你现在的位置:首页 > ການດໍາເນີນທຸລະກິດແລະການລົງທຶນ
ເສດຖະກິດກາງຄືນຂອງຕະຫຼາດດອກໄມ້ໂດນັນຢູ່ນະຄອນຄຸນໝິງມີຄວາມຈະເລີນຮຸ່ງເຮືອງ
来源:ສະບາຍດີ时间:2022-08-29 16:44:08
(ສະບາຍດີ ນັກຂ່າວສຸດໃຈ) ໃນເວລາກາງຄືນ, ຕະຫຼາດດອກໄມ້ໂດນັນຂອງນະຄອນຄຸນໝິງຄົນໄປຄົນມາ, ດອກໄມ້ແລະໃບສັ່ງຈອງຈຳນວນຫຼວງຫຼາຍ ເຮັດໃຫ້ຊາວກະສິກອນດອກໄມ້ແລະດອກໄມ້ໄຫຼໃນຕະຫຼາດຕະຫຼອດໄປ ແລະ ດອກໄມ້ທີ່ຫຸ້ມຫໍ່ຈະຖືກສົ່ງໄປໃຫ້ລູກຄ້າໃນຕອນເຊົ້າມື້ຕໍ່ມາ.
ນອກຈາກຂຸ້ນຂ້ຽວໃນການຄ້າດອກໄມ້, ຕະຫຼາດດອກໄມ້ໂດນັນໃນຕອນກາງຄືນຍັງມີດ້ານທີ່ຜ່ອນຄາຍ. ຕະຫຼາດກາງຄືນ ສະໜາມຂອງກິນແຊບນົວ, ມີນັກທ່ອງທ່ຽວຢ່າງຫຼວງຫຼາຍ. ຕາມການແນະນຳຂອງເຈົ້າຂອງຮ້ານຄົນໜຶ່ງ, ນັກທ່ອງທ່ຽວຫຼາຍຄົນມາທີ່ນີ້ ສັ່ງເຝີຖົ່ວເຫຼືອງເຢັນໆຖ້ວຍໜຶ່ງນັ່ງຢູ່ໜ້າປ່ອງຢ້ຽມທັງເພີດເພີນກັບອາຫານພິເສດຂອງແຂວງຢຸນນານ, ທັງປະສົບກັບບັນຍາກາດທີ່ມີຊີວິດຊີວາຂອງການຄ້າດອກໄມ້.
ໃນຊຸມປີມໍ່ໆມານີ້, ຕະຫຼາດດອກໄມ້ໂດນັນໄດ້ອີງໃສ່ມູນເຊື້ອຂອງການຄ້່າໃນເວລາກາງຄືນ, ປະຕິບັດຈາກປະສົບການທາງສາມດ້ານຄືການບໍລິໂພກ, ການທ່ອງທ່ຽວ ແລະ ວັດທະນະທຳ ແລະພັດທະນາເສດຖະກິດ ໃນຕອນກາງຄືນຢ່າງເຂັ້ມແຂງ. ປັດຈຸບັນ, ເຂດທິວທັດຂອງຕະຫຼາດດອກໄມ້ໂດນັນ ໄດ້ຖືກຄັດເລືອກເຂົ້າໃນບັນຊີລາຍຊື່ຂອງເຂດຊຸມນຸມແຫ່ງວັດທະນະທຳໃນຕອນກາງຄືນ ແລະ ການບໍລິໂພກຂອງການທ່ອງທ່ຽວລະດັບຊາດ, ການທ່ຽວຊົມຕະຫຼາດດອກໄມ້ໃນຕອນກາງຄືນໄດ້ກາຍເປັນທາງເລືອກໃໝ່ສຳລັບນັກທ່ອງທ່ຽວຈາກທຸກບ່ອນ.
ໃນປັດຈຸບັນ, ນະຄອນຄຸນໝິງເຊິ່ງຢູ່ໃນລະດູຮ້ອນແລະໄລຍະອາກາດເຢັນສະບາຍ, ໄດ້ກາຍເປັນບ່ອນເລືອກທີ່ດີທີ່ສຸດສຳລັບນັກທ່ອງທ່ຽວຢ່າງຫຼວງຫຼາຍຈາກຕ່າງແຂວງທີ່ເດີນທາງໄປ. ແຂວງຢຸນນານໄດ້ກ້າວເຂົ້າສູ່ຈຸດສູງສຸດຂອງການທ່ອງທ່ຽວຮອບໃໝ່, ຕະຫຼາດໂດກໄມ້ໂດນັນກໍ່ມີຊີວິດຊີວາຂື້ນກ່ວາເກົ່າ, ນັກທ່ອງທ່ຽວຈາກທົ່ວປະເທດໄດ້ເຕົ້າໂຮມກັນຢູ່ທີ່ນີ້ເພື່ອສຳຜັດຄວາມສະເໜ່ຂອງດອກໄມ້ແລະລົມເຢັນສະບາຍຂອງນະຄອນຄຸນໝິງ.
夜幕降临,昆明斗南花市人来人往,数量庞大的鲜花以及订单,让花农与鲜花一刻不停地在市场内流动,打包好的鲜花送交快递,最快第二天一早就能到达顾客手中。
除了繁忙的鲜花交易,夜间的斗南花市还有闲适的一面。美食广场夜市,游人如织。美食广场一名店主介绍,不少游客来到这里,点一份凉拌豆粉坐在窗边,一边享受云南特色美食,一边体验鲜花交易的热闹氛围。
近年来,斗南花市立足夜间交易传统,从消费、旅游、文化三重体验着手,大力发展夜间经济。目前,斗南花市景区已入选国家级夜间文化和旅游消费集聚区名单,夜游花市逐渐成为各地游客的新选择。
眼下正值暑期,气候凉爽的昆明成了不少省外游客出游的不二之选。云南迎来新一轮的旅游高峰,斗南花市也热闹起来,全国各地的游客聚集于此,感受着鲜花的魅力和春城的习习凉风。(中文稿件来源:云南日报 实习记者杨梦凡)