你现在的位置:首页 > ວັດທະນະທຳ-ທ່ອງທ່ຽວ

ງານວາງສະແດງໝາກພິລາຂອງຈີນຄັ້ງທີ 4 ຈະໄຂຂຶ້ນຢູ່ເມືອງເໝິງຊີແຂວງຢຸນນານໃນວັນທີ 22 ກັນຍານີ້

来源:ສະບາຍດີ时间:2022-09-02 14:11:53

老挝语

1310658314_16620367446081n

ສະບາຍດີ ນັກຂ່າວຄຳປະເສີດ)ຕາມກອງປະຊຸມແຈ້ງຂ່າວວ່າ,ງານວາງສະແດງໝາກພິລາຂອງຂອງຈີນຄັ້ງທີ 4 ປີ 2022 ຈະຈັດຂຶ້ນຢູ່ເມືອງເໝິງຊີແຂວງຢຸນນານແຕ່ວັນທີ 22 ຫາ 24 ກັນຍານີ້.ຫຼັງຈາກກອງປະຊຸມ,ງານວາງສະແດງດິຈິຕອນວັດທະນະທຳຂອງໝາກພິລາສາກົນທາງອອນລາຍຄັ້ງທຳອິດຈະດຳເນີນຕໍ່ໄປ,ດຶງດູດວິສາຫະກິດຕ່ອງໂສ້ອຸດສາຫະກໍາຄຸນນະພາບສູງພາຍໃນແລະຕ່າງປະເທດເຂົ້າຮ່ວມອອນລາຍ.

1310658314_16620367446981n

ງານວາງສະແດງໝາກພິລາຈີນຄັ້ງທີ 4 ໄດ້ຈັດຂຶ້ນດ້ວຍຫົວຂໍ້ວ່າ "ການຟື້ນຟູຊົນນະບົດແຫ່ງຄວາມຝັນຂອງຈີນ,ເມືອງໝາກພິລາທີ່ສວຍງາມ",ໃນໄລຍະວາງສະແດງ,“ກິດຈະກຳສິລະປະຂອງຊົນນະບົດທີ່ສວຍງາມ”ຈະໄດ້ຮັບການຈັດຕັ້ງເຂົ້າໃນກິດຈະກໍາເມືອງເໝິງຊີ,ເຊີນບັນດານັກສິລະປະທີ່ມີຊື່ສຽງພາຍໃນປະເທດ ນຳໃຊ້ໝາກພິລາເໝິງຊີ ແລະ ເມືອງເໝິງຊີ ເປັນວັດຖຸປະດິດສ້າງ ເພື່ອສະແດງໃຫ້ເຫັນເຖິງຄວາມງາມຂອງ ເມືອງເໝິງຊີ ແລະຄວາມຫວານຂອງ ໝາກພິລາ ໂດຍຜ່ານການຂຽນຕົວໜັງສື ແລະ ການແຕ້ມຮູບ.ໃນໄລຍະດຽວກັນ,ກິດຈະກໍາທີ່ກ່ຽວຂ້ອງຈະໄດ້ຮັບການຈັດຂຶ້ນເຊັ່ນເວທີປາໄສການພັດທະນາການຄ້າສາກົນໝາກພິລາຈີນທາງອອນລາຍ,ເວທີປຶກປາໄສຂັ້ນສຸດຍອດການພັດທະນາອຸດສາຫະກຳໝາກພິລາຈີນ,ກອງປະຊຸມສົ່ງເສີມການລົງທຶນແລະກອງປະຊຸມແຈ້ງຂ່າວກ່ຽວກັບແນວພັນໃຫມ່.

ເປັນທີ່ເຂົ້າໃຈກັນວ່າ ໝາກພິລາເປັນອຸດສາຫະກຳເສົາຄໍ້າໝາກໄມ້ທີ່ສຳຄັນຂອງເມືອງເໝິອງຊີ,ເມືອງເໝິອງຊີໄດ້ປູກຕົ້ນ ໝາກພິລາເປັນເວລາຫຼາຍກວ່າ 800 ປີ.ປະຈຸບັນນິ້,ເມືອງເໝິອງຊີໄດ້ພັດທະນາກາຍເປັນເຂດຜະລິດໝາກພິລາໃຫຍ່ທີ່ມີເນື້ອທີ່ປູກໝາກພິລາເປັນອັນດັບທີ 4, ເປັນຜະລິດຕະພັນໃຫຍ່ອັນດັບ 2 ແລະ ປະລິມານການສົ່ງອອກໃຫຍ່ທີ່ສຸດຂອງປະເທດຈີນ.

中文

据日前举行的新闻发布会消息,2022第四届中国石榴博览会将于9月22日至24日在云南省蒙自市举办。会后,将继续开展首届国际石榴文化数字云博览会,吸引国内外优质石榴全产业链企业线上参与。

第四届中国石榴博览会以“乡村振兴中国梦 万籽千红石榴城”为主题。博览会期间,将组织“美丽乡村艺术行”走进蒙自活动,邀请国内知名艺术家以蒙自及蒙自石榴为创作素材,通过书画展现蒙自美、石榴甜;同期将举办中国石榴国际贸易发展云论坛、中国石榴产业发展高峰论坛、招商引资洽谈推介会、新品种专题发布会等相关配套活动。

据了解,石榴是蒙自重要的水果支柱产业,蒙自种植石榴至今已有800余年历史。蒙自现已发展成石榴种植面积全国第四、产量全国第二、出口量全国第一的石榴主产区。(中文稿件来源:新华网)

ບັນນາທິການ:ຄຳປະເສີດ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港