你现在的位置:首页 > ຄວາມງາມແຂວງຢຸນນານ

ແຂວງຢຸນນານ: ຈຳນວນຂອງລີງRhinopithecusທີ່ໃກ້ຈະສູນພັນໄດ້ເພີ່ມຂຶ້ນຮອດຫຼາຍກ່ວາ 3,800 ໂຕ

来源:ສະບາຍດີ时间:2022-08-29 11:32:44

老挝语

1

ສະບາຍດີ ນັກຂ່າວສຸດໃຈ)ນັກຂ່າວໄດ້ຮຽນຮູ້ຈາກກອງປະຊຸມປະຈຳປີເຄືອຂ່າຍອະນຸລັກລີງRhinopithecusຂອງແຂວງຢຸນນານຄັ້ງທີ 3 ທີ່ຈັດຂຶ້ນຢູ່ເມືອງດາລີແຂວງຢຸນນານໃນວັນທີ 5 ວ່າ: ພາຍຫຼັງການປົກປັກຮັກສາເປັນເວລາ 40 ປີຢ່າງບໍ່ຢຸດຢັ້ງ, ຈຳນວນກຸ່ມຂອງລີງRhinopithecusຢຸນນານໃນປະເທດຈີນທີ່ໃກ້ຈະສູນພັນໄດ້ເພີ່ມຂຶ້ນຈາກ 17ກຸ່ມ ເປັນ 24 ກຸ່ມ ແລະ ຈຳນວນກະໂຕດີຽວໄດ້ເພີ່ມຂຶ້ນຈາກໜ້ອຍກວ່າ 2,000 ໂຕຫາ 3,800ໂຕ.

2

ລີງRhinopithecusແຂວງຢຸນນານແມ່ນສັດອະນຸລັກລະດັບທີໜຶ່ງແຫ່ງຊາດແລະຍັງເປັນຊະນິດພັນທີ່ໃກ້ຈະສູນພັນຢູ່ໃນບັນຊີສີແດງຂອງສະຫະພັນອະນຸລັກທຳມະຊາດຂອງໂລກ (IUCN). ມັນຖືກແຈກຢາຍຢູ່ໃນເຂດແຄບທີ່ມີເນື້ອທີ່ປະມານ 20,000 ກິໂລແມັດລະຫວ່າງແມ່ນ້ຳຈິນຊ່າຈ່ຽງແລະແມ່ນ້ຳລ້ານຊ້າງ, ມັນຖືກເອີ້ນວ່າ"ຊັບສິນແຫ່ງຊາດ" ຂອງຈີນຄືກັບໝີແພນດ້າ.

3

4

ເຄືອຂ່າຍການປົກປັກຮັກສາໃນເຂດແດນທັງໝົດຂອງລີງRhinopithecusແຂວງຢຸນນານການລິເລີ່ມໂດຍກົມປ່າໄມ້ແລະທົ່ງຫຍ້າແຂວງຢຸນນານ,ມູນນິທິພັດທະນາສິ່ງແວດລ້ອມສີຂຽວແຂວງຢູນນານ,ກົມຄຸ້ມຄອງແລະປົກປັກຮັກສາເຂດສະຫງວນທຳມະຊາດລະດັບຊາດ ພູຫິມະປາຍມາແຂວງຢູນນານ, ສະຖາບັນຄົ້ນຄວ້າພູຫິມະໄລຕາເວັນອອກຂອງມະຫາວິທະຍາໄລດາລີ ແລະ 13 ໜ່ວຍງານອື່ນ. ຫຼັງຈາກການດຳເນີນງານເປັນເວລາ 3 ປິ, ໜ່ວຍງານສະມາຊິກໄດ້ເພີ່ມຂຶ້ນເປັນ 28 ໜ່ວຍງານ, ໂດຍມີການລົງທຶນສະສົມຫຼາຍກວ່າ 40 ລ້ານຢວນ, ການອະນຸລັກໄດ້ຮັບຜົນສຳເລັດ. ໂຄງການອະນຸລັກລີງRhinopithecusແຂວງຢຸນນານໃນເຂດຊາຍແດນທັງໝົດຖືກຄັດເລືອກເຂົ້າໃນCOP15 "ກໍລະນີເປັນຕົວຢ່າງຂອງການຟື້ນຟູລະບົບນິເວດຂອງຈີນ". 

中文

新华社昆明8月5日电 记者赵珮然 记者5日从在云南省大理市召开的第三届滇金丝猴全境保护网络年会上了解到,经过40多年坚持不懈的保护,我国特有珍稀濒危物种滇金丝猴种群数量从17群增加到24群,个体数量从不足2000只增加至3800多只。

滇金丝猴是国家一级保护动物,也是世界自然保护联盟(IUCN)红色名录中的濒危物种,分布于金沙江和澜沧江间面积约2万平方公里的狭窄地带,与大熊猫一样被称为中国的“国宝”。

滇金丝猴全境保护网络由云南省林业和草原局、云南省绿色环境发展基金会、云南白马雪山国家级自然保护区管护局、大理大学东喜玛拉雅研究院等13家单位共同发起。经过3年的运行,成员单位发展到28家,累计投入资金4000余万元,保护成效明显。滇金丝猴全境保护项目入选联合国《生物多样性公约》缔约方大会第十五次会议(COP15)“中国生态修复典型案例”。(完)


ບັນນາທິການ:ສຸດໃຈ ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting

展开导航

电话:0871-65390101 地址:云南省昆明市高新区科高路1999号高新孵化君浩大厦A座9楼

滇B2-20090009 Copyright © 2019-2022昆明信息港版权所有 All rights reserved

版权所有:昆明经开区融媒体中心、昆明信息港