财政等各方面的叠加优惠政策。
仵彪介绍,目前,他们正在向财政部、国家税务总局申请,支持经合区参照海南自贸港税收优惠政策,对高端紧缺人才、各类产业企业在个人所得税和企业所得税方面给予减免;向国家税务总局、海关总署申请,参照海南自贸港相关政策,按照负面清单管理模式,对经合区内企业进口自用车辆和生产设备免征关税、进口环节增值税和消费税。同时,他们还向国家争取跨境结算等方面的政策支持,让政策红利更多惠及经合区的企业。
对外开放是推动我国经济社会发展的重要动力,如何让开放之门更加敞亮?仵彪介绍,自昆明市托管磨憨镇以来,磨憨在体制改革创新方面有了更为清晰的思路:借鉴海南自贸港经验,对清单内涉企经营许可事项实行企业法人承诺制,实现"承诺即入""准入即准营";取消 一般投资项目备案制,严格全面实行政府承诺诚信制,强化经合区政策落实的刚性约束,树立诚信政府的良好形象;促进口岸通关便利化,逐步完善磨憨国际贸易"单一窗口"功能,实施海关AEO认证企业管理措施目录,推进"5G+人工智能"口岸监管模式。
此外,还有利好消息不断传来:商务部、国家发展改革委等8部门 2022年11月3日对外公布,决定在全国增设29个国家进口贸易促进创新示范区,中国老挝磨憨—磨丁经济合作区成功人选。这意味着,中国(云南)自由贸易试验区昆明片区、国家级昆明经济技术开发区 、昆明综合保税区、中老磨憨—磨丁经济合作区 "四区联动"再添新动能。
开放型经济的蓬勃发展 ,离不开优良的口岸营商环境支撑。
走出磨憨站,人们就能看见直线距离不到100米的位置坐落着一座崭新的建筑物—刚投人使用的经合区政务服务大厅。仅用3个月时间,该政务服务中心就完成了设计、装修、人员培训等工作。
从经合区管委会1楼搬到距磨憨站直线距离不到100米的地方,用意何在? 经合区综合服务中心工作人员凌光宇说,离群众更近、离项目更近、离经济发展主阵地更近,能够更好地为群众服务,提高为民服务的效率,更快更好地帮助来磨憨投资兴业的客商解决实际问题。
宽敞明亮的大厅、数字化工位、智能广播…… 走进新的经合区政务服务中心,“智慧化"运作的背后折射出磨憨持续提速的政务服务能力。
完善了“硬件"设施,还要升级“软件"服务。“我们聘请了懂老挝语、泰语等语种的工作人员,为中老铁路全线开通后到磨憨投资的南亚东南亚客商提供政务服务。"凌光宇说。
一组数据传递出磨憨提升政务服务的强劲势能。自昆明市托管磨憨镇以来,经合区新增市场主体135家。2022年第四季度,经合区开工13个项目,总投资382.3亿元,计划年内完成投资16.9亿元。
选派干部 打造磨憨发展新引擎
磨憨的发展凝结了云南省、昆明市的智慧,也是干部淬炼成长的实干场。
2022年5月26日,由53名干部组成的昆明市托管磨憨镇工作专班到西双版纳州勐腊县开展移交工作;5月31日,工作专班选派31名干部与经合区管委会全面融合,共同开展工作;9月26日,昆明 50名干部奔赴磨憨任职… …
11月17日22时30分,又一个夜晚,经合区管委会大楼依然灯火通明,打字声、扫描声、材料装订声、讨论工作声 …… 交错鸣响,加班的工作人员正有条不紊地忙碌着。
“磨憨永远要针对最新情况进行政策研究,对照国内最优政策进行全方位协商。"尽管已连续加班多日,经合区财政金融(统计局)副局长邓琼仍然保持着昂扬的斗志。“能够参与磨憨国际口岸城市建设,大家都觉得很荣幸。"邓琼说,磨憨这个平台够大,只要有才华,就可以在这里找到奋斗的空间。
“昆明选派的干部战斗力强,为磨憨发展注入强劲动能。"仵彪 是经合区的留任干部,注意到这样一个细节:干部走路的速度加快了,在三楼、四楼办公的同事有时等不及电梯,直接选择走楼梯;食堂的“换桌率"提升了,以往大家饭后可能还会坐着聊聊天,但现在匆匆吃完饭就快步离开食堂,继续去忙工作。
用干部的“辛苦指数"提升人民群众的“幸福指数"。连日来,每当夜幕降临,在磨憨镇尚勇社区精制茶厂新建成的标准篮球场上,总能看到一场场激烈的篮球比拼,引来不少人围观喝彩。20 世 纪 90年代,尚勇精制茶厂曾是远近闻名的“明星茶厂" 。但是,随着茶厂经营不善解散后,居民点的公厕、进出道路、蓄水池年久失修。2022年 5月底,在昆明市托管磨憨镇工作启动后,市委、市政府主要领导到磨憨镇调研时指出,要高度重视磨憨的民生问题,并专门召开会议研究部署补民生短板相关问题。会后,昆明市各级部门积极响应,纷纷主动认领项目,专门安排人员、资金,保障项目落实。民生项目启动前,工作专班与当地干部职工一起实地调研,整理出 52 个民生补短板项目。项目上报仅 6 天时间, 昆明市就将 800 多万元补助资金拨付至磨憨镇财政所。
在这52个民生补短板项目中,尚勇精致茶厂占了5 个。项目启动后得到当地群众大力支持,村民踊跃义务投工投劳,省下来的人力成本大概能折算为120万元。
磨憨镇尚勇社区党总支书记、居委会主任张文娟介绍,留在村里的都是老人和小孩,大多数年轻人去磨憨镇或者附近城市打工了。但是,接到村里要修路、盖新厕所、修路灯的通知时,大家特别支持,只要有时间就会回村参与建设,让工程进度不断提前。
“现在的磨憨,每天都不一样。希望随着磨憨的建设,能有更多企业来到这里,让我们实现家门口就业,带动大家一起把日子过得更红火。"尚勇社区精致茶厂党支部书记杨景学说。
国际口岸城市 正从"纸上"落到"地上"
12月的磨憨,除了货车的引擎声,还有各类建设工地上的挖掘机、打桩机的轰鸣声,一个个项目正有序落地,磨憨这一高质量发展的国际口岸城市正从“纸上"落到“地上"。
在经合区(中方区域)围网区旁,新的一线国门、二线国门都在加紧施工,目前已初具雏形,具备货运通关条件,在围网区启用前,将暂时作为货运通道使用,成为出口货运专用通道。
在二线国门外,未来用于商业、会展的区域也已建设完工,这些 具有傣族风情的建筑群中将布置免税购物、金融服务、国际医疗康养等产业。
9 月,50 岁的徐发斌选择来到磨憨“二次创业" ,作为磨憨国际 口岸城市的建设者之一,他虽然忙碌,但是“甘之如饴"。“在这里,你 能比较直观地体会到城市规划的发展思路,所以,当你参与其中时,也会被带人一种快节奏、高效率的状态。"他说。
磨憨人才中心服务项目、东盟大道提升改造工程和 5号线延长线道路工程都是徐发斌负责的项目。这3个项目都在东盟大道上,彼此相距不到1公里,但徐发斌每天微信运动步数却都超过2万步。
“磨憨建设离不开人才,要让人才在磨憨干得安心、放心,人才中心服务项目必不可少,且必须干好。我们只有3个月建设时间,为了尽可能跑快一点,每个人都保持“战斗”状态。"徐发斌脚下的红土地,将在明年变为公寓区和综合服务区两个区域,各类人才可以“拎包人住"。
已在进行前期工作的东盟大道提升改造工程和 5 号线延长线道路工程,将为战斗建成一座国际口岸城市搭建新“骨架"。道路工程完工后,战斗将有一条宽敞、明亮的市政道路,实现货车与客车各行其道,使交通出行更加安全、高效。
各类人才要在磨憨住得下、留得住,还需要进一步完善教育、医疗等方面的政策。为此 ,昆明的优质教育、医疗资源也加速向磨憨辐射。目前,昆明市正加快协调昆明市第三中学、中华小学、延安医院等 ,到经合区开展专题考察调研,对接帮扶磨憨镇教育、医疗机构。
起笔,即是世界眼光;落笔,便是国际之城。
“来到这里之后 ,我发现,世界眼光、国际标准、中国特色、高点定位并不是口号,磨憨的建设者正在一天天实现它们。"昆明市规划 设计研究院派驻经合区管委会公园城市建设管理局挂职副局长曾国全介绍,目前,磨憨正加快空间、产业及专项规划编制,邀请国内知名机构参与规划设计,发布《磨憨国际口岸城市总体发展概念规划》招标公告,力求实现高水平、高标准编制规划;初步编制《产业发展三年行动计划》和《产业发展引导目录》,重点发展中老国际物流产业、跨境旅游医疗康养产业、进出口加工制造产业等 ,逐步实现从 "通道经济"向"口岸经济"转型。
开放没有完成时。站在磨憨建设国际口岸城市这个历史性节点,展望未来,磨憨将用驰而不息的坚定信念和勇气 ,逐梦新时代 、书写新传奇 。(中文稿件来源:昆明日报)